ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ປະຫວັດຫຍໍ້ຂອງອົງການກາແດງລາວ

1955: ວັນທີ 1/1/1955 ສະພາກາແດງລາວ ຖືກສ້າງຕັ້ງຂຶ້ນ (ເວລານັ້ນ ມີກາແດງພຽງແຕ່ 80 ປະເທດ ໃນທົ່ວ ໂລກ ມີສະມາຊິກກາແດງ 73 ທ່ານ, ຍິງ 2 ທ່ານ, ມີຄະນະບໍລິຫານ 7 ທ່ານ ຊຶ່ງໄດ້ຮັບການແຕ່ງຕັ້ງ ຈາກສະພາ ລັດຖະມົນຕີ ແຫ່ງລາດຊະອານາຈັກລາວ, ຕາມເອກະສານເລກທີ 71/PC, ລົງວັນທີ 26/3/1956 ທີ່ວຽງຈັນ.
ປະຫວັດຫຍໍ້ຂອງອົງການກາແດງລາວ


1957:
ຖືກຮັບຮູ້ຢ່າງເປັນທາງການ ຈາກຄະນະກຳມະການກາແດງສາກົນ (ICRC), ວັນທີ 23/5/1957, ຕາມຈົດ ໝາຍວຽກ ເລກທີ 416. ວັນທີ 25/10/1957 ໄດ້ຖືກຮັບເຂົ້າເປັນສະມາຊິກ ຂອງສະຫະພັນກາແດງ ແລະ ຊີກວົງ ເດືອນແດງສາກົນ (IFRC), ໂດຍກອງປະຊຸມ ຄັ້ງທີ ຂອງບັນດາສະມາຄົມກາແດງ ຢູ່ທີ ນິວແດນຮີ ປະເທດອິນເດຍ.
ຄະນະກຳມະການຂອງອົງການກາແດງລາວ


ພາຍຫຼັງທີ່ໄດ້ຮັບສ້າງຕັ້ງເປັນ ສ ປ ປ ລາວ

1976-88: ອົງການກາແດງລາວ ຂຶ້ນກັບຄວາມຮັບຜິດຊອບ ຂອງກະຊວງສາທາລະນະສຸກ (ດຣ. ຄຳລຽງ ພົນເສ ນາເປັນປະທານ).
1988-92: ອົງການກາແດງລາວຂຶ້ນກັບ ກະຊວງສາທາລະນະສຸກ ແລະ ສະຫວັດດິການສັງຄົມ.
1992: ອົງການກາແດງລາວ ໄດ້ແຍກອອກຈາກ ກະຊວງສະຫວັດດິການສັງຄົມ ໃນວັນທີ 4/4/1992, ກາຍເປັນອົງ ການຈັດ ຕັ້ງສັງຄົມນຶ່ທີ່ນເອກະລາດ ຢູ່ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ.
1993: ດຣ. ພູເງິນ  ດວງສິດທິ ໄດ້ຖືກແຕ່ງຕັ້ງເປັນຜູ້ຮັກສາການ ປະທານອົງການກາແດງລາວໃນວັນທີ 9/9/1993.
ພາຍຫຼັງໄດ້ຮັບການສ້າງຕັ້ງເປັນ ສປປ ລາວ
ໃນໄລຍະນີ້ ການປະຕິບັດວຽກງານ ແມ່ນອີງໃສ່ດຳລັດນາຍົກລັດຖະມົນຕີ,ເລກທີ 188/ນຍ, ລົງວັນທີ 30/11/1993.

ໄດ້ຂະຫຍາຍສາຂາຈຳນວນນື່ງ

  • ເດືອນ 10/1993 ທີ່ແຂວງຫຼວງພະບາງ
  • ເດືອນ 8/1994 ທີ່ແຂວງສະຫວັນນະເຂດ ແລະຄຳມ່ວນ
  • ເດືອນ 4/1995 ທີ່ແຂວງຈຳປາສັກ ແລະສາລະວັນ
  • ເດືອນ 6/1996 ທີ່ແຂວງເຊກອງ ແລະອັດຕະປື


1996-97: ໂດຍອີງໃສ່ ດຳລັດຂອງນາຍົກລັດຖະມົນຕີ, ເລກທີ 42/ນຍ, ລົງວັນທີ 2/4/1997, ໄດ້ມີການຊັບ ຊ້ອນປັບປຸງ ການຈັດຕັ້ງຄືນໃໝ່. ດຳລັດດັ່ງກ່າວ ແມ່ນວ່າດ້ວຍການແຕ່ງຕັ້ງ ດຣ. ສນິວຸຣັຊ ສຣະມານີ ເປັນປະທານ ອົງການກາແດງ ລາວ.
ໄດ້ຂະຫຍາຍຈຳນວນໜື່ງ

ໄດ້ສືບຕໍ່ປັບປຸງ ແລະ ຂະຫຍາຍສາຂາ ອອກຕື່ມອີກດັ່ງນີ້:

  • ປີ 1997: ແຂວງວຽງຈັນ, ບໍລິຄຳໄຊ, ອຸດົມໄຊ ແລະບໍ່ແກ້ວ.
  • ປີ 1998: ແຂວງຫົວພັນ, ຊຽງຂວາງ ແລະ ຫຼວງນ້ຳທາ
  • ປີ 1999: ນະຄອນຫຼວງວຽງຈັນ ແລະ ຜົ້ງສາລີ
  • ປີ 2000: ແຂວງໄຊຍະບູລີ

1997-99: ໃນໄລຍະນີ້ໄດ້ປັບປຸງຮ່າງພາລະບົດບາດຄືນໃໝ່ທີ່ສອດຄ່ອງ ເພື່ອນຳສະເໜີຕໍ່ລັດຖະບານ. ຈາກນັ້ນ ໃນວັນທີ 21/4/ 1999 ລັດຖະບານ ໄດ້ອອກດຳລັດ, ເລກທີ 36/ນຍ, ວ່າດ້ວຍການຈັດຕັ້ງ ອົງການກາແດງລາວ:
    - ທີ່ຕັ້ງ ແລະ ພາລະບົດບາດຂອງອົງການກາແດງລາວ
    - ສິດ ແລະ ໜ້າທີ່ຂອງອົງການກາແດງລາວ
    - ການຈັດຕັ້ງຂອງອົງການກາແດງລາວ
    - ລະບອບວິທີເຮັດວຽກຂອງອົງການກາແດງລາວ


ທ່ານ ສະໝານ ວິຍະເກດ
ທ່ານ ດຣສນິວຸຣັຊ ສຣະມານີ
ທ່ານ ສະໝານ  ວິຍະເກດ ກຳມະການກົມການເມືອງສູນກາງພັກ ປະທານກິຕິມະສັກ ອົງການກາແດງລາວ
ທ່ານ ດຣ. ສນິວຸຮັຊ  ສຣະມານີ ປະທານອົງການກາແດງລາວ
ທ່ານ ດຣ ບົວສະກົດ ແກ້ວໄມພິດ
ທ່ານ ດຣ ກິແດງ ທຳມະລັງສີ
ທ່ານ ດຣ. ບົວລະກົດ  ແກ້ວໄມພິດ ຮອງປະທານອົງການກາແດງລາວ
ທ່ານ ດຣ.  ກິແດງ  ທຳມະລັງສີ ເລຂາທິການໃຫຍ່ ອົງການກາແດງລາວ

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail