ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ຕິດຕໍ່ຫາພວກເຮົາ

ຕິດຕໍ່ຫາພວກເຮົາໄດ້ທີ່ນີ້ David BOISSON
Head of Delegation
Setthathirath Road
Impasse Xiengnhune
Vientiane Capital City
Lao PDR
Telephone: 856 21 241 042
Fax; : 856 21 241 042
Email : hod-lao.fr@croix-rouge.fr
Website : www.croix-rouge.fr
Other Contact Deng Seng Aloun Liaison Officer

ອົງການກາແດງລາວ
ໂຄງການສຸຂະສຶກສາ ແລະ ປັບປຸງສຸຂະອານາໄມ
ໂຄງການສຸຂະສຶກສາ ແລະ ປັບປຸງສຸຂະອານາໄມ

ປະຫວັດຄວາມເປັນມາ
ສປປ ລາວ ເປັນປະເທດໜຶ່ງ ໃນບັນດາປະເທດ ທີ່ດ້ອຍພັດທະນາຢູ່ໃນໂລກ ຊຶ່ງສັງຄົມ ຍັງມີຄວາມທຸກຍາກ ຕົວຊີ້ ວັດດ້ານ ສຸຂະພາບຍັງຕ່ຳ. ມີພົນລະເມືອງປະມານ 5.6 ດ້ານຄົນ ແມ່ນອາໃສຢູ່ຊົນນະບົດ ຫ່າງໄກສອກຫລີກ ແລະ ຄວາມທຸກຍາກ ກໍແມ່ນຢູ່ຊົນນະບົດ. ຕາມຂໍ້ມູນ ການປະເມີນ ຈາກອົງການອະນາໄມໂລກ ແລ້ວ ພົນລະເມືອງມີພຽງ 24% ເທົ່ານັ້ນ ໄດ້ຮັບການເອົາໃຈໃສ່ ດ້ານສຸຂະພາບທີ່ເໝາະສົມ ແລະ ບໍລິໂພກນ້ຳທີ່ມີຄວາມປອດໄພ. ອົງການ ກາແດງ ໂດຍພາຍໃຕ້ການສະໜັບສະໜູນ ຈາກກາແດງຝຣັ່ງ ແລະ ສະຫະພາບເອີຣົບ ໄດ້ມີການປະຕິບັດໂຄງການ ສະໜອງ ນ້ຳ, ສຸຂະສຶກສາ ແລະ ສົ່ງເສີມການອະນາໄມ ຢູ່ສອງແຂວງ ພາກເໜືອ.

ຈຸດປະສົງ ແລະ ຍຸດທະສາດຂອງໂຄງການ
ຈຸດປະສົງຂອງໂຄງການແມ່ນເພື່ອປັບປຸງສຸຂະພາບ ຂອງຜູ້ທີ່ດ້ອຍໂອກາດ ໃນ ບ້ານ ຂອງແຂວງ ວຽງຈັນ ແລະ ໄຊຍະບູລີ ໂດຍການລຸດຜ່ອນ ພະຍາດທີ່ປົນເປື້ອນມາ ກັບນ້ຳ ມີການຕອບສະ ໜອງນ້ຳສະອາດ ແລະ ສຸຂະອະນາ ໄມ ພ້ອມທັງ ມີການສົ່ງເສີມການປ່ຽນພຶດຕິກຳ ຂອງຊຸມຊົນ ດ້ານານອະນາໄມ ໂດຍນຳໃຊ້ ອສບ ບ້ານເປັນສື່ກາງ.

ຈຸດປະສົງສະເພາະຂອງໂຄງການມີດັ່ງນີ້:
- ຂະຫຍາຍເຄືອຂ່າຍ ອສບ ກາແດງ ແລະ ສ້າງຂີດຄວາມສາມາດຂອງເຂົາເຈົ້າ ໃຫ້ສາມາດໂຄສະນາ ການຮັກສາ ອະນາໄມໃຫ້ແກ່ຊາວບ້ານ.
- ຍົກສູງຄວາມຮັບຮູ້ຂອງຊຸມຊົນ ແລະ ສ່ວນບຸກຄົນ ໃນການໃຫ້ມີການປະຕິບັດ ການອະນາໄມທີ່ດີ.
- ກໍ່ສ້າງລະບົບນ້ຳ ແລະ ສິ່ງອຳນວຍຄວາມສະ ດວກ ຕ່າງໆດ້ານສຸຂະອະນາໄມ.
- ພັດທະນາຂີດຄວາມສາມາດຂອງ ສອງສາຂາກາແດງ ເພື່ອຄວາມຍືນຍົງໃນການປະຕິບັດກິດຈະກຳ ຜູ້ທີ່ໄດ້ຮັບຜົນ ປະໂຫຍດຈາກໂຄງການກໍຄື ປະຊາຊົນຜູ້ທີ່ດ້ອຍໂອກາດຢູ່ຊົນນະບົດ

ພາກທີ I. ຂະບວນການປະເມີນການຄັດເລືອກບ້ານເປົ້າໝາຍຂອງໂຄງການ

  • ເຂົ້າໄປໄດ້ຍາກ
  • ໄກຈາກສູນຮັກສາສຸຂະພາບ
  • ລະດັບການສຶກສາຂອງປະຊາຊົນຍັງຕ່ຳ
  • ຂາດລະບົບນ້ຳທີ່ສະອາດປອດໄພ
  • ບໍ່ໄດ້ຮັບການສະໜັບສະໜູນຈາກອົງການອື່ນໆ
  • ເປັນບ້ານຖາວອນ
  • ມີປະຊາຊົນຈຳນວນ 40​-100 ຄອບຄົວ
ການສຳຫລວດ/ສົນທະນາຊຸມຊົນ
  • ສົນທະນາ ແລະ ເຮັດສັນຍາກັບຊາວບ້ານ
  • ສຶກສາດ້ານວິຊາການ ແລະ ຄິດໄລ
  • ກຳນົດ ອສບ (ຢ່າງໜ້ອຍສອງຄົນ ຫລື ຫລາຍກວ່ານັ້ນ ໂດຍອີງຕາມ ຂະໜາດຂອງບ້ານ)
ອຸປະກອນການສົ່ງເສີມສຸຂະພາບ
  • ປຶ້ມຄູ່ມືປະຖົມພະຍາບານ
  • ປຶ້ມການອະນາໄມ ແລະ ໂປສເຕີ
ການດຳເນີນກິດຈະກຳຂອງ ອສບ
  • ມີການໂຄວະນາການສົ່ງເສີມສຸຂະພາບ 3 ຄັ້ງ ພາຍໃນໄລຍະເວລາ 6 ເດືອນ
  • ໃຫ້ການປະຖົມພະຍາບານ ແລະ ສົ່ງໂຮງໝໍ
ການຕິດຕາມ ອສບ
  • ການນຳໃຊ້ຢາ ແລະ ການທົດແທນການນຳໃຊ້
  • ການປະເມີນທັກສະ ແລະ ການປະຕິບັດຂອງ ອສບ

ພາກທີ II. ກິດຈະກຳນ້ຳ ແລະ ອະນາໄມ ສິ່ງແວດລ້ອມ ການກໍ່ສ້າງ

  • ນ້ຳສ້າງ 82 ໜ່ວຍ.
  • ນ້ຳບາດານ 64 ໜ່ວຍ.
  • ນ້ຳລິນ 32 ແຫ່ງ.
  • ວິດຖ່າຍ 1530 ໜ່ວຍ.

ການປະກອບສ່ວນຂອງຊາວບ້ານ

  • ແຮງງານ
  • ອຸປະກອນທີ່ມີພາຍໃນບ້ານ (ຫີນຊາຍ ແລະ ໄມ້)

ການຈັດຕັ້ງຄະນະກຳມະການນ້ຳ

  • ຝຶກອົບຮົມຄູຝຶກດ້ານການຄຸ້ມຄອງ
  • ພິທີມອບຮັບໂຄງການ
  • ການຮັກສາລະບົບນ້ຳ
  • ການເກັບເງິນບຸລະນະລະບົບນ້ຳ

ພາກທີ III. ກິດຈະກຳດ້ານສຸຂະພາບການພັດທະນາທັກສະຂອງ ອສບ

  • ອສບ ຈຳນວນ ຄົນໄດ້ຮັບການຝຶກອົບຮົມ
  • ເຂົ້າຮ່ວມຝຶກ ການປະຖົມພະຍາບານ ຜູ້ລະ 1 ຄັ້ງ
  • ຝຶກການສົ່ງເສີມດ້ານສຸຂະພາບ 3 ຄັ້ງ
  • ສະໜອງຖົງປະຖົມພະຍາບານ ແລະ ເສື້ອຍືດກາແດງ

ການສ້າງຕັ້ງບ້ານແບບຢ່າງດ້ານການອະນາໄມ

  • ຢ່າງໜ້ອຍ 80% ຂອງປະຊາຊົນດື່ມນ້ຳຕົ້ມ
  • ຢ່າງໜ້ອຍ 80% ຂອງຊາວບ້ານມີນ້ຳໃຊ້ຕະຫລອດປີ
  • ຢ່າງໜ້ອຍ 80% ຂອງຊາວບ້ານມີຄວາມຮູ້ທີ່ດີ ດ້ານການອະນາໄມຢ່າງໜ້ອຍ 80% ຂອງຊາວບ້ານນອນໃນມຸ້ງ
  • ຢ່າງໜ້ອຍ 80% ຂອງຈຳນວນຄອບຄົວ ມີວິດຖ່າຍ
  • ຢ່າງໜ້ອຍ 80% ມີການອະນາໄມເຮືອນຊານ

ຄວາມຍືນຍົງແລະງົບປະມານ
ເອີໂຣ ສຳລັບ 2003-2006 ຊາວບ້ານໃນມີການປະກອບສ່ວນໃນ ການກໍ່ສ້າງ ລະບົບນ້ຳ ແລະ ມີການເກັບເງິນບຸລະນະ ລະບົບນ້ຳ ຊຶງຈະເຮັດໃຫ້ ລະບົບນ້ຳມີຄວາມ ຍືນຍົງ.

ສະຫລຸບ
ຈາກການສຳຫລວດ ການປ່ຽນແປງພຶດຕິກຳຂອງຊຸມຊົນ ຫລັງຈາກມີການປະຕິບັດກິດຈະກຳ ເຫັນວ່າມີການປ່ຽນແປງ ທີ່ດີຂຶ້ນ ຊາວບ້ານມີສ່ວນຮ່ວມທີ່ດີນາຍບ້ານເປັນຜູ້ທີ່ນຳພາທີ່ດີ ແລະ ບົດບາດຂອງ ອສບ ເຮັດໃຫ້ມີການປ່ຽນແປງທີ່ດີ ຂຶ້ນກ່ອນຈະມີການເລີ້ມໂຄງການ. ນັ້ນກໍ ເປັນສິ່ງທີ່ບົ່ງ ບອກເຖິງຜົນສຳເລັດຂອງໂຄງການ.

ການປະກອບສ່ວນຂອງຊາວບ້ານຕັ້ງໜ້າປະຕິບັດອະນາໄມ 3 ສະອາດ

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail