ແຈ້ງການເຊີນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
********************
ອົງການກາແດງລາວ
ສູນບໍລິຈາກເລືອດ |
|
ເລກທີ: 560 /ສລກດ/07 |
ແຈ້ງການເຊີນ
ຮຽນ: ມວນຊົນ ຊາວນະຄອນຫຼວງວຽງຈັນ.
ເລື່ອງ: ເຂົ້າຮ່ວມງານໂຮມຊຸມນຸມ ວັນທີ 14 ມິຖຸນາ 2007,
ຢູ່ຫໍວັດຖະນະທຳແຫ່ງຊາດ.
ວັນທີ 14 ມິຖຸນາ ແມ່ນວັນຜູ້ບໍລິຈາກເລືອດໂລກ
ເຊິ່ງເປັນວັນທີ່ມີຄວາມໝາຍທີ່ສຸດ ຂອງຜູ້ບໍລິຈາກເລືອດ ເຊິ່ງເຂົາ ເຈົ້າເຫຼົ່ານີ້ ໄດ້ພ້ອມກັນເສຍສະຫລະເລືອດ ຂອງຕົນເອງເພື່ອຄົນອື່ນ
ດ້ວຍຄວາມຕື່ນຕົວ ສະໝັກໃຈ ບໍ່ຮຽກຮ້ອງຄຸນ ຄ່າໃດໆ.
ເພື່ອເປັນການລະລຶກເຖິງວັນສຳຄັນດັ່ງກ່າວ ແລະ ເພື່ອເປັນການສະແດງ ຄວາມຮູ້ບຸນຄຸນ ຕໍ່ເຂົາເຈົ້າເຫລົ່ານັ້ນ, ສູນບໍລິ
ຈາກເລືອດ ອົງການກາແດງລາວ ໃນນາມກອງເລຂາ ຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ -ສົ່ງ ເລືອດແຫ່ງຊາດ,
ຈະໄດ້ຈັດພິທີສະເຫລີມສະຫລອງຂຶ້ນ ໃນວັນທີ 14 ມິຖຸນາ
2007, ຢູ່ທີ່ຫໍວັດຖະນະທຳແຫ່ງຊາດ ດັ່ງລາຍລະອຽດລຸ່ມນີ້:
- 08:00 ໂມງ - 12:00 ໂມງ : ຈັດຮັບບໍລິຈາກເລືອດ
- 13:00 ໂມງ :ຈັດຊຸມນຸມມິດຕິງ ແລະ ຍ້ອງຍໍຊົມເຊີຍຜູ້ບໍລິຈາກເລືອດດີເດັ່ນ, ຈາກນັ້ນ ຊົມການສະແດງສິນລະປະ.
ການຈັດຕັ້ງຂອງທ່ານ ແມ່ນໜຶ່ງໃນບັນດາການຈັດຕັ້ງ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍ. ດັ່ງນັ້ນ,
ຈິ່ງຂໍຖືເປັນກຽດເຊີນ ມວນຊົນ
ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີໂຮມຊຸມນຸມມິດຕິງ ຕາມເວລາ ທີ່ກຳນົດໄວ້ຂ້າງເທິງນັ້ນ.
ຫວັງວ່າຄົງໄດ້ຮັບການພິຈາລະນາ ຈາກທ່ານເປັນຢ່າງດີ.
ນະຄອນຫລວງວຽງຈັນ, ວັນທີ 28 ພຶດສະພາ 2007 ອຳນວຍການສູນບໍລິຈາກເລືອດ
|