| |
ປະຫວັດຄວາມເປັນມາຂອງສະມາຄົມເຄືອຂ່າຍ ເຮັດສໄອວີ/ເອດລາວ(LNP+)
ສາມາຄົມເຄືອຄ່າຍຜູ້ຕິດເຊື້ອ ເຮດໄອວີ/ ເອດລາວ ແມ່ນສ້າງຕັ້ງ ຂື້ນໂດຍ ອົງອົງການກາແດງ ອົດສະຕາລີ(ARC) ແລະ ອົງການ ກາແດງລາວ ໃນເດືອນພະຈິກ 2003, ເຊິ່ງກອງປະຊຸມ ດັ່ງກ່າວ ໄດ້ມີຕົວແທນ ຜູ້ຕິດເຊື້ອເຣັດໄອວີເອດ ຈາກ 7 ແຂວງ ແລະ ຜູ້ ແທນຈາກລັດທະບານ
ລວມທັງແຂກຈາກອົງກອນ ທີ່ບໍ່ຂື້ນກັບລັດ ທະບານ ໃຫ້ກຽດເຂົ້າຮ່ວມ. ສາມາ
ຄົມເຄືອຄ່າຍ ຜູ້ຕິດເຊື້ອເຮດ ໄອວີ/ ເອດລາວໄດ້ຮັບການສະຫນັບ ສະໜູນ ຈາກ AusAID, UNAIDS, UNDP, TIDES, Save the Children ແລະ LCR.
ການນຳໃຊ້ຫຼັກການ GIPA ເຊິ່ງນຳໃຊ້ຫລັກການ ໃຫ້ຄົບຖ້ວນ.

- ຜູ້ທີ່ສາມາດຕັດສິນ: PLWHA ມີສ່ວນຮ່ວມໃນການຕັດສິນ ແລະ ຮ່າງນະໂຍບາຍຂື້ນ ແລະ
ການປະກອບ ສ່ວນ
ຂອງເຂົາເຈົ້າ ກໍ່ໃຫ້ຄວາມສະເຫມີພາບແກ່
ສະມາຊິກຂອງຕົນ.
- ຊ່ຽວຊານ:ໄດ້ໃຫ້ຄວາມສຳຄັນແກ່ PLWHA ຍ້ອນວ່າເຂົາເຈົ້າ ເປັນແຫລ່ງຂໍ້ມູນ ຂ່າວສານໃຫ້ຄວາມຮູ້ ແລະ ໃຫ້ທັດສະນະ ຕໍ່ຜູ້ເຂົ້າຮ່ວມ, ນອກຈາກນັ້ນ ກໍ່ຍັງເປັນນັກວິຊາການ ສາມາດດັດປັບ ແລະ ເຮັດປະເມີນຜົນ ກິດຈະກຳ ຕ່າງໆໄດ້.
- ຜູ້ຈັດຕັ້ງປະຕິບັດ: ເປັນຜູ້ປະຕິບັດຕົວຈິງ ແຕ່ວ່າກໍ່ມີບົດບາດເປັນຜູ້ຮັກສາເປັນກຸ່ມໃຫ້ຄວາມຮູ້ ຫລື ຜູ້ເຮັດວຽກ ຢູ່ເຂດນອກແຕ່ວ່າ,
PLWHA ບໍ່ໄດ້ອອກແບບກິດຈະກຳ ຫລື ແນະນຳວິທີຈັດຕັ້ງປະຕິບັດ.
- ໂຄສົກ: PLWHA ເປັນໂຄສົກໃນການປຸກລະດົມການປ່ຽນແປງພຶດຕິກຳ ຫລື ປ່ຽນແປງຄວາມຮູ້ໃນກອງປະຊຸມ
ຕ່າງໆ ແຕ່ວ່າບໍ່ມີສ່ວນຮ່ວມ (ເຊິ່ງຖືກຮັບຮູ້ວ່າເປັນການເຂົ້າຮ່ວມແບບ “ລັກສະນະສະເພາະ" ) ໃນກອງປະຊຸມ ທີ່ເຫັນຄວາມສຳຄັນຂອງ PLWHA ແລະ ບໍ່ໃຫ້ສິດ ແລະ ຫນ້າທີ່ຮັບຜິດຊອບຫຍັງແກ່ PLWHA.
- ຜູ້ປະກອບສ່ວນ: ເຖິງວ່າກິດຈະກຳຂອງ PLWHA ຈະປະຕິບັດພຽງແຕ່ຢູ່ໃນຂອບເຂດໃດຫນຶ່ງ ແຕ່ກໍ່ເປັນທີ່ຮູ້ຈັກຫລາຍ, ຕົວຢ່າງ: ການນຳໃຊ້ດາລາຫນັງ ຫລື ແຜ່ນພາບໂຄສະນາເລື່ອງການຕິດເຊື້ອ, ຫລື ໃຫ້ຍາດພີ່ນ້ອງຂອງ
ຜູ້ປ່ວຍດ້ວຍໂລກເອດ ແລະ
ຜູ້ປ່ວຍດ້ວຍໂລກເອດ ທີ່ຫາກໍ່ເສຍຊີວິດເລົ່າເລື່ອງດັ່ງກ່າວ ໃຫ້ຟັງຢູ່ສາທາລະນະ.
- ກຸ່ມຜູ້ຊົມທີ່ເປັນເປົ້າຫມາຍ: ກິດຈະກຳທີ່ໃຫ້ PLWHA ນຳພາ ຫລື ຈະໃຫ້ເຂົາເຈົ້າ ເຮັດວຽກເປັນກຸ່ມ ຫລາຍ ກວ່າຈະເຮັດແບບບຸກຄົນ. ແຕ່ກໍ່ຮັບຮູ້ວ່າ PLWHA (ກ)
ເຮັດວຽກ ໂດຍບໍ່ອອກຊື່ໃນເຈ້ຍໂຄສະນາ, ແຜ່ນພັບ ຫລື ອອກຊື່
ໃນເວລາໃຫ້ຂໍ້ມູນຂ່າວ ແລະ ປະຊາສຳພັນ (IE),
(ຂ)
ເປັນຜູ້ໃຊ້ການບໍລິການ, ຫລື (ຄ)
ເປັນ “ຜູ້ປ່ວຍ” ທີ່ສາ
ມາດໃຫ້ຄຳຄິດຄຳເຫັນທີ່ສຳຄັນ ເຊິ່ງເຮັດ ໃຫ້ຄົນເຊື່ອຖື ຫລື ໃຫ້ຂໍ້ມູນຂ່າວສານໄດ້.
ຈຸດປະສົງ ລະດັບຄາດຫມາຍຂອງ ສາມາຄົມເຄືອຄ່າຍຜູ້ຕິດເຊື້ອເຮດໄອວີ/ເອດລາວ

ສ້າງຄວາມສາມາດດ້ານວິຊາການ ຂອງສະມາຊິກ LNP+ ໃນການບໍລິຫານອົງການຄຸ້ມຄອງໂຄງການ, ຄຸ້ມຄອງການ
ເງິນ ແລະ ສ້າງທັກສະ ແລະ ສ້າງຄວາມເຂັ້ມແຂງ ຂອງໂຄງຮ່າງ LNP+ ໃຫ້ກາຍເປັນ ອົງການ ທີ່ມີກົນໄກການ ເຮັດວຽກທີ່ດີ.
1. ສ້າງຕັ້ງ ແລະ ພັດທະນາກຸ່ມຜູ້ຕິດເຊື້ອໃນທຸກລະດັບ ເພື່ອເປັນບ່ອນສະໜັບ ສະໜູນ ໃຫ້ແກ່ຜູ້ຕິດເຊື້ອ ໃນທົ່ວ ປະເທດ.
2.ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຜູ້ຕິດເຊື້ອ HIV/AIDS ແລະ ເຄື່ອຄ່າຍຕິດເຊື້ອ HIV/AIDS ລາວໃຫ້ມີຄວາມຮູ້
ຄວາມສາມາດໃນການຈັດການວຽກງານຕ່າງໆ ດ້ວຍຕົວເອງ, ຮ່ຳຮຽນ ແລະ ແລກປ່ຽນ
ປະສົບການຂອງພວກເຂົາ ເຈົ້າ ກັບອົງການ
ຈັດຕັ້ງຕ່າງໆ (ເຊັ່ນ: ຍົກລະດັບຄວາມຮູ້ ໃຫ້ແກ່ພະນັກງານ, ແລກປ່ຽນບົດຮຽນ ຂອງກຸ່ມຂັ້ນແຂວງ, ການລົງຕິດຕາມ ແລະ ການປະເມີນຜົນ)
3. ເປັນກຸ່ມໃຫ້ຄຳປຶກສາທີ່ມີປະສິດທິພາບ ແລະ ເປັນກຸ່ມໃຫ້ການຊ່ວຍເຫລືອແກ່ PLWHA, ເພື່ອນ ແລະ ຄອບຄົວ ໃຫ້ສາມາດປະເຊີນກັບການປ່ຽນແປງ ແລະ ອຸປະສັກຕ່າງໆ ຈາກການຕິດເຊື້ອເອດ.
4. ສຶກສາຜ່ານການຄົ້ນຄວ້າ, ຜ່ານຫົວຂໍ້ທີ່ກະທົບ ຕໍ່ຊີວິດການເປັນຢູ່, ຕໍ່ຄວາມສຸກ ແລະ ສຸຂະພາບຂອງ
ແລະ ຄອບຄົວຂອງເຂົາເຈົ້າ, ນອກຈາກນັ້ນ ກໍ່ສຶກສາຜ່ານຫົວຂໍ້ທີ່ກະທົບຕໍ່ປັດໃຈ ເຊິ່ງອາດເຮັດໃຫ້ , ຕົກຢູ່ໃນຄວາມສ່ຽງ ຕໍ່ການຕິດເຊື້ອ ແລະ
ອາດຈະຊ່ວຍຄົນອື່ນ ປ້ອງກັນການຕິດເຊື້ອ ໃນອານາຄົດ. ເພື່ອແລກປ່ຽນຂໍ້ມູນຂ່າວສານ ກັບ ພະນັກງານລັດ ທີ່ເຮັດວຽກຢູ່ໃນຂົງເຂດການປ້ອງກັນ
ການຕິດເຊື້ອ ເຮັດສໄອວີ/ເອດ, ການຮັກສາ
ແລະ ໃຫ້ຄວາມ ຊ່ວຍເຫລືອ.
5. ໃຫ້ຂໍ້ມູນກ່ຽວກັບການດຳລົງຊີວິດທີ່ຕິດເຊື້ອ ເຮັດສໄອວີ/ເອດ ໂດຍຊຸກຍູ້ ໃຫ້ຊຸມຊົນທ້ອງຖິ່ນ, ພະນັກງານສາທາ ທ້ອງຖິ່ນ ແລະ ຄົນອື່ນໆ ເຮັດວຽກປ້ອງກັນ
ບໍ່ໃຫ້ຄົນທີ່ຕິດເຊື້ອຖືກປະນາມ ແລະ ຖືກຈຳແນກ ແລະ ນອກຈາກນັ້ນ
ກໍ່ ຕ້ອງຊຸກຍູ້ ໃຫ້ຊຸມຊົນທ້ອງຖິ່ນ ຍອມຮັບ ແລະ ເບິ່ງແຍງຄົນທີ່ຕິດເຊື້ອ
ເຮັດສໄອວີ/ເອດ
6.ເພື່ອອຳນວຍຄວາມສະດວກ ໃນການປະກອບສ່ວນ ຂອງ ຜູ້ຕິດເຊື້ອເຮດໄອວີ/ເອດ ທີ່ເຮັດໃຫ້ຍຸດທະສາດ HIV/AIDS ແຫ່ງຊາດ ແລະ ການພັດທະນາຂອງ ສປປລາວ ໂດຍຜ່ານການມີສ່ວນຮ່ວມຂອງຊຸມຊົນ ເພື່ອຊ່ວຍ ເຫລືອ ການພັດທະນາກຸ່ມ PLWHA ໃນຂັ້ນສູນກາງ ແລະ ແຂວງ ພ້ອມດ້ວຍໃຫ້ການສະຫນັບ ສະຫນູນຕົວຈິງ ແລະ
ໃຫ້ແຫລ່ງຂໍ້ມູນຂ່າວສານ ທີ່ຖຶກຕອ້ງແກ່ຄົນລາວທີ່ຕິດເຊື້ອ ເອດ/ໂລກເອດ
ເພື່ອປັບ ປຸງຊີວິດ ການເປັນຢູ່
ຂອງ ເຂົາເຈົ້າ ແລະ
ຊຸມຊົນຂອງເຂົາເຈົ້າ.
ກິດຈະກຳຫຼັກ ສາມາຄົມເຄືອຄ່າຍຜູ້ຕິດເຊື້ອເຮດໄອວີ/ເອດລາວ

- ຜູ້ຕິດເຊື້ອ ເຮັດສໄອວີ/ເອດ ເຮັດການຝຶກອົບຮົມວິຊາການແກ່ກຸ່ມ, ໃຫ້ຄວາມຮູ້ກ່ຽວກັບການຕິດເຊື້ອເອດ, ເປັນຜູ້ໃຫ້ຄຳປຶກສາ, ໃຫ້ຂໍ້ມູນການ ບຳບັດ, ຖະແຫລງຢູ່ສາທາລະນະ ແລະ ກິດຈະກຳການປູກຈິດສຳນຶກ ໃຫ້ຊຸມຊົນ.
- ຝຶກອົບຮົມພັດທະນາ ລະດັບວິຊາການ ທັດສະນະສຶກສາ,ນຳພາຫົວຫນ້າກຸ່ມPLWHA ແລະ ພະນັກງານໂຄງ
ການ.
- ສ້າງໂຄງການຄົ້ນຄວ້າໃນລະດັບຊຸມຊົນ ແລະ
ກະຈ່າຍຂໍ້ມູນຂ່າວສານ ຈາກບົດລາຍງານ ແລະ ບັນຫາທີ່ ພົບພໍ້
ຕ່າງໆ
- ສ້າງຈິດສຳນຶກ ໃຫ້ມະຫາຊົນ ໃນວັນໂລກເອດໂລກ ແລະ ກິດຈະກຳ/ເຫດການສຳຄັນຕ່າງໆ
ໃນກອງປະ ຊຸມຕ່າງໆ ເພື່ອເປັນການປະກອບສ່ວນຂອງຄົນລາວ.
- ສ້າງເຄື່ອຂ່າຍ ແລະ ຕິດຕໍ່ສຶ່ສານກັບກຸ່ມ PLWHA ຢູ່ໃນລາວ ໂດຍຜ່ານກອງປະຊຸມຕ່າງໆ ໃນຂັ້ນສູນ ກາງ, ມີກິດຈະກຳແລກປ່ຽນ ຂໍ້ມູນຂ່າວສານ ແລະ ສ້າງເຄື່ອຂ່າຍ.
ຜູ້ໄດ້ຮັບຜົນປະໂຫຍດໂດຍກົງ

- PLWHA ຂອງ ລາວ ໄດ້ຮັບການຝຶກອົບຮົມ ແລະ ສ້າງຄວາມຊຳນິຊຳນານ.
- PLWHA ຂອງ ລາວ ແລະ ຄອບຄົວຂອງເຂົາເຈົ້າ ໄດ້ຮັບກິດຈະກຳຕ່າງໆ ໂດຍຜ່ານການໃຫ້ຄວາມຮູ້ ໃນຊຸມຊົນໃຫ້ຄຳປຶກສາ
ແລະ ຕ້ານການຖືກປະນາມ ແລະ ການຖືກຈຳແນກລັງກຽດ.
- ພະນັກງານລັດ ໄດ້ຜ່ານການຝຶກອົບຮົມ ແລະ
ການປະສານງານໂຄງການຕ່າງໆ.
- ອົງການຈັດຕັ້ງສາກົນທີ່ເຮັດວຽກເພື່ອປະຊາຊົນ ບໍ່ຂື້ນກັບລັດທະບານ
ໂຄງຮ່າງການຈັດຕັ້ງ LNP+

ພື້ນທີ່ຂອງໂຄງການ

ສະໜັບສະໜູນໂດຍ
 

|
|