ໃບສະເໜີ (ງານສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ຄະນະກຳມະການສົ່ງເສີມ
ການບໍລິຈາກເລືອດ -ສົ່ງເລືອດແຫ່ງຊາດ ຄສລ
ໂທ: 021 218 922 ແຟັກ: 021 218 923 |
|
ເລກທີ ກດລ 07
ນະຄອນຫຼວງວຽງຈັນ ວັນທີ ພຶດສະພາ 2007 |
ໃບສະເໜີ
ຮຽນ: ທ່ານຜູ້ໃຈບຸນ
ແລະ ມວນຊົນ ທົ່ວນະຄອນຫຼວງວຽງຈັນ.
ເລຶ່ອງ: ຂໍແຜ່ວັດຖຸປັດໄຈ
ເພື່ອປະກອບສ່ວນໃນງານ
ສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ
ວັນທີ 14 ເດືອນ 6 ,
2007.
ຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ
- ສົ່ງເລືອດແຫ່ງຊາດ ຄສລ ຂໍຖືເປັນກຽດ ແຈ້ງມາຍັງທ່ານ ຊາບວ່າ ການສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ ຈະໄດ້ ຈັດຂຶ້ນ ໃນວັນທີ 14 ມິຖຸນາ 2007, ຢູ່ທີ່ຫໍວັດທະນະທຳ ແຫ່ງຊາດ ນະຄອນຫຼວງວຽງຈັນ, ຕາມຄຳຂວັນທີ່ວ່າ “ເລືອດແມ່ນ ຂອງຂວັນເພື່ອຊີວິດ ຜູ້ບໍລິຈາກເລືອດ ແມ່ນຜູ້ມີນ້ຳ ໃຈປະເສີດສຸດ” ມາຮ່ວມກັນບໍລິຈາກເລືອດເພື່ອຊ່ວຍຊີວິດ
ເພື່ອນມະນຸດດ້ວຍກັນ ໃນງານດັ່ງກ່າວ ຈະມີການຍ້ອງຍໍ ຊົມເຊີຍຜູ້ບໍລິຈາກເລືອດ ດີເດັ່ນ ທີ່ປະກອບສ່ວນບໍລິຈາກເລືອດຢ່າງ ຕໍ່ເນື່ອງ
ໃນໄລຍະ 3 ປີຜ່ານມາ (2004-2006). ພ້ອມກັນ ນີ້ກໍຈະຈັດກິດຈະກຳ ຈຳນວນນຶ່ງ ຕາມລາຍລະອຽດຄັດຕິດມາພ້ອມນີ້ ຊຶ່ງຈຳເປັນຕ້ອງໃຊ້ງົບປະມານຫຼາຍ ສົມຄວນ
ເນື່ອງຈາກທາງສູນບໍລິຈາກເລືອດ ອົງການກາແດງລາວ
ກໍຄື ຄະນະກຳມະການສົ່ງເສີມ
ການບໍລິຈາກເລືອດ
- ສົ່ງເລືອດແຫ່ງຊາດ ເຮົາມີງົບປະມານການໃຊ້ຈ່າຍ ເຂົ້າໃນກິດຈະກຳ ຕ່າງໆ ບໍ່ທັນພຽງພໍ ຈິ່ງຂໍຖືເປັນກຽດ ຮຽນສະ ເໜີມາຍັງທ່ານ ເພື່ອຂໍແຜ່ປັດໄຈ ອາດເປັນເງິນສົດ ເສື້ອຍືດ ຫຼື ເຄື່ອງດືມ ນ້ຳດືມ ນົມກ່ອງ ແລະ ອື່ນໆ).. ເພື່ອປະກອບເຂົ້າໃນງານ ດັ່ງກ່າວ ຕາມຄວາມເໝາະສົມ ທີ່ຜ່ານມາບໍລິສັດ
ຫຼື ການຈັດຕັ້ງຂອງທ່ານ ກໍເຄີຍໃຫ້ການ ສະໜັບ ສະໜູນ ບໍ່ວ່າດ້ານວັດຖຸປັດໄຈກໍຄື ການປະກອບສ່ວນບໍລິຈາກເລືອດ ຊຶ່ງການສະໜັບສະໜູນຂອງທ່ານ ໄດ້ກາຍເປັນປະໂຫຍດອັນໃຫຍ່ຫຼວງ ທີ່ສຸດ ຕໍ່ວຽກງານມະນຸດສະທຳ ເວົ້າລວມ
ຫວັງຢ່າງຍິ່ງວ່າ ທ່ານຄົງໃຫ້ການອຸປະຖຳແກ່ງານຄັ້ງນີ້ ດ້ວຍຂໍສະແດງ ຄວາມຂອບໃຈລ່ວງໜ້າ ມານະທີ່ນີ້ເປັນຢ່າງສູງ.
ໝາຍເຫດ:
ທ່ານອາດແຈ້ງເຈດຈຳນົງ ການບໍລິຈາກໄປຍັງໝາຍເລກໂທລະສັບຂ້າງເທິງນັ້ນ
ກ່ອນວັນທີ 11/6/2007. ຫຼື ຕິດຕໍ່ພົວພັນກອງເລຂາ: ດຣ ຈັນທະລາ ສຸກສາຄອນ
ໂທ:
020 5466190, ນ. ດາວວີ ໂທ 020 2401 887, ນ. ຈິນຕະນາ ໂທ:
020 2404 880
ປະທານ ອົງການກາແດງລາວ
ຮອງປະທານ ຄະນະກຳມະການສົ່ງເສີມ
ການບໍລິຈາກເລືອດ - ສງເລືອດແຫ່ງຊາດ
|