LRC Luang Phabang


ກິດຈະກຳ
ທີ່ສະພາກາແດງສະວິດໃຫ້ການສະໜັບສະໜູນ ຢູ່ 3 ແຂວງ: ແຂວງ ຫຼວງພະບາງ,
ແຂວງອຸດົມໄຊ, ແຂວງບໍແກ້ວ ປີ 2006
ປີ 2006 ກາແດງສະວິດໃຫ້ການຊ່ວຍເຫຼຶອສ້າງນ້ຳລິນ - ວິດຖ່າຍ ມູນຄ່າ 79.793$
 |
ເພື່ອເຮັດໃຫ້ປະຊາຊົນເຂດຫ່າງໄກຊອກຫຼີກ ໃນເຂດພັດນາວຽການສຸຂະພາບ
ຂອງອົງການກາແດງລາວ ສາຂາ ຫຼວງພະບາງ, ອຸດົມໄຊ ແລະ ແຂວງ ບໍ ແກ້ວ
ໄດ້ມີນ້ຳລິນໄດ້ຊົມໃຊ້ ແນ່ໃສໃຫ້ປະຊາຊົນ ມີນ້ຳດື່ມ ນ້ຳໃຊ້ທີ່ສະອາດ ສະດວກ ເພື່ອເປັນການຫຼຸດ ຜ່ອນແຮງງານຂອງແມ່ຍິງ ແລະ ເດັກນ້ອຍ ໃນ ການຕັກນ້ຳ ທີ່ຢູ່ຫ່າງໄກມາຊົມໃຊ້ ແລະ ເພື່ອປ້ອງກັນໂລກລະບາດ ທີ່ມາ ຈາກທາງນ້ຳ ກາແດງປະເທດສະວິດ ໃນນາມຜູ້ໃຫ້ທຶນ ສະໜັບສະໜູນ ອົງ ການກາແດງ ສາມແຂວງພາກເໜືອດັ່ງກ່າວ ໄດ້ໃຫ້ທຶນສ້າງນ້ຳລິນ ຈຳນວນ 10 ບ້ານ ຫຼວງພະບາງ 4 ບ້ານ,
ອຸດົມໄຊ 3 ບ້ານ, ບໍ່ແກ້ວ 3 ບ້ານ. ໃຊ້ ທຶນກໍ່ສ້າງ ທັງໝົດ 70.873$.
ພ້ອມກັນນັ້ນ ຍັງໃຫ້ທຶນສ້າງວິດຖ່າຍ ໃຫ້ສາມແຂວງ ຈຳນວນ 8 ບ້ານ ມີຈຳ ນວນ
613 ຄອບຄົວ ມີຈຳນວນ 3.283 ຄົນ ທີ່ໄດ້ຊົມໃຊ້ວິດຖ່າຍມີມູນຄ່າ ການກໍ່ສ້າງທັງ
ໝົດ 9.100$ |
 |
ກາແດງສະວິດໃຫ້ການຊ່ວຍເຫຼຶອວຽກງານອາສາສະມັກບ້ານ ແຂວງອຸດົມໄຊ ແລະ ແຂວງບໍແກ້ວ
ເພື່ອເປັນການສົ່ງໃຫ້ປະຊາຊົນ ເຂດຊົນນະບົດ ຫ່າງໄກຊອກຫຼິກ ສາສຸ ຂະພາບ ແລະ
ປ້ອງກັນພະຍາດດ້ວຍຕົນເອງ ຂອງຂ້າພະເຈົ້າ ພ້ອມທັງ ຊ່ວຍປະຖົມພະຍາບານ ຂັ້ນຕົ້ນ ໃນເວລາມີການບາດເຈັບ ຫຼື ເກີດອຸບັດ ຕິເຫດ ເພື່ອແນ່ໃສເຮັດໃຫ້ປະຊາຊົນ
ໃນເຂດດັ່ງກ່າວ ມີສຸຂະພາບທີ່ດີ ຂື້ນເລືອຍໆ.
* ແຂວງ ອຸດົມໄຊ ລົງກວດກາ ອາສາສະມັກ ບ້ານ ໄດ້ທັງ ໝົດ 25 ຄັ້ງ, ມີ 221 ບ້ານ, ມີອາສາສະມັກ ເຂົ້າຮ່ວມ 440 ຄົນ, ແລະ ໄດ້ຈ່າຍຖົງປະຖົມພະຍາບານ 440ຖົງ.
* ແຂວງ ບໍແກ້ວ ລົງກວດກາ ອາສາສະມັກບ້ານ ໄດ້ທັງໝົດ 23 ຄັ້ງ, ມີ 206 ບ້ານ
ມີອາສາສະມັກ ເຂົ້າຮ່ວມ 356 ຄົນ, ແລະ ໄດ້ຈ່າຍຖົງປະຖົມພະຍາບານ 356 ຖົງ.
ກາແດງສະວິດໃຫ້ການຊ່ວຍເຫຼຶອກອງທຶນຜູ້ທຸກຍາກ ຢູ່ທີ່ເມືອງນ້ຳບາກ ແຂວງຫຼວງພະບາງ
ແຕ່ປີ 2006 ເປັນຕົ້ນມາກອງທືນ ຄຸ້ມຄອງຜູ້ທຸກຈົນ ໄດ້ຈັດຕັງ້ຂື້ນຢູ່ທີ່ ເມຶອງ ນ້ຳບາກ ແຂວງ ຫຼວງພະບາງ ກອງທຶນດັ່ງກ່າວ ແມ່ນ ໄດ້ຊ່ວຍ ປີ່ນປົວ ປະຊາຊົນຜູ້ທຸກຈົນ
ແລະ ດ້ອຍໂອກາດໃນເມຶອງນ້ຳບາກ ແລະ ບັນດາເມຶອງອ້ອມຂ້າງ ເມຶອງນ້ຳບາກ
ໃຫ້ໄດ້ເຂົ້າເຖິງການບໍລິການ ທາງ ດ້ານວຽກງານ ສາທາລະນະສຸກ ໂດຍແມ່ນການ
ກວດສຸຂະພາບ ແລະ ການປີ່ນປົວໃນເວລາເຈັບເປັນ ແມ່ນທາງກອງທຶນ ຄຸ້ມຄອງຜູ້ທຸກຈົນ ຈ່າຍ ຄ່າກວດພະຍາດຄ່າປີ່ນປົວ ແລະ ຄ່າເດີນທາງ ໄປ-ກັບ 100%
ກອງທຶນ ດັ່ງກ່າວ ໄດ້ຊ່ວຍໃຫ້ປະຊາຊົນ ຜູ້ດ້ອຍໂອກາດ ຂອງເຂດຮັບຜິດຊອບ ຂອງກອງທຶນ ໄດ້ຮັບການປີ່ນປົວຢ່າງທົ່ວເຖິງ.
ສິງທີ່ທ້າທາຍສຳລັບ ອົງການກາແດງລາວ ສາຂາຫຼວງພະບາງ ໃນການດຳເນີນກິດຈະກຳທີ່ບໍ່ໄດ້ຮັບ
ການສະໜັບສະໜູນຈາກ ກາແດງສະວິດ ໃນປີ 2006
ແຕ່ເຖິງຢ່າງໃດກໍ່ຕາມ ການທີ່ກາແດງສະວິດ ບໍ່ໄດ້ໃຫ້ທຶນສະໜັບສະໜູນ ບາງກິດຈະກຳ ຂອງກາແດງ ຫຼວງພະ ບາງນັ້ນ ແມ່ນການທົດສອບຄັ້ງຍີ່ງໃຫ່ຍ ຂອງກາແດງສະວິດ ໄດ້ທົດສອບຄວາມສາມາດ ວ່າຈະສາມາດດຳເນີນ ກິດຈະການໃຫ່ຍໆ ຫຼາຍໆກິດຈະກຳ ໄດ້ບໍເຊັ່ນ: ການສ້າງອາສາສະມັກ ແລະ ລົງກວດກາ ອາສາສະມັກ ຂັ້ນບ້ານ, ຊ່ວຍບັນເທົາທຸກ ປະຊາຊົນຜູ້ທີ່ປະສົບໄພຕ່າງໆ ແລະ ການຈັດຫາຜູ້ບໍລິຈາກເລືອດ ທີ່ປອດໄພເຊັ່ນ:
1: ການກວດກາອາສາສະມັກກາແດງລາວ ຂັ້ນບ້ານ
ເພື່ອເຮັດໃຫ້ການກວດກາ ອສບ ດຳເນີນໄປຕາມແຜນທີ່ ທີ່ໄດ້ສາຂາ ຫຼວງພະບາງ ກຸ້ມຕົນເອງ ໃນດ້ານງົບປະມານ ໃນການສ້າງຕັ້ງ ແລະ ກວດກາ ອສບ ກາແດງລາວ ແລະ ກໍ່ສາມາດນຳໃຊ້ງົບປະມານທີ່ຫາ ໄດ້ມາ ຈາກແຫຼ່ງລາຍຮັບລົງເຄຶອນໄຫວ ເຊັ່ນ:
* ຕິດຕາມ ອສບ ໄດ້ 21 ຄັ້ງ ມີອາສາສະມັກ ເຂົ້າຮ່ວມທັງໝົດ 208 ຄົນ ກວມ
ເອົາ 129 ບ້ານ. ລົງຢ້ຽມບ້ານ ອສບ ທີ່ຢູ່ຫ່າງໄກຂອງ ເມຶອງ ປາກແຊງ, ເມຶອງ ພູຄູນ
ແລະ ເມຶອງ ວຽງຄຳໃຕ້ ໄດ້ 6 ບ້ານ ມີປະຊາຊົນ ເຂົ້າຮ່ວມຟັງ ໂຄສະນາ ສຸປຂະສຶກສາ
894 ຄົນ. ຍິງ 296 ຄົນ. ຕິດຕາມອາສາສະ ມັກຄູ 3 ຄັ້ງ ມີຄູ່ເຂົ້າຮ່ວມທັງໝົດ 56
ໂຮງຮຽນ ມີຄູເຂົ້າຮ່ວມ 64 ຄົນ ໃຊ້ງົບປະມານທັງໝົດ 32.670.000 ກີບ.
2: ວຽກງານບໍລິຈາກເລຶອດ ປີ 2006 ໄດ້ເລຶອດທັງໝົດ 842 ຖົງ
ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງຄົນເຈັບ ທີ່ມານອນ ປີ່ນປົວຢູ່ໂຮງໝໍແຂວງ ແລະ ໂຮງໝໍທະຫານ ສູນບໍລິຈາກເລຶອດອົງການ ກາແດງລາວ ສາຂາ ຫຼວງພະບາງ ລົງໂຄສະນາ ຫາຜູ້ບໍລິຈາກເລືອດ ດ້ວຍຄວາມສະມັກໃຈ ເພື່ອເປັນການປຸກລະດົມຕາມ ໂຮງຮຽນ ແລະ ພະ ແນກ ການອ້ອມຂ້າງແຂວງ ໄດ້ທັງໝົດ
30 ຄັ້ງ ໄດ້ເລຶອດ 519 ຖົງ. ຕິດເຊືອ 21 ຖົງ, ພ້ອມກັນນັ້ນ ທາງອົງການ ກາແດງລາວ ສາຂາຫຼວງ ພະບາງ ຍັງໄດ້ໂຄສະນາ ໃຫ້ນັກທ່ອງທ່ຽວ ທີ່ມາທ່ຽວຊົມ ຫຼວງພະບາງ ແລະ ຍສດ ຕິພີນ້ອງຂອງຄົນເຈັບ ມາບໍລິຈາກເລືອດ ກັບສູນບໍລິຈາກ ເລືອດ ສາຂາຫຼວງພະບາງ ສາມາດໄດ້ເລຶອດ 323 ຖົງ. ຕິດເຊື້ອ 19 ຖົງ.
ການລົງໂຄສະນາຫາ ຜູ້ບໍລິຈາກເລືອດ ປີ 2006 ນີ້ ໃຊ້ງົບປະມານທັງໝົດ 6.993.69$, ໂດຍໃຊ້ຈ່າຍ ຈາກກອງທຶນໂລກ 3.389.64$. ໃຊ້ຈ່າຍຈາກການ
ເກັບຄ່າຊົດເຊີຍ ເລຶອດ 3.449.83$ ແລະ ໃຊ້ຈ່າຍ ຈາກງົບປະມານ ຂອງອົງການກາແດງລາວ ຫຼວງພະບາງ 154.22$.
ວຽກງານບັນເທົາທຸກ ປີ 2006.
ເພຶ່ອກະກຽມໃຫ້ແກ່ເຫດທີ່ຈະເກີດ ຂື້ນກັບປະຊາຊົນບັນດາເຜົາ ອັນເກີດຈາກໄພທຳມະຊາດ ຫຼື ຈາກມະນຸສ້າງຂຶ້ນ ອົງການກາແດງລາວ ສາຂາຫຼວງພະບາງ ໄດ້ຊຸມທຸກກິດຈະກຳ ຫາລາຍໄດ້ທີ່ມີຢູ່ ເພື່ອຊື້ເຄື່ອງນຸ່ງຫົ່ມ, ເຄຶ່ອງຄົວກິນ ເພື່ອແຮ່ໄວ້ບັນເທົາທຸກ ໃຫ້ແກ່ປະຊາຊົນ ຜູ້ປະສົບໄພພິບັດຕ່າງໆ ໂດຍສະເພາະໃນປີ 2006 ຜ່ານມາປະຊາຊົນ ໄດ້ປະສົບເຄາະຮ້າຍເຊັ່ນ
ໄຟໄໝ້ເຮືອນ, ລົມພາຍຸພັດ, ນ້ຳຖ້ວມ, ນ້ຳປ່າທີ່ໄຫຼຖ້ວມບ້ານເຮືອນ ແລະ ປະຊາຊົນ ຜູ້ທຸກຈົນ ມາເຂົ້າປິ່ນປົວຢູ່ໂຮງໝໍ ເປັນມູນຄ່າທັງໝົດ 38.863.000 ກີບ.
* ເພື່ອຮອງຮັບ ໃຫ້ແກ່ບັນດາກິດຈະກຳ ທີ່ໄດ້ເຄື່ອນໄຫວມາ ຂ້າງເທິງນັ້ນ ທາງອົງການກາແດງລາວ ສາຂາຫຼວງພະບາງ ຈິ່ງໄດ້ຊົ່ມໃຊ້ວຽກງານຫາລາຍໄດ້ ໂດຍສະເພາະແມ່ນ ການເປີດເຕົາຮົມຢາພື້ນເມືອງ -ນວດແຜນບໍຮານ ສ້າງລາຍໄດ້ 9.980.91$
ແລະ ຜະລິດນ້ຳດືມບໍລິສຸດ ອອກຈຳໜ່າຍ ສ້າງລາຍຮັບໄດ້ 23.973.12$
RED CROSS
MASSAGE & SAUNA
Sup port the Luang Prabang Branch of Lao Red Cross
- 1 Hour Massage 32,000 Kip
- Herbal Steam Bath 10,000 Kip

Opening Times: Massage (9am to 8.30pm), Sauna (4.30pm to 8.30pm)
By utilizing the above services you will support the Lao Red Cross in
implementing the following:
* Training of village volunteers in first aid
* Construction of latrines and gravity-fed water systems in rural villages
* Teaching youth both basic first aid and sexual health issues
* Recruiting blood donors to maintain supplies at the local hospital
* Relief aid for villages affected by diseases, fire and poverty
* Basic aid for patients in the hospital (food, transportation back home, etc)
|