ກາແດງອີຕາລີຊ່ວຍກາແດງລາວ ຕ້ານ .
ອົງການກາແດງລາວ ແລະ ອົງການແດງອີຕາລີ ໄດ້ເຊັນບົດບັນທຶກຄວາມຊົງຈຳ ກ່ຽວກັບການຊ່ວຍເຫຼືອ ດ້ານການຈັດຕັ້ງປະຕິບັດວຽກງານ ຕ້ານເອດ ຢູ່ກາແດງສາຂາຫລວງພະບາງ ຂື້ນໃນວັນທີ່ 11 ມີຖຸນາ 2008 ຢູ່ທີ່ໂຮງແຮມລາວພະລາຊາ.

ການເຊັນບົດບັນທຶກຄັ້ງນີ້ ມີຂື້ນລະຫວ່າງ ທ່ານ ມາດຊິໂມ ບາຣາ ປະທານກາແດງ ອີຕາລີ ທັງເປັນຮອງ ສະຫະພັນກາແດງ ແລະ ຊີກວົງເດືອນແດງ ເປັນຜູ້ເຊັນມອບ ແລະ ທ່ານ ດຣ, ສນິວຸລັຊ ສຣະມະນີ ປະທານອົງການ ກາແດງລາວ ເປັນຜູ້ເຊັນຮັບ ໂດຍມີພາກສ່ວນ ທີ່ກ່ຽວຂ້ອງ ແລະ ພະນັກງານທີ່ເຂົ້າຮ່ວມ ເປັນສັກຂິພິຍານນຳ.
ໃນໂອກາດທີ່ກາແດງອີຕາລີ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ອົງການກາແດງລາວ ຄັ້ງທຳອິດ ແລະ ໄດ້ໃຫ້ການຊ່ວຍເຫຼືອການຈັດຕັ້ງ ປະຕິບັດວຽກງານຕ້ານເອດ ຊື່ງເປັນໂຄງການທົດລອງ ຢູ່ກາແດງສາຂາ ແຂວງ ຫຼວງພະບາງ ໃນການສ້າງຂິດຄວາມສາມາດ ໃຫ້ແກ່ພະນັກງານ ທາງດ້ານການຝຶກອົບຮົມ ເພື່ອນ-ສອນ-ເພື່ອນ ກ່ຽວກັບວຽກງານຕ້ານເອດ ແລະ ທັດສະນະສຶກສາ ການດູແລຮັກສາຜູ້ຕິດເຊື້ອເອດ ຢູ່ ແຂວງຊຽງໃໝ່ ປະເທດໄທ. ນອກຈາກນັ້ນ ງົບປະມານຈຳນວນໜື່ງ ກໍ່ຈະຖືກນຳໃຊ້ ໃນການຊື້ເຄື່ອງເພື່ອບັນເທົາທຸກ ໄປແຈກຢາຍແກ່ຊຸມຊົນ ຜູ້ປະສົບໄພພິບັດ ພາຍໃນແຂວງ ຫຼວງພະບາງ ຊື່ງການປະຕິບັດງານຈະດຳເນີນເປັນໄລຍະເວລາ 6 ເດືອນຄື: ແຕ່ ເດືອນ ກໍລະກົດ ຫາ ທັນວາ 2008 ດ້ວຍມູນຄ່າການຊ່ວຍເຫຼືອ 24,500 ຢູໂຣ ພາຍຫຼັງການປະຕິບັດວຽກງານ ດັ່ງກ່າວ ສຳເລັດ ຍັງຈະມີການສືບຕໍ່ຊ່ວຍເຫຼືອຕື່ມອີກ
|