ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 
ສະເຫຼີມສະຫຼອງວັນປະຖົມພະຍາບານໂລກ

ໃນວັນທີ 20 ກັນຍາ 2008 ຜ່ານມາຢູ່ທີ່ຫໍກາງ (ທ່າວັດຈັນ) ອົງການກາແດງລາວໄດ້ ຈັດພິທີສະເຫຼີມ ສະຫຼອງວັນປະຖົມພະຍາບານໂລກຄົບຮອບ 149 ປີ 13/9/1859 ຫາ 13/9/2008 ໂດຍການເປັນປະ

ທານຂອງ    ທ່ານ ດຣ ສນິວຸຣັຊ ສຣະ ມານີ ປະທານອົງການກາແດງລາວ, ທ່ານ ນາງວັນລີ ​ແລະ       ນາງຕາຣິກາ ຕາງໜ້າສະຫະພັນ ກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ຜູ້ຕາງໜ້າຈາກສະຫະ ພັນແມ່ຍິງ, ກະຊວງສາທາ, ພະແນກສາທານະຄອນຫຼວງ, ຄູອາຈານ ແລະ ອາສາສະໝັກກາແດງ ລາວຈາກ 5 ໂຮງ ຮຽນ ແລະ ພະນັກງານ, ບໍລິສັດ, ຫ້າງຮ້ານ ລວມທັງ ປະຊາຊົນຊັ້ນຄົນຕ່າງໆເຂົ້າ ຮ່ວມ.

ໃນພິທີ ທ່ານ ດຣ ສະນິວຸຣັຊ ສຣະມານີ ຍັງທົບທວນຄືນປະຫວັດ, ຄວາມເປັນມາ ແລະ ຄວາມ ໝາຍຄວາມສຳຄັນຂອງວັນດັ່ງກ່າວ, ນັບເປັນເວລາຍາວນານໄດ້ວຽນມາບັນຈົບຄົບຮອບ 149 ປີພໍດີ, ຕັ້ງແຕ່ເລີ້ມຕົ້ນສົງຄາມທະຫານຝຼັ່ງ ກັບທະຫານໂອຕີຣຊ ທີ່ທົ່ງຊົນໂຟຣີ ໂນ ປະເທດອີຕາລີ             ທ່ານ ອັງຣີດຸຍນັງ  ໄດ້ນຳພາອາສາສະໝັກເຂົ້າຊ່ວຍເຫຼືອຜູ້ຖືກບາດເຈັບ ໂດຍບໍ່ຈຳແນກເຊື້ອຊາດ.

ໃນງານດັ່ງກ່າວຍັງຈັດການສາທິດການ ປະຖົມພະຍາບານທີ່ຖືກຕ້ອງຂອງອາສາສະໝັກ ຈາກ 5 ໂຮງຮຽນ ເຊັ່ນ: ມສ.ເພຍວັດ: ມປ.ສີໂຄດ, ມປ.ບໍ່ໂອ, ມປ.ທົ່ງປົ່ງ ແລະ ມສ.ຮ່ອງ ຄ້າ. ການສະແດງ ຂອງນ້ອງນັກຮຽນ ໂຄງການພັດທະນາເດັກດ້ອຍໂອກາດບ້ານໂພນສົມບູນ, ການສະແດງຂອງສີລະປີນ ຈາກຄ້າຍ ເພັງ ລາວອາດມີເດຍ, ຈາກສູນໄວໜຸ່ມ ແລະ ການຖາມຕອບຄຳຖາມຊິງລາງວັນຈາກອົງການ Handicap , ແລະ ໄດ້ສຳເລັດລົງໃນວັນດຽວກັນດ້ວຍບັນຍາກາດອັນຟົດຟື້ນ.

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail