ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

ຕ້ອງການຊ່ວຍເຫຼືອ
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ການບໍລິຈາກ

ບຸກຄົນ, ບໍລິສັດ, ຫ້າງຮ້ານ ຫຼື ອົງການຈັດຕັງ, ກະຊວງທະບວງກົມ, ສະມາຄົມໃດ ທີ່ມີໃຈບຸນໃຈກຸສົນ ຢາກບໍລິ ຈາກວັດຖຸສິ່ງຂອງເກົ່າ ຫຼື ໃໝ່ , ເງິນສົດ, ວັດຖຸອື່ນໆ  ເພື່ອໄປຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ຜູ້ປະສົບເຄາະຮ້າຍ ຈາກໄພພິບັດ ທຳມະຊາດ ແລະ ທີ່ມະນຸດສ້າງຂຶ້ນ, ຈະປະສົງອອກນາມ ຫຼື ບໍ່ອອກນາມສາມາດ ບໍລິຈາກໄດ້ທີ່ ໝາຍເລກບັນຊີ:
  • A/C Lak 00-4548 000 12734 LDB (ນ້ຳພຸ)
  • ຫຼື  A/C Baht 02-4548 000 04983 LDB (ນ້ຳພຸ)
  • ຫຼື A/C US$ 010-01-4542 000 94-6 BCEL
  • ຊື່ບັນຊີ : LAO RED CROSS

ເນື່ອງໃນວັນກາແດງໂລກ ພວກເຮົາໄດ້ເປີດຮັບການ ບໍລິຈາກເລືອດ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອຊ່ວຍຊີວິດ ເພືອນມະນຸດ ຜູ້ທີ່ກຳລັງຕ້ອງການການປິ່ນປົວດ້ວຍເລືອດ. ທ່ານສາມາດໄປບໍລິຈາກໄດ້ ທີ່ສູນບໍລິຈາກເລືອດ ອົງ ການກາແດງລາວ, ຕັ້ງຢູ່ທີ່ຖະໜົນໄຜ່ໜາມ ຕໍ່ໜ້າບ້ານພັກ ກະຊວງສຶກສາ ໂທລະສັບ 856 21 214 763  ຫຼື 85621 21 8922. ແລະ ນອກຈາກວັນພິເສດທີ່ກ່າວມາເທິງນີ້  ພວກເຮົາຍັງເປີດຮັບ ບໍລິຈາກເລືອດແຕ່ລະວັນ ຢ່າງເປັນປົກກະຕິ ຫຼື ມາພົວພັນນຳອົງການກາແດງລາວ (ສູນກາງ) ໂດຍກົງໃນໂມງລັດຖະການ.
ໂທລະສັບ: 85621253014,  216610, 215762,
ມືຖື: 020 2249180 ຫຼື 020 5996436
ແຟັກ: 85621 212128, 215935.

* ການບໍລິຈາກຂອງທ່ານ ຕ້ອງການໃຫ້ພວກເຮົາ ຊ່ວຍໃຜ  ພາກສ່ວນໃດ ເມືອງ ຫຼື ແຂວງໃດ ຫຼື ທ່ານ ມີໂອ ກາດໄປມອບຮັບດ້ວຍຕົນເອງກໍໄດ້.  ຖ້າທ່ານບໍ່ສະດວກ  ພວກເຮົາຈະເຮັດໜ້າທີ່ໄປມອບຕ່າງ ແລ້ວຈະເຮັດລາຍ ງານລະອຽດເຖິງ ທ່ານຢ່າງເປັນປົກກະຕິ.
* ຫວັງຢ່າງຍິ່ງວ່າ ຈະໄດ້ຮັບນ້ຳໃຈອັນປະເສີດ ແລະຄວາມຮ່ວມມື ທີ່ເປັນມະຫາກຸສົນຍິ່ງໃຫຍ່ ຈາກທ່ານ.
* ນ້ຳໃຈພຽງເລັກນ້ອຍຈາກທ່ານ ອາດຊ່ວຍຜູ້ດ້ອຍໂອກາດ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

 

 

 

 

 

 

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail