ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

  
 ເວລາ:
 
 
ຍິນດີຕ້ອນຮັບ ສູ່ ເວບໄຊ  ກາແດງລາວ
ຍິນດີຕ້ອນຮັບ ສູ່ ເວບໄຊ ກາແດງລາວ
ທ່ານ ດຣ. ສນິວຸຣັຊ ສຣະມານີ, ປະທານອົງການກາແດງລາວ ໄດ້ຮັບ ກຽດປະດັບຫລຽນຄຳ ຈາກຄະນະກຳມາທິການ ປະດັບຫຼຽນຄຳ ຂອງສະ ພາກາແດງ ແຫ່ງຊາດແອດສປາຍ, ເຊິ່ງເປັນກຽດມອບ ໂດຍເຈົ້າຍິງ ຄຣິດສຕີນາ ແຫ່ງປະ ເທດດັ່ງກ່າວ, ເນື່ອງໃນວັນ ສະເຫລີມສະຫລອງ ວັນກາແດງສາກົນ ວັນທີ 08 ພຶດສະພາ 2007, ຄົບຮອບ 179 ປີ ...
( ອ່ານເພື່ມເຕີມ )

ອົງການກາແດງລາວ
Lao Red Cross History

ອົງການກາແດງລາວ ສ້າງຕັ້ງຂື້ນໃນວັນທີ 1 ມັງກອນ 1955 ໄດ້ຖືກຮັບຮອງຈາກ ຄະນະກຳມະການກາແດງສາກົນ ວັນທີ 23 ພຶດສະພາ 1957 ແລະ ໄດ້ເຂົ້າເປັນສະມາຊິກຈອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ໃນວັນທີ 25 ຕຸລາ ໂດຍກອງປະຊຸມຄັ້ງໃຫຍ່ຂອງສະມາຄົມກາແດງໂລກ ຄັ້ງທີ 24 ທີ່ກຸງນິວເດັນລີ ປະເທດອິນເດຍ.
ອົງການກາແດງລາວ ແມ່ນອົງງການຈັດຕັ້ງທາງສັງຄົມຫນື່ງ ມີໜ້າທີ່ຊ່ວຍໜູນລັດຖະບານໃນວຽກງານບັນເທົາທຸກ ແກ່ ປະຊາຊົນຜູ້ທຸກຍາກຂາດເຂີນ ແລະ ຜູ້ໄດ້ຮັບເຄາະຮ້າຍຈາກໄພພິບັດຕ່າງໆ ຈາກທຳມະຊາດ ຫລື ມະນຸດສ້າງຂື້ນ ຊ່ວຍປົກປັກຮັກສາສຸຂະພາບຂອງປະຊາຊົນບັນດາເຜົ່າ ອົງການກາແດງລາວ ເປັນຂົວຕໍ່ລະຫວ່າງຜູ້ຮັ່ງມີ ແລະ ຜູ້ທຸກ ຍາກ ເຊິ່ງມີພາລະໜ້າທີ່ປຸກລະດົມ ຂໍການຊ່ວຍເຫລືອ ຈາກຜູ້ຮັ່ງມີ ໄປຊ່ວຍຜູ້ທຸກຍາກ ຕາມ 7 ຫລັກການພື້ນຖານ ດ້ານມະນຸດສະທຳຄື:


1.
ຄວາມເປັນມະນຸດສະທຳ
Humanity
2.
ຄວາມທ່ຽງທຳບໍ່ມີຊັ້ນວັນນະ
Impartiality
3.
ຄວາມເປັນກາງ
Neutrality
4.
ຄວາມເປັນເອກະລາດ
Independence
5.
ຄວາມສະໝັກໃຈ
Voluntary Service
6.
ຄວາມເປັນເອກະພາບ
Unity
7.
ຄວາມມີນ້ຳໃຈສາກົນ
Universality   (read more)

ທີ່ຕັ້ງ ແລະ ພາລະບົດບາດ.
ອົງການກາແດງລາວ ມີຊື່ຫຍໍ້ວ່າ: “CROIX-ROUGE LAO” ແມ່ນອົງການຈັດຕັ້ງທາງສັງຄົມໜຶ່ງ ໃນ ສປປ ລາວ ພາຍໃຕ້ການນຳພາຂອງພັກ ແລະ ການຊີ້ນຳໂດຍກົງຂອງລັດຖະບານ ມີສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫຼວງວຽງຈັນ. ອົງການກາແດງລາວ ມີພາລະບົດບາດຊ່ວຍລັດຖະບານ ໃນວຽກງານບັນເທົາທຸກແກ່ຜູ້ທີ່ໄດ້ຮັບ ແລະ ຜູ້ດ້ອຍໂອ ກາດ, ຊ່ວຍປົກປັກຮັກສາສຸຂະພາບ ຂອງປະຊາຊົນ ບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການມະນຸດສະ ທຳ ຕາມ 7 ຫຼັກການ ຂອງຂະບວນການ ກາແດງ ແລະ ຊີກວົງເດືອນແດງສາກົນ.

ສິດ ແລະ ໜ້າທີ່ຂອງອົງການກາແດງລາວ.

  • ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ.
  • ຄົ້ນຄວ້າເກັບກຳຂໍ້ມູນ ກ່ຽວກັບວຽກງານອານາໄມກັນພະຍາດ, ຈັດຫາເລືອດ, ປະຖົມພະຍາບານ, ຜູ້ປະສົບໄພ ພິບັດ ຈາກທຳມະຊາດ ແລະ ມະນຸດສ້າງຂຶ້ນ.
  • ປະສານສົມທົບ ກັບອົງການຈັດຕັ້ງ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຂໍ້ມູນຂ່າວສານ, ເຜີຍແຜ່ພາລະບົດບາດ ຂອງກາແດງ ອອກສູ່ມະຫາຊົນ, ປຸກລະດົມທຸກຊັ້ນຄົນ ໃຫ້ມີນ້ຳໃຈມະນຸດສະທຳ.
  • ສືບທາວຫາຍາດພີ່ນ້ອງ ທີ່ພັດພາກຈາກກັນ.
  • ປັບປຸງ, ລົບລ້າງການຈັດຕັ້ງ, ຍ້ອງຍໍ, ປະຕິບັດວິໄນ, ປົດຕຳແໜ່ງພະນັກງານ ລັດຖະກອນ ໃນເຂດຄວາມ ຮັບຜິດຊອບຂອງຕົນ.
  • ອອກຄຳສັ່ງ, ແນະນຳ ແລະ ແຈ້ງການ ຕາມພາລະບົດບາດຂອງຕົນ.
  • ສ້າງແຜນງົບປະມານປະຈຳປີ ຂອງກາແດງສູນກາງ ແລະ ສາຂາແຂວງ.
  • ກວດກາຂະແໜງການ ແລະສາຂາທ້ອງຖີ່ນ.
  • ພົວພັນ, ຮ່ວມມືກັບບັນດາກາແດງສາກົນ ແລະອົງການຈັດຕັ້ງສາກົນອື່ນໆ ທີ່ກ່ຽວຂ້ອງ.
  • ນຳໃຊ້ງົບປະມານຂອງລັດ  ນຳໃຊ້ທຸກແຫຼ່ງທຶນ ເພື່ອປະຕິບັດກິດຈະກຳຂອງຕົນຢ່າງເໝາະສົມ.

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail