ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 ພາສາລາວ - ອັງກິດ
 ເວລາ:
 
 

ຂ່າວແລະເຫດການ

ສູນບໍລິຈາກ​ເລືອດ ສົ່ງ​ພະນັກງານ​ເຂົ້າ​ຮ່ວມ​​ກອງ​ປະຊຸມ ປຸກລະດົມ​ບໍລິຈາກ ​ເລືອດ​ອາ​ຊຽນ ຄັ້ງທີ່ 6 ທີ່​ປະ​ເທດ​ຟີ​ລິບປິ​ນ 18​-21 ສິງຫາ 2008




ໃນລະຫວ່າງ​ວັນ​ທີ່ 18-21 ສິງຫາ 2008
ຜ່ານ​ມາ,ສູນ​ບໍລິຈາກ​ເລືອດ​ອົງການ​ກາ​ແດງ
​ລາວໄດ້​ສົ່ງ​ພະນັກງານ​ວິຊາ​ການ​ເຂົ້າ
​ຮ່ວມ​ກອງ​ປະຊຸມ​ປະຈຳປີ ​
ເລື່ອງ​ການ​ບໍລິຈາກເລືອດ​ ຂອງບັນດາ​ປະ​ເທດ​
ສະມາຊິກ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງທີ່ 6
( ອາ​ຊຽນ ) ທີ່​ປະ​ເທດ​ຟີ​ລິບ​ປີນ​ເປັນ​ເຈົ້າພາບ
ຊຶ່ງ​ມີ​ບັນດາ​ປະ​ເທດ​ສະມາ ຊິ​ກເຂົ້າ​ຮ່ວມ
9 ປະ​ເທດ,​ເຊັ່ນ : ລາວ,ຫວຽດນາມ, ກຳປູ​ເຈຍ ,
ມຽນມ້າ, ​ໄທ, ສິງກະ​ໂປ , ມາ​ເລ​ເຊຍ ,ອິນ​ໂດ​ເນ​
ເຊຍ ​ແລະ ຟີ​ລິບ​ປີນ​ເຈົ້າພາບ.
ກອງ​ປະຊຸມ​ດັ່ງກ່າວ​ໄດ້​ທົບ​ທວນຄືນ​ຜົນສຳ​
ເລັດ​ຂອງ​ການຈັດ​ຕັ້ງ ປະຕິບັດ ການປຸກ
ລະ ດົມຂົນຂວາຍ ຜູ້ບໍລິຈາກເລືອດ
ແບບສະໝັກໃຈບໍ່ຮຽກ
ຮ້ອງສິ່ງຕອບແທນ ໃນໄລຍະ
  1 ປີຜ່ານ ມາໂດຍຕາງໜ້າແຕ່
ລະປະເທດໄດ້ນຳ ເອົາຜົນສຳເລັດຂອງ
ວຽກງານປຸກລະດົມບໍລິຈາກ
ເລືອດມາແລກປ່ຽນບົດຮຽນຊຶ່ງກັນແລະ
ກັນ. ສຳລັບ ເປົ້າໝາຍຂອງ ການຈັດຫາ
ເລືອດໃນຂົງເຂດ ແມ່ນແນໃສ່ໃຫ້
ມີຜູ້ບໍລິຈາກເລືອດແບບ
ປະຈຳ , ຕໍ່ເນື່ອງຮັບປະກັນຄວາມພຽງ
ພໍ ແລະ ປອດ ໄພຕໍ່ຜູ້ຮັບເລືອດ ສຳລັບ
ສປປລາວ ໃນໄລຍະ 6 ເດືອນຕົ້ນປີ 2008 ມີຜູ້ບໍລິຈາກເລືອດແບບ ສະໝັກ
ໃຈ ເຖິງ 85% .
ກອງປະຊຸມ ຄັ້ງຕໍ່ໄປປີ 2009 ຈະໄດ້ຈັດຢູ່ທີ່ BALI  ປະເທດ ອິນໂດເນເຊຍ

ເພື່ອເຮັດໃຫ້ວຽກງານການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດແບບສະໝັກໃຈບໍ່ຮຽກ
ຮ້ອງສິ່ງຕອບແທນ​ໄດ້ບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ໃນຕໍ່ໜ້າ , ດັ່ງນັ້ນ
ສູນບໍລິຈາກເລືອດ ອົງການກາ ແດງລາວໄດ້ຮ່ວມກັບສະຖານທີ່ຕ່າງໆເຊັ່ນ: ພາກສ່ວນ
ສະຖາບັນການສຶກສາຂັ້ນມະຫາວິທະຍາໄລ , ໂຮງຮຽນ ວິຊາຊີບ ,
ໂຮງຮຽນ ມັດທະຍົມຕອນປາຍ, ກົມກອງທະຫານທັງຢູ່ໃນນະຄອນ ຫຼວງ ວຽງຈັນ ,
ແຂວງ ວຽງຈັນ ແລະ ແຂວງ ບໍລິຄຳໄຊ ໄດ້ເຂົ້າຮ່ວມໃນການຝຶກອົບຮົມວິທີການໃຫ້
ຄວາມຮູ້ພື້ນຖານກ່ຽວກັບການ ບໍລິຈາກເລືອດ ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ເຂົາເຈົ້າເຫຼົ່ານັ້ນ ເຂົ້າໃຈແລ້ວສາມາດໄປປຸກລະດົມຜູ້ອື່ນມາຮ່ວມບໍລິຈາກເລືອດນັບມື້ຫຼາຍ
ຂື້ນກວ່າເກົ່າ .
 ຈຳນວນ​ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ ສ່ວນ​ຫຼາຍ​ແມ່ນ​ ຄະນະ​ນຳ ​ແລະ ຜູ້​
ຮັບຜິດຊອບ​ກິດຈະກຳຂອງ​ແຕ່​ລະສະ​ຖານ​ທີ່ ຊຶ່ງ​ເຫັນ​ວ່າ​ພາຍຫຼັງ​ທີ່​ສຳ​ເລັດ​ການ​ຝືກອົບຮົມ​ແລ້ວ​ເຮັດ
​ໃຫ້​ຜູ້​ບໍລິຈາກ​ເລືອດ​ເພີ່ມ​ຂື້ນຫຼາຍ​ກວ່າ​ເກົ່າ.

9 ເດືອນຕົ້ນປີ 2008 ສູນບໍລິຈາກເລືອດໄດ້ຮັບ​ເລືອດ 7.527 ເທື່ອຄົນ
​ໂດຍ​ອີງ​ຕາມ​ແຜນ​ຈັດ​ຫາ​ເລືອດ ປີ 2008 , ທີ່​ໄດ້​ວາງ​ແຜນ​ຮ່ວມ​ກັນ​ກັບ​ພາກສ່ວນ
​ຕ່າງໆຂອງ​ສັງຄົມຊຶ່ງ​ມີ​ຕົວ​ເລກ​ຄາດໝາຍ​ສູ້​ຊົນ 10.000 ຖົງ
ຢູ່ສູນບໍລິຈາກເລືອດແຫ່ງຊາດ ແລະ 10.000 ຖົງ ຢູ່ບັນດາສາຂາແຂວງ ທົ່ວປະເທດ .

ຜ່ານການຈັດຕັ້ງປະຕິບັດຕົວຈີງ ເຫັນວ່າທາງສູນສາມາດເຈາະເກັບ
ເລືອດໄດ້ແລ້ວ 7.527 ຖົງ ເທົ່າກັບ
75,27% ຂອງແຜນການ, ສຳລັບຢູ່ສາຂາແຂວງ ສາມາດເກັບເຈາະໄດ້
55% ຂອງແຜນການທີ່ວາງໄວ້ .

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail