| |
ຄວາມເປັນມາຂອງວັນບໍລິຈາກເລືອດໂລກແນວຄວາມຄິດ
ກ່ຽວກັບການສ້າງຂະບວນການ
ເນື່ອງໃນວັນຜູ້ບໍລິຈາກເລືອດໂລກ.
ໃນວັນທີ14 ມິຖຸນາ, ການຈັດຕັ້ງ ຂອງທ່ານສາມາດເຂົ້າຮ່ວມ ການສະເຫລີມສະຫລອງ ລະດັບໂລກ ເພື່ອສ້າງຈິດ
ສຳ ນຶກຕໍ່ຄວາມສຳຄັນ
ຂອງການບໍລິຈາກເລືອດ ແບບສະຫມັກໃຈບໍ່ຮຽກຮ້ອງສິ່ງຕອບແທນໃດໆ ແລະເພື່ອຊຸກຍູ້ສົ່ງເສີມຜູ້
ບໍລິຈາກເລືອດໃຫມ່ ແລະຜູ້ເຄີຍບໍລິຈາກເລືອດມາແລ້ວ
ພ້ອມກັນສືບຕໍ່ບໍລິຈາກເລືອດຢ່າງສະຫມ່ຳສະເຫມີ ບົນພື້ນຖານ ການ ຮັກສາວິທີດຳລົງຊີວິດ
ທີ່ມີສຸກຂະພາບເຂັ້ມແຂງຕະຫລອດ.
ໃນວັນດັ່ງກ່າວ ກໍຍັງເປັນໂອກາດອັນຫນຶ່ງ ເພື່ອດຶງດູດການສະຫນັບສະຫນູນ
ຈາກຫລາຍໆການຈັດຕັ້ງເພື່ອເຂົ້າ
ຮ່ວມໃນເຫດການ ນັບທັງການຈັດຕັ້ງ ທີ່ບໍ່ແມ່ນລັດຖະບານ, ພາກເອກກະຊົນ ແລະສື່ມວນຊົນໃຫ້ມາເປັນຜູ້ຮ່ວມງານເພື່ອ ພະຍາຍາມເຂົ້າເຖິງການບໍລິການເລືອດປອດໄພ ຢ່າງທົ່ວເຖິງ.
ການປະສານງານ ກິດຈະກຳຕ່າງໆ ຮ່ວມກັບພາກສ່ວນ
ອື່ນໆ ໃນທຸກລະດັບ ພາຍໃນທ້ອງຖິ່ນຂອງທ່ານ
ຈະຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດມີຜົນໃນທາງທີ່ດີ.
ຈຸດປະສົງ: ຂະບວນການ ວັນຜູ້ບໍລິຈາກເລືອດໂລກ ມີຈຸດປະສົງດັ່ງນີ້:
-
ເພື່ອສ້າງຈິດສຳນຶກ ກ່ຽວກັບຄວາມສຳຄັນ ຂອງການບໍລິຈາກເລືອດ ແບບສະຫມັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ບໍລິຈາກຢ່າງສະຫມ່ຳສະເຫມີ ຄວາມເຂັ້ມແຂງຂອງແຜນງານແຫ່ງຊາດ ດ້ານການປຸກລະດົມ ຈັດຫາຜູ້ບໍລິຈາກເລືອດ
ໃນການຮັບປະກັນໃຫ້ມີເລືອດປອດໄພ ເພື່ອສະຫນອງໃຫ້ແກ່ຄົນເຈັບທີ່ຕ້ອງການ.
-
ເພື່ອສະແດງຄວາມຂອບອົກ ຂອບໃຈຢ່າງເລິກເຊິ່ງ
ຕໍ່ຜູ້ບໍລິຈາກເລືອດ ທັງຫລາຍ ແລະ ຊຸກຍູ້ສົ່ງເສີມເຂົາເຈົ້າສືບ
ຕໍ່ບໍລິຈາກຢ່າງສະຫມ່ຳສະເຫມີ.
-
ເພື່ອປຸກລະດົມ ຜູ້ບໍລິຈາກເລືອດໃຫມ່ ທີ່ປອດໄພຕື່ນຕົວສະຫມັກໃຈ ແລະເຕັມໃຈບໍລິຈາກ.
-
ເພື່ອຊຸກຍູ້ສົ່ງເສີມ ບັນດາຜູ້ບໍລິຈາກເລືອດ
ທີ່ມີສຸກຂະພາບເຂັ້ມແຂງ ຊຶ່ງເຄີຍໃຫ້ເລືອດແກຄອບຄົວ ຫລືການຈັດຕັ້ງ ໃນຍາມຈຳເປັນ, ຫັນມາເປັນຜູ້ບໍລິຈາກເລືອດ ເພື່ອຊ່ວຍເຫລືອເພື່ອນມະນຸດທົ່ວໄປ
ດ້ວຍຄວາມເຕັມໃຈ ແລະ
ສະຫມັກໃຈ
-
ເພື່ອສົ່ງເສີມ ຜູ້ບໍລິຈາກເລືອດ
ທີ່ມີຮູບແບບການດຳລົງຊີວິດ ທີ່ມີສຸກຂະພາບເຂັ້ມແຂງ ໃຫ້ປ້ອງກັນສຸກຂະພາບ ຂອງເຂົາເຈົ້າເອງ ແລະ ທັງປ້ອງກັນສຸກຂະພາບ ຂອງຄົນເຈັບ
ຜູ້ຊຶ່ງໄດ້ຮັບເລືອດເຂົາເຈົ້າ.
-
ເພື່ອເຜີຍແຜ່ ຄວາມສຳຄັນ ກ່ຽວກັບການປະເມີນສຸກຂະພາບ
ຂອງຜູ້ບໍລິຈາກເລືອດຢ່າງເອົາໃຈໃສ່ແນໃສ່ຮັບປະ
ກັນວ່າເວລາບໍລິຈາກເລືອດ ຈະບໍ່ມີຜົນຮ້າຍໃດໆ
ຕໍ່ສຸກຂະພາບຜູ້ບໍລິຈາກເລືອດເອງ ຫລື ຕໍ່ຜູ້ທີ່ຮັບເລືອດຂອງເຂົາເຈົ້າ.
ນີ້ແມ່ນນັບທັງຜູ້ທີ່ຈະບໍລິຈາກເລືອດ ຊຶ່ງມີຄວາມຈຳເປັນຕ້ອງມີຄວາມຈິງໃຈ ຕອບຄຳຖາມຕ່າງໆ ທີ່ກ່ຽວຂ້ອງກັບສະພາບ
ສຸກຂະພາບ ແລະ ວິທີດຳລົງຊີວິດ ຂອງເຂົາເຈົ້າເອງ.
-
ເພື່ອເນັ້ນຫນັກໃຫ້ຄົນທັງຫລາຍ
ສາມາດມີສ່ວນຮ່ວມ ໃນວັນຜູ້ບໍລິຈາກເລືອດໂລກ ແລະ ບັນດາກິດຈະກຳຕ່າງໆ
ທີ່ກຳລັງດຳເນີນຢູ່. ແມ່ນວ່າເຂົາເຈົ້າຫາກບໍ່ສາມາດບໍລິຈາກເລືອດ ໄດ້ກໍຕາມແຕ່ໃຫ້ເຂົາເຈົ້າສະຫລະເວລາມາປະກອບສ່ວນນຳ ຫລື ບໍລິຈາກເງິນຊ່ວຍ ຫລື ຊຸກຍູ້ສະໜັບສະໜູນ ຜູ້ອື່ນໆ
ທີ່ມີເງື່ອນໄຂພ້ອມກັນ ບໍລິຈາກເລືອດ.
ບັນດາແນວຄວາມຄິດ ກ່ຽວກັບການສ້າງຂະບວນການ:
ຜົນກະທົບຫລາຍໆຢ່າງ ຈາກບັນດາກິດຈະກຳເຫລົ່ານີ້
ສາມາດມີຄວາມຫມາຍເລິກ ເຊິ່ງໄດ້ຫາກວ່າມີການເຂົ້າ
ຮ່ວມຂະບວນການຂອງບັນດາ ນັກການເມືອງ(ການນຳ), ຜູ້ນຳຊຸມຊົນ ແລະ ຈາກສາທາລະນະຊົນ.
1. ກ່ຽວກັບການເພີ້ມທະວີຈິດສຳນຶກ
ດ້ານການບໍລິຈາກເລືອດ ສາມາດເຮັດໄດ້ ຫລາຍຮູບແບບດັ່ງນີ້:
- ຈັດສຳມະນາ, ຈັດປະທະກະຖາ, ຈັດບັນລະຍາຍ, ຈັດແຂ່ງຂັນຕອບຄຳຖາມ (ວິທະຍຸໂທລະພາບ)
ກ່ຽວກັບການ ບໍລິຈາກເລືອດ ແລະເລື້ອງທີ່ກ່ຽວຂ້ອງ.
- ເຊີນມາ ທີ່ ສູນບໍລິຈາກເລືອດ, ສະແດງຄວາມຮັບຕ້ອນ ຢ່າງອົບອຸ່ນ ແລະເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບ
ການບໍລິຈາກເລືອດ.
- ທ່ອງທ່ຽວ ເພື່ອສຸກຂະພາບ: ຂັບລົດໄປຕາມບໍລິເວນເທດສະບານ ຫລື ຊົນນະບົດເພື່ອແຈກຢາຍຂໍ້ມູນຂ່າວສານ
ກ່ຽວກັບການບໍລິຈາກເລືອດ
ແບບຕື່ນຕົວສະຫມັກໃຈບໍ່ຮຽກຮ້ອງສິ່ງຕອບແທນ.
- ຈັດຕັ້ງແຂ່ງຂັນ ກ່ຽວກັບການສ້າງແຜ່ນປ້າຍ, ປົດສະເຕີ, ຄຳຂັວນ, ສະຕິກເກີ, ຫມວກ, ປາກກາ, ເສື້ອຍືດທີ່ມີຄວາມຫມາຍເລິກເຊິ່ງ.
- ແຈກຢາຍປົດສະເຕີ, ແຜ່ນພັບ, ຫລືສິ່ງອື່ນໆ ທີ່ມີຂໍ້ມູນຂ່າວສານກ່ຽວກັບການບໍລິຈາກເລືອດ.
- ຈັດຍ່າງ ຂໍການອຸບປະຖຳ ເພື່ອສະຫນັບສະຫນູນ ກິດຈະກຳທີ່ດຳເນີນຢູ່.
2. ກ່ຽວກັບການສະແດງຄວາມຂອບໃຈ ຕໍ່ຜູ້ບໍລິຈາກເລືອດຜ່ານມາ ແລະ ຊຸກຍູ້ສົ່ງເສີມການບໍລິຈາກເລຶອດ ຢ່າງສະຫມ່ຳສະເຫມີ ແລະ ການດຳລົງຊີວິດ ທີ່ມີສຸກຂະພາບເຂັ້ມແຂງ.
- ສົ່ງຝາກຄວາມຂອບໃຈ ເຖິງຜູ້ບໍລິຈາກເລືອດທັງຫລາຍ ຜ່ານສຽງເພງ, ບັດອວຍພອນຈົດ ຫມາຍຈາກຜູ້ບໍລິຈາກເລືອດ, ໂທລະສັບ, ປະກາດທາງຫນັງສືພິມ, ອື່ນໆ...
- ຈັດພິທີ ມອບລາງວັນ, ມອບໃບຍ້ອງຍໍຊົມເຊີຍ ໃຫ້ແກ່ ຜູ້ທີ່ບໍລິຈາກເລືອດ ຫລາຍເທື່ອ ທີ່ບໍລິຈາກເລືອດ ຢ່າງສະຫມ່ຳສະເຫມີ.
- ຈັດວາງກະດານຂ່າວຕາມຊຸມຊົນ ທີ່ຂຽນເຖິງ
ຜູ້ທີ່ບໍລິຈາກເລືອດຫລາຍເທື່ອ ແລະ ສານແຫ່ງຄວາມຂອບໃຈຈາກ ຜູ້ທີ່ຮັບເລືອດ.
- ຈັດງານລ້ຽງສ້າງສັນ ຮ່ວມກັບຜູ້ບໍລິຈາກເລືອດ ຫລາຍເທື່ອ ແລະ ຜູ້ບໍລິຈາກເລືອດຫນຸ່ມທີ່ບໍລິຈາກຄັ້ງທຳອິດ, ເຊີນຄົນເຈັບຜູ້ຮັບເລືອດ ທີ່ຮູ້ຈັກດີ ມາກ່າວຄຳເຫັນ.
- ໂຄສະນາແບບຊຸກຍູ້ຊັກຊວນ ໃຫ້ຜູ້ບໍລິຈາກເລືອດສະຫລອງວັນເກີດ ໂດຍການໃຫ້ຂອງຂັວນ ດ້ວຍການບໍລິຈາກເລືອດ.
- ຈັດຄອນເສີດ ສຳລັບຊາວຫນຸ່ມ, ສະເຫລີມສະຫລອງ ການມີສ່ວນຮ່ວມຂອງເຂົາເຈົ້າ ແລະ ເນັ້ນຫນັກຄວາມສຳຄັນແຫ່ງການດຳລົງຊີວິດ ທີ່ເຕັມໄປດ້ວຍສຸກຂະພາບ ແລະ ບໍ່ມີຄວາມສ່ຽງໃດໆ.
- ເຊີນບັນດາທ່ານຫມໍ ຫລືພະຍາບານ ເພື່ອບັນລະຍາຍ ເຖິງຜູ້ບໍລິຈາກເລືອດ
ຊຶ່ງແມ່ນຜູ້ຮ່ວມງານຫນຶ່ງຂອງວຽກງານສຸກຂະພາບ ແລະ ສົ່ງຂ່າວສານກ່ຽວກັບ ຄວາມສຳຄັນໃນການຮັກສາສຸກຂະພາບ ຂອງເຂົາເຈົ້າ ແລະ ບໍລິຈາກເລືອດ ດ້ວຍຄວາມຮັບຜິດຊອບ.
- ຕິດຕໍ່ພົວພັນຜູ້ບໍລິຈາກເລືອດ ຫລາຍເທື່ອ ເພື່ອຊອກຊ່ອງທາງໃຫ້ເຂົາເຈົ້າ ຊ່ວຍໃນການດຶງດູດຜູ້ບໍລິຈາກເລືອດ.
3. ກ່ຽວກັບການປຸກລະດົມຜູ້ບໍລິຈາກເລືອດໃຫມ່:
- ຈາກປະສົບປະການ ເຫັນວ່າຜູ້ບໍລິຈາກເລືອດຫລາຍເທື່ອ ແມ່ນຜູ້ທີ່ປຸກລະດົມຜູ້ບໍລິຈາກເລືອດໄດ້ດີ. ການພົວພັນແບບສ່ວນຕົວຂອງເຂົາເຈົ້າແມ່ນຫນຶ່ງ
ໃນວິທີ ທີ່ມີປະສິດທິຜົນ ທີ່ສຸດກ່ຽວກັບອະທິບາຍເຊີນຊວນ.
- ສ້າງແຜ່ນພັບ ສຳລັບວັນຜູ້ບໍລິຈາກເລືອດໂລກ, ຮຽກຮ້ອງໃຫ້ຜູ້ບໍລິຈາກເລືອດ ເຊີນຊວນ ເພື່ອນມິດສະຫາຍ ແລະ ຄອບຄົວ ບໍລິຈາກເລືອດ.
- ສ້າງເວບໄຊ ໃຫ້ຄົນສາມາດນຳໃຊ້ ເພື່ອຮັບຊາບຂໍ້ມູນຂ່າວສານການບໍລິຈາກເລືອດ
ແລະນັດຫມາຍບໍລິຈາກ
ເລືອດ.
- ຊຸກຍູ້ ບັນດາໂຮງຮຽນ, ຊຸມຊົນ ຫລືກຸ່ມລະຄອນ
ອາຊີບສ້າງລະຄອນກ່ຽວກັບຄວາມຕ້ອງການເລືອດປອດໄພ.
- ຈັດຂະບວນການກິລາ ລະຫວ່າງ ຜູ້ບໍລິຈາກເລືອດ ແລະຊຸມຊົນ ເຊັ່ນເຕະບານ
ຫລື ອື່ນໆຊີ້ໃຫ້ເຫັນເຖິງການບໍ
ລິຈາກເລືອດ ບໍ່ມີຜົນຮ້າຍຕໍ່ສຸກຂະພາບ.
4. ກ່ຽວກັບ ການລະດົມສື່ມວນຊົນ ແລະພາກສ່ວນເອກກະຊົນ ເພື່ອສົ່ງເສີມການບໍລິຈາກເລືອດ:
- ພົວພັນ ສື່ມວນຊົນທ້ອງຖິ່ນ ຫລື ແຫ່ງຊາດ
ກ່ອນວັນຜູ້ບໍລິຈາກເລືອດໂລກ ເພື່ອໃຫ້ເຂົາເຈົ້າ ສະຫນັບສະຫນູນ ອອກຂ່າວໂຄສະນາກ່ຽວກັບການບໍລິຈາກເລືອດ, ຂ່າວກ່ຽວກັບຜູ້ບໍລິຈາກເລືອດ
ຫລືຄົນເຈັບຜູ້ຮັບເລືອດ ແລະ ເຊີນຊວນການບໍລິຈາກເລືອດ.
- ເຊີນນັກຂ່າວມາບໍລິຈາກເລືອດ ແລະ ກ່າວເຖິງສະພາບປະສົບການ ແລະ ຄວາມຮູ້ສຶກຂອງເຂົາເຈົ້າເອງ ຕໍ່ການບໍລິຈາກ.
- ສ້າງສະປອດໂທລະພາບ ຫລືວິທະຍຸ ສົ່ງເສີມການບໍລິຈາກເລືອດ, ຖ້າເປັນໄປໄດ້ກໍ ເຮັດການສະເຫລີມສະຫລອງ
ລະດັບຊາດ/ລະດັບທ້ອງຖິ່ນ ແລະ ເຊີນວິທະຍຸຖ່າຍທອດໃຫ້ລ້າໆ. ຖືວ່າແມ່ນວຽກສາທາລະນະ.
- ໃຫ້ນັກທຸລະກິດມາມີສ່ວນຮ່ວມ ໂດຍຊຸກຍູ້ໃຫ້ເຂົາເຈົ້າໂຄສະນາ ກ່ຽວກັບວັນຜູ້ບໍລິຈາກເລືອດໂລກ ຢູ່ໃນວຽກໂຄສະນາການຕະຫລາດ ຂອງເຂົາເຈົ້າ ແລະ ຈັດຮັບບໍລິຈາກເລືອດ ຢູ່ສຳນັກງານເຂົາເຈົ້າອອກຫນັງສືພິມ ສະແດງຄວາມ
ຂອບໃຈບໍລິສັດ ທີ່ເຂົ້າຮ່ວມ.
- ຮ້ອງຂໍໃຫ້ບໍລິສັດໂທລະສັບ ໂຄສະນາວັນຜູ້ບໍລິຈາກເລືອດໂລກ ໂດຍສົ່ງຂໍ້ຄວາມກ່ຽວຂ້ອງຫາລູກຄ້າ ໃນວັນທີ 14 ເດືອນ ມິຖຸນາ.
- ຈັດຮັບບໍລິຈາກເລືອດ ໃນວັນທີ 14 ພ້ອມໃຫ້ດອກໄມ້ ເປັນຂອງຂັວນ ຜູ້ບໍລິຈາກເລືອດ.
5. ສ້າງຄູ່ຮ່ວມງານ:
- ຂໍຄວາມຊ່ວຍເຫລືອຈາກບັນດາທ່ານຫມໍຫລືພະຍາບານ ເພື່ອຊ່ວຍຊຸກຍູ້ໃຫ້ຜູ້ບໍລິ ຈາກເລືອດເພື່ອຄອບຄົວ
ຫລື ຫມູ່ເພື່ອນ ໃຫ້ເປັນຜູ້ບໍລິຈາກເລືອດ ເພື່ອທົ່ວໄປ ໂດຍບໍ່ຫວັງຄ່າຕອບແທນໃດ.
- ປະສານງານກັບ ສະມາຄົມຄົນເຈັບທີ່ໃສ່ເລືອດປະຈຳ,(ຖ້າຫາກມີ)
ຕົວຢ່າງ ພະຍາດຕາລັດເຊເມີ.
(Thalassemie), ພະຍາດເຮໂມຟີລີ (Hemophilie), ມະເຮັງ, ຜູ້ຖືກກະທົບ, ໂດຍໃຫ້ເຂົາເຈົ້າ ຂຽນຈົດຫມາຍ
ຂອບໃຈຕໍ່ຜູ້ບໍລິຈາກເລືອດ ຜ່ານຫນັງສືພິມ, ຜ່ານວິທະຍຸໂທລະພາບ ຫລື ຂຽນຈົດຫມາຍຫາຂັ້ນນຳກ່ຽວກັບຄວາມ
ສຳຄັນຂອງການເຮັດໃຫ້ວຽກງານ ການບໍລິການເລືອດ ແຫ່ງຊາດ ມີຄວາມເຂັ້ມແຂງ.
- ຮ້ອງຂໍໃຫ້ກຸ່ມເຕັກໂນໂລຊີ ຂ່າວສານຊ່ວຍໃນການກະຈາຍ
ຂໍ້ມູນຂ່າວສານຂອງ ຜູ້ບໍລິຈາກເລືອດ.
|
|