ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

ຕ້ອງການຊ່ວຍເຫຼືອ
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ບັນທຶກເຫດການເດັ່ນ

* ຄຳຄິດຄຳເຫັນຂອງທ່ານ ດຣ. ສນິວຸຣັຊ ສຣະມະນີ ປະທານອົງການກາແດງລາວ ກ່ຽວກັບ ການເປີດເວບໄຊຂອງອົງການກາແດງລາວ (ນະຄອນຫລວງວຽງຈັນ ວັນທີ 14  ມິຖຸນາ 2007 ).

ໃນຍຸກໂລກາພິວັດ, ກ້າວເຂົ້າຕົ້ນສັດຕະວັດ ທີ່ 21, ການຄົມມະນາຄົມສື່ສານໄດ້ກ້າວຂຶ້ນຢ່າງແຂງແຮງ ແລະ ວ່ອງ ໄວ, ທັນການ. ຂ້າພະເຈົ້າຄິດວ່າ: ການເປີດນຳໃຊ້ເວບໄຊ ຂອງອົງການກາແດງລາວໃນມື້ນີ້ ກໍ່ແມ່ນການມີໜ້າ ເຂົ້າ ເຖິງ ບັນດາຂໍ້ມູນຂ່າວສານຂອງໂລກທີ່ກ້ວາງໄກ ແລະ ທັນກັບຄວາມຕ້ອງການ ຂອງການພັດທະນາ ພາຍໃນອົງການ ກາແດງ ຂອງລາວເຮົາ ດ້ວຍເຫດວ່າ:ໃນຢຸກໃນຍຸກປະຈຸບັນ ໃຜມີພື້ນຖານຂໍ້ມູນຫລາຍ ແລະ ຊັດເຈນ ກໍ່ສາມາດເອົາ ມານຳໃຊ້ ເປັນປະໂຫຍດ ຕໍ່ກັບສະພາບຄວາມເປັນຈິ່ງຂອງການພັດທະນາເສດຖະກິດ - ສັງຄົມ ກໍ່ຄືການສຶກສາດ້ວຍ ຫລາຍແງ່ມູມ ທີ່ແຕກຕ່າງ. ອົງການກາແດງລາວ, ກໍ່ເປັນອົງການມະນຸດສະທຳໜຶ່ງ ທີ່ມີຄວາມຕ້ອງການ ບັນດາຂໍ້ມູນ ຂ່າວສານ ຂອງໂລກທີ່ຫລາກຫລາຍ ແຕກຕ່າງກັນໄປ, ເພື່ອຈະນຳເອົາມາເປັນບົດຮຽນ ຫລື ປະຍຸກນຳໃຊ້ຕາມຄວາມ ຕ້ອງການ ຂອງສະພາບການພາຍໃນຂອງ ອົງການ ເຊິ່ງ ເຫັນວ່າ ຈະເປັນປະໂຫຍດ ຕໍ່ບັນຫາລວມ, ນັ້ນຄືທາດແທ້ ຂອງຄວາມຕ້ອງການຕົວຈິງ, ຄວນມີໄວ້ຕາມທ່າອ່ຽງ ລວມຂອງຍຸກໄອທີ (IT).

ເມື່ອໄດ້ເປີດການນຳໃຊ້ຂື້ນມາແລ້ວ, ໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບຕ້ອງໄດ້ເພີ້ມ ຄວາມຮັບຜິດຊອບ ແລະ ຈັດສົ່ງ ຖານຂໍ້ມູນປະຈຳວັນ ທີ່ພົວພັນເຖິງການເຄື່ອນໄຫວຂອງຂະບວນການກາແດງໂລກ ໃຫ້ຄະນະນຳຮູ້ເປັນປະຈຳ ເພື່ອຈະ ໄດ້ມີການວິ ເຄາະແຕ່ລະບັນຫາ ແລະ ນຳເອົາບັນຫາໃດຄວນມາເປັນທິດທາງຕໍ່ການ ພັດທະນາອົງການ ກາແດງ ລາວ ໃຫ້ກ້າວໜ້າຂຶ້ນ ເປັນແຕ່ລະໄລຍະດ້ວຍ. ໃນກາລະໂອກາດ ອັນເປັນສິລິມົງຄຸນນີ້, ຂໍສະແດງ ຄວາມຮູ້ບຸນຄຸນ ຕໍ່ສະພາ ກາແດງປະເທດເພື່ອມິດ ທີ່ໃຫ້ການສະໜັບສະໜູນກໍ່ ຄືຄະນະກຳມະການ ກາແດງສາກົນ ທີ່ໃຫ້ການອຸ້ມຊູ ຕໍ່ວຽກງານ ດັ່ງກ່າວມານີ້.


* ຄຳເຫັນ ຂອງ ທ່ານ ດຣ. ກິແດງ ທຳມະລັງສີເລຂາທິການໃຫຍ່ ກາແດງລາວ ຕໍ່ການເປີດເວບໄຊທ໌ ກາແດງລາວ
ສະບາຍດີ ທ່ານທີ່ນັບຖື ແລະ ຮັກແພງ ເລິ່ມແຕ່ສ້າງຕັ້ງຄືວັນທີ1 ມັງກອນ ປີ 1955 ແລະ ໂດຍສະເພາະໃນຊຸມປີ ເກົ້າສິບເປັນຕົ້ນມາ ກາແດງລາວໄດ້ມີຖານະທາງດ້ານກົດຫມາຍ ອະນຸມັດຈາກການຈັດຕັ້ງ ຂັ້ນເທີງ ໂດຍສະເພາະມີ ດຳລັດ ນາຍົກ ລັດຖະມົນຕີ ເລກທີ 36/ນຍ ຊື່ງຮັບຮູ້ “ພາລະບົດ ບາດການເຄື່ອນໄຫວ ໂຄງຮ່າງການຈັດຕັ້ງຂອງ ກາແດງລາວ ໃນຂອບເຂດທົ່ວປະເທດ ບົນພື້ນຖານຫຼັກການມະນຸດສະທຳສາກົນ”. ການນຳຂອງອົງການ ກາແດງລາວ ໄດ້ເອົາໃຈໃສ່ໃນ ການສ້າງຂີດຄວາມສາມາດໃນຫຼາຍດ້ານ ທັງແນໃສ່ການພັດທະນາ ໂດຍສະເພາະເອົາໃຈໃສ່ ບັນ ຫາຊັບພະຍາກອນ ການບໍລິການໃຫ້ເຂົ້າເຖີງປະຊາຊົນ ທີ່ຢູ່ສອກຫຼີກ ແລະ ຫ່າງໄກ ທີ່ຂາດການບໍລິການ ທາງດ້ານ ການຮັກສາສຸຂະພາບກໍຄື ຜູ້ປະສົບໄພພິພັດ.

ຄຽງຄູ່ກັນນັ້ນ ພາຍຫຼັງປະສົບຜົນສຳເລັດ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ 5 ປີ ຄັ້ງທີ 1 ຄື 2001-2005 ກາແດງລາວ ຍັງໄດ້ສືບຕໍ່ສ້າງແຜນ ຍຸດທະສາດຍາວນານ ປີ 2006-2010 ມີວິໄສທັດພາລະໜ້າ ແລະ ທິດທາງ ອັນຈະແຈ້ງ ແລະ ແນໃສ່ ສີ່ຂົງເຂດວຽກງານ ຕາມພາລະບົດບາດ ຂອງອົງການກາແດງ ຄື: ວຽກງານ ຮັກສາສຸຂະ ພາບ ຂອງຊຸມຊົນ, ວຽກງານ ຄຸ້ມຄອງໄພພິບັດ, ວຽກງານສົ່ງເສີມກົດໝາຍມະນຸດສະທຳສາກົນ ແລະ ຄຸນຄ່າຂອງ ຫຼັກການພື້ນຖານມະນຸດສະທຳ, ວຽກງານພັດທະນາອົງການ.

ໂດຍເຫັນຄວາມສຳຄັນໃນພາລະບົດບາດ ຂອງກາແດງຄື ໃຫ້ການຊ່ວຍໜູນ ໃຫ້ແກ່ອຳນາດການປົກຄອງ ກໍຄືລັດຖະ ບານ ການສົ່ງຂໍ້ໝູນຂ່າວສານ ກໍເປັນພາຫານະສຳຄັນ ເພື່ອໃຫ້ພໍ່ແມ່ ປະຊາຊົນ ເຂົ້າເຖີງການຈັດຕັ້ງ ປະຕິບັດແນວ ທາງມະນຸດທຳ ຜ່ານກາແດງລາວ ຊຶ່ງການເປີດ website ຂອງກາແດງລາວ ຍັງສົ່ງເສີມການສະເຫຼີມ ສະຫຼອງ ວັນ ບໍລິຈາກເລືອດໂລກ ຈັດໃນວັນທີ 14 ມິຖຸນາ, 2007 ທີ່ ຫໍວັດທະນະທຳວຽງຈັນ ເພື່ອຊົມເຊີຍຜູ້ຊ່ວຍຊີວິດຄົນເຈັບ ດ້ວຍການບໍລິຈາກເລິອດ.  

ໃນເບື້ອງຕົ້ນ ກາແດງລາວ ຈະມີພຽງພາສາລາວກ່ອນ ອີກປະມານເດືອນ ສິງຫາສົກນີ້ ພາສາອັງກິດ ຈະອອກມາສູ່ ສາຍຕາທ່ານຜູ້ສົນໃຈ.  

ດັ່ງນັ້ນ ຈຶ່ງເຊີນທ່ານທັງຫຼາຍເຂົ້າ Website ກາແດງລາວ ເພື່ອສຶກສາຂໍ້ມູນ - ຂ່າວສານ ທີ່ເປັນປະໂຫຍດແກ່ທ່ານ ໂດຍສະເພາະມີປະໂຍດໃນວຽກງານ ຂອງທ່ານ.    

ທ້າຍສຸດນີ້ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ກາແດງເພື່ອນມິດອົງການຈັດຕັ້ງ ພາຍໃນ ແລະ ຕ່າງປະ ເທດ ທີ່ໃຫ້ການອຸ້ມຊູ ແລະ ຝາກຄຳຄິດຄຳເຫັນ ເພື່ອເຮັດໃຫ້ຖານຂໍ໊ມູນກາແດງລາວ ມີຄວາມອຸດົມສົມບູນ ແລະ ຮັ່ງມີ.


* ຫລຽນຄຳຫລຽນກຽດຕິຍົດອັນສູງສົ່ງຂອງອົງການກາແດງລາວ
ຫຼຽນຄຳຫຼຽນກຽດຕິຍົດອັນສູງສົ່ງຂອງອົງການກາແດງລາວ ນີ້ແມ່ນຄັ້ງ ປະຫວັດສາດ ຂອງອົງການກາແດງ ລາວ, ຊື່ງ ທ່ານ ດຣ. ສະນິວຸ ຣັຊສຣະມານີ, ປະທານອົງການກາແດງ ລາວ ໄດ້ຮັບກຽດປະດັບ ຫລຽນຄຳ ຈາກຄະນະກຳມາທິການ ປະດັບຫຼຽນຄຳ ຂອງສະພາກາແດງ ແຫ່ງຊາດ ແອດສປາຍ, ເຊິ່ງເປັນກຽດມອບໂດຍ ເຈົ້າຍິງຄຣິດ ສຕີນາ ແຫ່ງປະເທດ ດັ່ງກ່າວ, ເນື່ອງໃນວັນ ສະເຫລີມ ສະຫລອງ ວັນກາແດງ ສາກົນ ວັນທີ 08 ພຶດສະພາ 2007, ຄົບຮອບ 179 ປີ.

ພິທີສະເຫຼີມສະຫຼອງວັນທີ່ໄດ້ຮັບຫຼຽນຄຳ
ພິທີສະເຫລີມສະຫລອງ ວັນດັ່ງກ່າວ ແມ່ນຈັດຂື້ນທີ່ໂຮງໝໍມະໂຫລະສົດ ແຫ່ງຊາດ ທີ່ບາເຊໂລນາ, ປະເທດ ແອດສປາຍ. ທ່ານ ດຣ. ສະນິວຸຣັຊ ສຣະມະນີ ປະທານອົງການກາແດງລາວ ພ້ອມດ້ວຍພັນລະຍາ ໄດ້ເດີນ ທາງກັບມາຈາກການ ປະເທດ ສະເປນ ໃນວັນສຸກ ວັນທີ 11 ພຶດສະພາ 2007 ທີ່ສະໜາມບິນວັດໄຕ ທ່າມການບັນຍາກາດອັນອົບອຸ່ນ ແລະ ໜ້າ ພາກພູມໃຈ, ໂດຍການຕ້ອນຮັບ ຂອງທ່ານ ດຣ. ກິແດງ ທໍາມະລັງສີ (ເລຂາທິການໃຫຍອົງການ ກາແດງລາວ) ພ້ອມດ້ວຍພັນລະຍາ ແລະ ພະນັກງານ ອົງການກາແດງ ລາວ ຈໍານວນ ໜື່ງ. ທ່ານ ດຣ. ສະນິວຸຣັຊ ສຣະມະນີ ໄດ້ໃຫ້ສຳພາດແກ່ນັກຂ່າວພວກເຮົາວ່າ: “ຂ້າພະເຈົ້າມີຄວາມ ຮູ້ສຶກພາກພູມ ໃຈ ແລະ ດີໃຈຫລາຍທີ່ອົງການກາແດງລາວ ຂອງພວກເຮົາໄດ້ມີຜົນງານອັນດີເດັ່ນ ແລະ ໄດ້ຮັບກຽດ ອັນຍິ່ງໃຫຍ່ ໃນ ການຮັບຫລຽນຄຳ ກາແດງໃນຄັ້ງນີ້ ແລະ ນີ້ກໍ່ແມ່ນຫລຽນຄຳ ກາແດງຫລຽນທຳອິດ ທີ່ອົງການກາແດງ ລາວໄດ້ ຮັບຈາກກາ ແດງແອດສປາຍ, ໂດຍແມ່ນ ເຈົ້າຍິງ ຄຣິດສຕີນາ ແຫ່ງປະເທດ ແອດສປາຍ ໃຫ້ກຽດເປັນຜູ້ມອບ”. ເຫດຜົນ ທີ່ກາແດງລາວ ມີກຽດສູງສົ່ງໃນການຮັບຫຼຽນຄຳ ດັ່ງກ່າວ ກໍແມ່ນມີຜົນງານ ໃນການເຄື່ອນໄຫວ ຢ່າງຫ້າວຫັນ ໃນວຽກງານມະນຸດສະທຳ ເພື່ອຊ່ອຍເຫຼືອ ປະຊາຊົນ ຜູ້ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ. ຕາມເປົ້າໝາຍ ສະຫະ ສະວັດ ແຫ່ງການພັດທະນາ.
 
ຜູ້ສະເໜີໃຫ້ກາແດງລາວ ເປັນຜູ້ຮັບກຽດສູງສົ່ງ ໃນການຮັບຫຼຽນດັ່ງກ່າວ ແມ່ນທ່ານ ປະທານກາແດງສະເປນ  ທັງເປັນ ປະທານ ສະຫະພັນກາແດງ ແລະ ກາຊີກວົງເດືອນແດງສາກົນ. ອົງການກາແດງລາວ ແມ່ນໜຶ່ງໃນ 185 ປະເທດສະ ມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ.  ທ່ານ ດຣ. ສະນິວຸຣັຊ ຍັງໄດ້ກ່າວອີກ ວ່າ: “ນອກຈາກ ອົງການກາແດງລາວ ແລ້ວ ຍັງມີອີກ 5 ປະເທດ ແລະ ປະທານກາແດງ ສາຂາຂອງປະເທດ ແອດສປາຍ ອີກ 12 ທ່ານ ທີ່ໄດ້ຮັບຫລຽນຄຳປະເພດດຽວກັນນີ້”. ອົງການກາແດງ ສະເປນ ໄດ້ໃຫ້ການຊ່ວຍເຫລືອ ອົງການກາແດງ ລາວ ມາຕັ້ງແຕ່ປີ 1997 ໃນຂົງເຂດວຽກງານ ການພັດທະນາອົງການ ແລະ ສ້າງຂີດຄວາມສາ ມາດໃຫ້ແກ່ກາແດງລາວ. ເປັນຕົ້ນ ການສ້າງ ຫ້ອງການກາແດງ ສາຂາແຂວງ ຫຼວງນ້ຳທາ, ການປະກອບອຸປະ ກອນ ການສື່ສານ, ຄອມພິວເຕີ ແລະ ອື່ນໆ ແກ່ສຳນັກງານໃຫຍ່ ອົງການກາແດງ ລາວ ທີ່ນະຄອນຫຼວງວຽງຈັນ ແລະ ບາງສາຂາແຂວງ ທີ່ຂະຫຍາຍໃໝ່.

* ກາແດງລາວຕ້ອນຮັບປະທານກາແດງ ສວິສ
ໃນຕອນເຊົ້າ ຂອງວັນທີ່ 23 ກຸມພາ 2007 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫ່ຍ ອົງການກາແດງລາວ ໄດ້ມີພີທີຕ້ອນຮັບ ການມາຢ້ຽມຢາມ ຂອງສາດສະດາຈານ ເຣີເນ ຣີນົບ ຮອງປະທານສະພາກາແດງ ແລະ ສິກວົງເດືອນ ແຫ່ງສາກົນ ທັງເປັນປະທານ ກາແດງ ປະເທດ ສວິສ໌ເຊີແລນ ພ້ອມດ້ວຍຄະນະ ພິທີດັ່ງກ່າວ ແມ່ນໄດ້ຮັບຟັງການລາຍງານ ສະ ພາບການ, ການເຄື່ອນໄຫວປະຕິບັດວຽກງານ ມະນຸດສະທຳ ຂອງອົງການກາແດງລາວ ລວມທັງການຊ່ວຍເຫຼືອ ອົງ ການກາແດງຜ່ານມາ, ທັງນີ້ ກໍ່ຍ້ອນວ່າ ກາແດງສວິສ໌ ໄດ້ໃຫຄວາມຊ່ວຍເຫຼືອ ອົງການກາແດງລາວ ຢູ່ 3 ແຂວງ ພາກເຫນືອເຊັ່ນ: ຫຼວງພະບາງ, ອຸດົມ ໄຊ ແລະ ບໍແກ້ວ. ເຊຶ່ງເລື່ມຈາກປີ 1993 ເປັນຕົ້ນມາ ໂດຍສະເພາະແມ່ນ ການພັດທະນາ ໂຄງຮ່າງ 3 ແຂວງກິດຈະກຳໃນ ແຕ່ລະແຂວງ ໄດ້ມີການພັດທະນາ ສາຂາພັດທະນາການເງິນ ແລະ ສົ່ງເສືມສຸຂະພາບເຊັ່ນ: ສ້າງນ້ຳລີນ, ວິດຖ່າຍ ແລະ ວຽກງານປະຖົມພະຍາບານ ສ້າງອາສາສະມັກບ້ານ ແລະ ຊ່ວຍພັດທະນາລະບົບ ສາທາລະນະສຸກ ແຂວງ ຫຼວງພະບາງ ແຕ່ ປີ 1999 ຈົນມາຮອດ ປະຈຸບັນ ແລະ ຍັງສືບຕໍ່ໄປ.

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail