| |
ໜ້າທີ່ຂອງແຕ່ລະພາກສ່ວນ
1. ຫ້ອງການບໍລິຫານ
- ເປັນເສນາທິການໂດຍກົງ ໃຫ້ແກ່ການນຳຂອງອົງການກາແດງລາວ.
- ເປັນໃນກາງໃນການຄຸ້ມຄອງບໍລິຫານອົງການກາແດງລາວ.
- ຊຸກຍູ້ການຈັດຕັ້ງປະຕິບັດກົດລະບຽບຕ່າງໆ ທີ່ໄດ້ປະກາດໃຊ້.
- ສະຫລຸບສັງລວມ ແລະ ຂື້ນແຜນງົບປະມານປະຈຳປີ, 06 ເດືອນ ແລະ
ປະຈຳໄຕມາດ.
- ຄຸ້ມຄອງແຫລ່ງທຶນ (ລາຍຮັບ-ລາຍຈ່າຍ) ທີ່ໄດ້ມາຈາກງົບປະມານ
ຂອງລັດ, ຈາກການຂົນ ຂວາຍການສຸສົນ ແລະ
ຈາກການຊ່ວຍເຫລືອຂອງສາກົນ, ເພື່ອນຳໃຊ້ໃຫ້ຖືກເປົ້າໝາຍ.
- ພົວພັນປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ນັບທັງພາຍໃນ ແລະ
ຕ່າງປະເທດ.
- ສັງລວມສະພາບຮອບດ້ານ,
ຕິດຕາມກວດກາປະເມີນຜົນໃນການປະຕິບັດກິດຈະກຳຕ່າງໆ ຂອງອົງການກາ ແດງລາວ.
- ຄຸ້ມຄອງ ແລະ ຂື້ນແຜນການຍົກລະດັບພະນັກງານ ໃນດ້ານຕ່າງໆ
ນັບທັງພາຍໃນ ແລະ ຕ່າງປະເທດ.
- ປະຕິບັດນນະໂຍບາຍ ຕໍ່ພະນັກງານລັດຖະກອນ ຂອງອົງການກາແດງລາວ.
- ສະເໜີຂັ້ນເທິງເພື່ອແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນ, ຍ້ອງຍໍ,
ປະຕິບັດວິໃນ ແລະ ປົດຕຳແໜ່ງ ພະນັກງານ ຂອງ ອົງການກາແດງລາວ.
- ຄູ້ມຄອງມະຫາພາກວາງແຜນ ເພື່ອພັດທະນາກາແດງສາຂາທ້ອງຖິ່ນໃນທົ່ວປະເທດ.
- ຄູ້ມຄອງລະບົບເອກະສານ ແລະ ລະບຽບການຕ່າງໆ
ພາຍໃນອົງການກາແດງລາວ.
- ອອກໃບແຈ້ງການຕາມຂອບເຂດສິດ ຂອງຫ້ອງການໃຫ້ແກ່ສູນກາງ,
ບັນດາກອງ ແລະ ກາແດງສາຂາທ້ອງຖິ່ນ.
2.ສູນບໍລິຈາກເລືອດ
- ເປັນເສນາທິການ ໃຫ້ອົງການກາແດງລາວ ໃນການຄົ້ນຄ້ວາວາງແຜນການ,
ໂຄສະນາປຸກລະດົມຈັດຫາເລືອດ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ.
- ວິເຄາະວິໄຈເລືອດ, ເລືອດທຸກຖົງຕ້ອງຮັບປະກັນຄວາມປອດໄພ
ປາສະຈາກເຊື້ອໂລກ ພ້ອມດຽວກັນກໍ່ເຮັດ ການຄົ້ນຄ້ວາວິທະຍາສາດອີກດ້ວຍ.
- ຄູ້ມຄອງ
ແລະ ນຳໃຊ້ເລືອດໃຫ້ຖືກຕ້ອງ, ຄົ້ນຄ້ວາລະບອບລະບຽບການ, ຂໍ້ກຳນົດ ແລະ
ນະໂຍບາຍຕ່າງໆ ຕໍ່ຜູ້ບໍລິຈາກເລືອດ ແລະ ຜູ້ນຳໃຊ້ເລືອດ.
- ປຸກລະດົມຂົນຂວາຍອາສາສະໝັກ
ປະກອບສ່ວນໃນວຽກງານຕ່າງໆຂອງສູນບໍລິຈາກເລືອດ.
- ເປັນກອງເລຂາ
ຂອງຄະນະກຳມະການ ສົ່ງເສີມຜູ້ບໍລິຈາກເລືອດ ແລະ ສົ່ງເລືອດແຫ່ງຊາດ.
3. ກອງສົ່ງເສີມສຸຂະພາບຊູມຊົນ
- ເປັນເສນາທິການໃຫ້ອົງການກາແດງລາວ ໃນການຄົ້ນຄ້ວາ ແລະ
ຈັດຕັ້ງປະຕິບັດວຽກງານ ປົກປັກຮັກສາສຸ ຂະພາບຂອງປະຊາຊົນ ຜູ້ທຸກຍາກ, ດ້ອຍໂອກາດ, ຫ່າງໄກສອກຫລີກ
ໂດຍແນໃສ່ວຽກງານກັນພະຍາດ ເປັນຕົ້ນຕໍ.
- ຈັດຕັ້ງປະຕິບັດ, ຜັນຂະຫຍາຍວຽກງານປະຖົມພະຍາບານຢ່າງກ້ວາງຂວາງ.
- ສ້າງຈິດສຳນຶກ ໃຫ້ເຍົາວະຊົນ
ຊາວໜຸ່ມ ໃນວຽກງານປະຖົມພະຍາບານ ຄຽງຄູ່ກັບການປ້ອງກັນໂລກເອດ, ການສະໝັກໃຈບໍລິຈາກເລືອດ, ການຫ້າງຫາກະກຽມ ເພື່ອຕອບໂຕ້ໄພພິບັດ ແລະ
ການຮັກສາສຸຂະພາບ ຂັ້ນຕົ້ນ ຂອງຊຸມຊົນ.
- ຮ່າງນະໂຍບາຍ, ຂໍ້ກຳນົດ, ກົດລະບຽບໃຫ້ນັກປະຖົມພະຍາບານ ໃນການຮັບໃຊ້ຜູ້ປະສົບເຄາະຮ້າຍ ຈາກໄພ ທຳມະຊາດ ແລະ ອຸບັດຕິເຫດບົນທ້ອງຖະໜົນຫລວງ.
- ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເຊັ່ນ:
ກະຊວງສາທາລະນະສຸກ, ກະຊວງສຶກສາ ແລະ ອົງການ ຈັດຕັ້ງມະຫາຊົນ.
- ຂົນຂວຍເອົາສະມາຊິກ ອາສາສະໝັກກາແດງ ຢ່າງກ້ວາງຂວາງ ແລະ
ສຶກສາອົບຮົມເຂົາເຈົ້າ ເປັນພົນລະ ເມືອງດີ, ມີມາລະຍາດດີໃນສັງຄົມ, ຮູ້ຈັກອະນຸລັກຮັກສາ ວັດທະນາທຳຂອງຊາດ ແລະ
ຮີດຄອງປະເພນີ ອັນດີງາມຂອງປະ
ຊາຊົນເຜົ່າຕ່າງໆ, ຮູ້ຈັກຊ່ວຍເຫລືອສຸກເສີນ ໃນການ ປະຖົມພະຍາບານ
ແລະ ໃຫ້ການ ສຶກສາອົບຮົມ ດ້ານວິຊາ
ຊີບຕ່າງໆ.
4. ກອງຂົນຂວາຍການກຸສົນ
- ໂຄສະນາເຜີຍແຜ່ ພາລະບົດບາດ ໜ້າທີ່ການເຄື່ອນໄຫວ ຂອງອົງການກາແດງລາວ ອອກສູ່ມວນຊົນ ຢ່າງ ກ້ວາງຂວາງ.
- ເປັນໃຈກາງໃນການປະສານສົມທົບ
ກັບຄະນະກຳມະການ ເພື່ອຂົນຂວາຍການກຸສົນສ້າງແຫລ່ງ ລາຍຮັບຈາກ ການບໍລິຈາກຂອງສັງຄົມ ເພື່ອເປັນທຶນຮອນ ນຳໃຊ້ເຂົ້າໃນການຊ່ວຍເຫລືອ ບັນເທົາທຸກ ແກ່ປະຊາຊົນບັນດາ ເຜົ່າທີ່ທຸກ
ຍາກຂາດເຂີນ.
- ຈັດພິມປື້ມ,
ວາລະສານ ແລະ ຮູບການເຄື່ອນໄຫວຕ່າງໆ.
- ສືບທາວຫາຍາດພີ່ນ້ອງ ທີ່ພັດພາກຈາກກັນ
ຕາມການສະເໜີ ຂໍການຊ່ວຍເຫລືອຈາກສັງຄົມ ທັງພາຍໃນ ແລະ
ຕ່າງປະເທດ.
5. ກອງຫ້າງຫາກະກຽມຕອບໂຕອຸປະຕິໄພບັນເທົາທຸກ
- ເປັນເສນາທິການ ໃຫ້ອົງການກາແດງລາວ ໃນການວາງແຜນ ເກັບກຳຂໍ້ມູນສະຖິຕິຜູ້ປະສົບໄພ
ທີ່ມາຈາກ ທຳມະຊາດ ແລະ ມະນຸດສ້າງຂື້ນ, ປະຊາຊົນທີ່ສ່ຽງໄພສູງ
ແລະ ຜູ້ທຸກຍາກຂາດເຂີນ ໃນຊຸມຊົນ ໂດຍມີ ການສົມທົບກັບ
ອຳນາດ ການປົກຄອງທີ່ກ່ຽວຂ້ອງຕ່າງໆ.
- ຝຶກອົບຮົມອາສາສະໝັກ, ສ້າງຄູຝຶກ ກະກຽມຕອບໂຕ້ອຸປະຕິໄພ ແລະ ບັນເທົາທຸກ.
- ຂົນຂວາຍ
ແລະ ຈັດຕັ້ງອາສາສະໝັກ ເຂົ້າເປັນຄະນະກຳມະການ ຫ້າງຫາກະກຽມ ແລະ
ຕອບໂຕໄພພິບັດ ແຕ່
ລະຂັ້ນ.
- ຂົນຂວາຍ ແລະ ຈັດຕັ້ງອາສາສະໝັກເຂົ້າເປັນຄະນະກຳມະການຫ້າງຫາກະກຽມ ແລະ
ຕອບໂຕ້ໄພພິບັດ ແຕ່ລະຂັ້ນ.
- ຂື້ນແຜນຮັບເອົາທຶນຈາກແຫລ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຫລື
ສົ່ງຈົດໝາຍຮຽກຮ້ອງໄປຍັງ ກາແດງປະເທດເພື່ອນມິດ ໂດຍຜ່ານສະຫະພັນກາແດງ
ແລະ ຊີກວົງເດືອນແດງສາກົນ ເພື່ອຂໍການຊ່ວຍ ເຫລືອດ້ານມະນຸດສະທຳ ແກ່ຜູ້ທຸກຍາກຂາດເຂີນ ດ້ອຍໂອກາດ ແລະ ປະສົບໄພພິບັດຕ່າງໆ.
- ປະສານສົມທົບກັບ ການຈັດຕັ້ງຂອງອົງການກາແດງ ລາວ ແຕ່ສູນກາງ ແລະ
ທ້ອງຖິ່ນ ໃນທົ່ວປະເທດ, ນອກນັ້ນ
ກໍ່ປະສານສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ, ຫ້ອງການ
ກອງເລຂາ ແລະ ບ່ອນອື່ນໆ.
- ຄູ້ມຄອງ ແລະ ຂື້ນແຜນຍົກລະດັບວິຊາການດ້ານຕ່າງໆ ໃຫ້ພະນັກງານຢູ່ພາຍໃນ
ແລະ ຕ່າງປະເທດ.
- ຄູ້ມຄອງລະບົບສາງມ້ຽມເຄື່ອງ ຢູ່ສູນກາງ ແລະ ຢູ່ແຕ່ລະພາກ: ພາກໃຕ້,
ພາກກາງ ແລະ ພາກເໜືອ.
|
|