| |
ຂ່າວແລະເຫດການ
Read more:
ອ່ານຂ່າວຄຣິກ
ທີ່ເມນູ: |
|
ວັນທີ 8 ພຶດສະພາ ວັນກາແດງໂລກ
ຄົບຮອບ 179 ປີ
(
08/05/1828 - 08/05/2007 )
ຄວາມເປັນມາ
ໃນວັນທີ່ 24 ມິຖຸນາ 1859 ໄດ້ເກີດມີສົງຄວາມລະຫວ່າງ ຝຣັ່ງເສດ
ກັບ ໂອຕຣິດ ຢູ່ສະໜາມຮົບແຫ່ງໜຶ່ງຊື່ວ່າ ທົ່ງໂຊນ
ເຟຣີໂນຕອນເໜືອຂອງປະເທດ ອີຕາລີ ເຮັດໃຫ້ເກີດ
ມີທະຫານສອງຝ່າຍບາດເຈັບລົ້ມຕາຍ 40.000 ຄົນ ໂດຍບໍ່ມີຜູ້ໄດ້ຮັບຜິດຊອບຕໍ່ເຫດການນັ້ນເລີຍ ໃນຂະນະນັ້ນ ມີນັກທຸລະກິດໜຸ່ມຊາວສະວິດ ຜູ້ໜື່ງ
ຊື່ວ່າ: ທ່ານ ອັງຣີ ດຸຍນັງ (HENRY
DUNANT) ເກີດເມື່ອວັນທີ 8/5/1828 ໄດ້ນຳຂະບວນຄາລາວານ ຜ່ານມາພົບເຫັນ ຈຶ່ງເກີດ ຄວາມ ສະເທືອນໃຈ ເກີດມີແນວຄວາມຄິດມະນຸດສະທຳ ຈຶ່ງຕັດສິນໃນພາຂະບວນຂອງທ່ານ ໄປຊ່ວຍຫລືອ ແລະ ນໍາເງິນ ທີ່ຕົນນໍາມາໄປຈ້າງຊາວບ້ານໃກ້ຄຽງມາຊ່ວຍປິ່ນປົວ
ແລະ ມ້ຽນສົບຄົນບາດເຈັບ ລົ້ມຕາຍດັ່ງກ່າວ ຈາກເຫດ ການສະຫຍອງຂວັນນັ້ນ ທ່ານໄດ້ກັບຄືນປະເທດ
ແລະ ຂຽນປື້ມຫົວໜື່ງອອກໃຊ້ຊື່ວ່າ “ຄວາມຊົງຈຳແຫ່ງທົ່ງໂຊນເຟຣີ ໂນ” ໃນນັ້ນທ່ານໄດ້ສະເໜີ 2 ແນວຄວາມຄິດຄື:
1) ທຸກປະເທດຕ້ອງມີອາສາສະໝັກຂອງຕົນ ເພື່ອຊ່ວຍເຫລືອທະຫານ ທີ່ບາດເຈັບ ໃນເວລາເກີດມີສົງຄາມ (ຂໍ້ຂັດ ແຍ່ງກັນ).
2) ທຸກປະເທດຕ້ອງຮັບຜິດຊອບຕໍ່ທະຫານຂອງຕົນ ບໍ່ຄວນປ່ອຍປະລະເລີຍເວລາບາດເຈັບລົ້ມຕາຍ (ເພາະຄົນເຮົາ ບໍ່ແມ່ນສັດ ເດຍລະສານ)
ແນວຄວາມຄິດຂອງທ່ານ ໄດ້ກະຈາຍອອກໄປຍັງກະສັດອ້ອມຂ້າງໃກ້ຄຽງ
ແລະ ໄດ້ຮັບ ຄວາມເຫັນດີຮ່ວມມືນໍາ.
ສະນັ້ນ
ໃນວັນທີ 23 ຕຸລາ 1863 ທ່ານຈື່ງໄດ້ຈັດຕັ້ງຄະນະກໍາມະການກາແດງສາກົນຂຶ້ນ ໂດຍປະກອບມີ 5 ທ່ານ ເຊື່ງເປັນຄົນສະວິດທັງໝົດ
ແຕ່ນັ້ນເປັນຕົ້ນມາ ເພື່ອຈາລຶກຄຸນງາມຄວາມດີຂອງທ່ານ ເພິ່ນຈຶ່ງໄດ້ກຳນົດເອົາວັນຄ້າຍ ວັນເກີດ ຂອງທ່ານ ອັງຣີດຸຍນັງ ຜູ້ກໍ່ຕັ້ງກາແດງຄື ວັນທີ 8 ພຶດສະພາ ຂອງທຸກໆ ປີ ເປັນວັນກາແດງ ແລະ ຊີກ ວົງເດືອນແດງໂລກ.
 |
ຄະນະກຳມະການກາແດງສາກົນ
International Committee of the Red Cross (ICRC)
ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (ICRC) ສ້າງຕັ້ງຂື້ນໃນວັນທີ
5 ພຶດສະພາ 1919 ຜູ້ສ້າງຕັ້ງຊື່ວ່າ ທ່ານ ອັງຣີ ເດວິດສັນ ເວລານັ້ນມີສະມາຊິກພຽງແຕ່
5 ປະເທດໃນໂລກ
ຄື: ອາເມລິ,
ອັງກິດ,ຝຣັ່ງ, ອີຕາລີ ແລະ ຍີ່ປຸ່ນ. |
| |
|
 |
ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ
International Federation of Red Cross and Red Crescent
Societies (IFRC)
ການປະຕິບັດວຽກງານມະນຸດສະທຳຂອງຂະບວນການກາແດງ
ແລະ ຊີກວົງເດືອນແດງ ໃນໂລກ ປັດຈຸບັນ
ກຳລັງປະສົບກັບບັນຫາສິ່ງທ້າທາຍຫລາຍຢ່າງ ເຊິ່ງມັນຮຽກຮ້ອງໃຫ້ທຸກພາກ
ສ່ວນໃນ ສັງຄົມຄວນມີການ
ຮ່ວມມືກັນຢູ່ໃນທຸກໆລະດັບ ທຸກພາກສ່ວນ ແລະ ທຸກຊັ້ນຄົນ
ສະນັ້ນ ຄໍາ ຂວັນສະເຫລີມ ສະຫລອງວັນກາແດງ ແລະ ຊີກວົງເດືອນໂລກປີນີ້ ແມ່ນ
“ຮ່ວມແຮງຮວ່ມໃຈ ເພື່ອມະນຸດສະທໍາ Together
For
Humanity ” |
|
|