ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 ພາສາລາວ - ອັງກິດ
 ເວລາ:
 
 

ຂ່າວແລະເຫດການ

ວັນປະຖົມພະຍາບານໂລກ -
ຈາກສົງຄາມໂຊນ​ເຟີຣີໂນ ສູ່ການປະຖົມພະຍາບານທົ່ວປວງ​ຊົນ

ອົງການກາແດງ ແລະ ຊີກວົງເດືອນແດງໃນທົ່ວໂລກ ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນມາ ຕະຫຼອດ ກ່ຽວກັບການຂະຫຍາຍ ​ແຜນ​ງານ ກ່ຽວ​ກັບ​ການປະຖົມພະຍາບານ ແລະ ເພີ່ມທະວີການເຂົ້າເຖິງ ການ​ຮັບບໍລິການ ດ້ານການ ປະຖົມພະຍາບານ ແລະ ​ໃຫ້ການຝຶກອົບຮົມ ການປະຖົມ ພະຍາບານໃຫ້ແກ່ມວນຊົນ. ນີ້​ແມ່ນການ ລາຍງານ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ເນື່ອງໃນວັນກາແດງໂລກ.

ທ່ານ ຄຣາຊ  ໂລ ຫົວໜ້າໜ່ວຍງານສຸຂະພາບຊຸມຊົນ ສະຫະພັນກາແດງ, ທີ່ເຈນີວາ ກ່າວວ່າ: ” ນັບເປັນເວລາ​ເກືອບ  150 ປີແລ້ວ, ທີ່​ພວກ​ເຮົາ ​ໄດ້​ປະຕິບັດ​ສືບ​ທອດ​ກັນ​ມາ, ຊຶ່ງ ການປະຖົມ ພະຍາບານໄດ້ຖືກຳເນີດເກີດຂຶ້ນ ຕັ້ງແຕ່​ໄລຍະ ​ເກີດ​ການ​ຕໍ່​ສູ້ ທີ່​ທົ່ງໂຊນ​ເຟີຣີໂນ, ​ໃນຄັ້ງນັ້ນ ທ່ານ ຣັງລີ ດຸຍນັງ ໄດ້ນຳພາອາສາສະໝັກເພື່ອເຮັດການປະຖົມພະຍາບານ ໃຫ້ແກ່ຜູ້ທີ່ໄດ້ຮັບ ບາດເຈັບໂດຍ ບໍ່ໄດ້ຈຳແນກເຊື້ອຊາດຂອງພວກເຂົາ.  

“ ການປະຖົມພະຍາບານຖືກຮັບ​ຮູ້ ວ່າ​ແມ່ນ​ອີກ​ວຽກ​ງານ​ນຶ່ງ ທາງດ້ານການແພດ ຫຼື ຖື​ວ່າ ​ແມ່ນ​ວຽກ​ຄູ່​ຂະໜານ ທາງ​ດ້ານການແພດ ​ຂອງບຸກຄົນ. ໃນປັດຈຸບັນນີ້ ບັນດາຊ່ຽວຊານຕ່າງໆໄດ້ ຮັບ​ຮູ້ວ່າ: ໃນມວນ​ຊົນ​ທົ່ວ​ໄປຕ້ອງ ໄດ້ຮັບການຝຶກອົບຮົມການປະຖົມພະຍາບານ ເພາະມັນແມ່ນ ຜົນປະໂຫຍດຕໍ່ການຊ່ວຍຮັກສາຊີວິດ, ປັບປຸງໂອກາດເພື່ອການລອດຊີວິດ ແລະ ເພື່ອໃຫ້ ມີຜົນກະທົບທີ່ຕາມມາຈາກການເກີດ ອຸບັດຕິເຫດ ແລະ ຫົວໃຈວາຍໃຫ້ມີໜ້ອຍທີ່ສຸດ “ ທ່ານ ຄຣາຊ  ໂລ  ອະທິບາຍ  “ ບົດຮຽນເຫລົ່ານີ້ ຕ້ອງໄດ້ປັບປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ”.

ການປະຖົມພະຍາບານແມ່ນວຽກງານຫລັກ​ແທ້ໆ ຂອງ ສະມາຊິກສະຫະພັນກາແດງ ແລະ  ຊີກວົງເດືອນແດງ ​ໃນ186 ປະເທດ. ອີງຕາມການລາຍງານຂອງບັນດາກາແດງແຫ່ງຊາດ ຕ່າງໆ ຈຳນວນພະນັກງານ ແລະ ອາສາສະໝັກທີ່ມີສ່ວນຮ່ວມໃນວຽກງານປະຖົມພະຍາບານ ແມ່ນມີ ຈຳນວນເພີ່ມຂຶ້ນຢ່າງລຽນຕິດ ແລະ ການໃຫ້ບໍລິການການປະຖົມພະຍາບານເວລາ ທີ່ມີ ສະຖານະການສ່ຽງໄພອັນຕະລາຍ ແລະສຸກເສິນ  ຫຼື ການຝຶກ ອົບຮົມໃຫ້ແກ່ສາທາລະນະຊົນ ກໍ່ມີການ​ເພີ່ມຂຶ້ນ ຢ່າງເນື່ອງນິດເຊັ່ນດຽວກັນ.

ພະນັກງານຫຼາຍຮ້ອຍພັນຄົນ ແລະ ອາສາສະໝັກກ່ຽວກັບວຽກງານການປະຖົມພະຍາບານ ອົງການກາແດງ ແລະ ຊີກວົງເດືອນແດງແມ່ນໃຫ້ຄວາມສຳຄັນ ແກ່ການໃຫ້ບໍລິການການປະຖົມ ພະຍາບານ ແລະ ການຝຶກອົບຮົມເປັນຈຸດລວມສູນ. ພຽງ​ແຕ່ໃນທະວີບເອີຣົບແຫ່ງດຽວ,  ໃນແຕ່ລະປີ ອົງການກາແດງ ແລະ ຊີກ ວົງເດືອນແດງ  ໄດ້ຝຶກອົບຮົມການປະຖົມ ພະຍາບານໃຫ້ຜູ້ຄົນປະມານ 3.5 ລ້ານຄົນ ເຊິ່ງກວມເອົາ 56% ຂອງປະມານ 6.2 ລ້ານຄົນ ໃນທະວີບ ທີ່ໄດ້ຮັບການຝຶກອົບຮົມ ທາງດ້ານເຕັກນິກ ການກອບກູ້ຊີວິດ.
ໃນປີ 2007 ອົງການກາແດງອາເມລິກາ ໄດ້ຝຶກ ອົບຮົມໃຫ້ຜູ້ຄົນຫຼາຍກວ່າ 5.4 ລ້ານຄົນ. ຊຶ່ງ​ໃນ​ນີ້ ເກືອບເຄິ່ງນຶ່ງຂອງ 10.9 ລ້ານຄົນ ​ແມ່ນໄດ້ເຂົ້າຮ່ວມຊຸດຝຶກອົບຮົມ ກ່ຽວ​ກັບການປະຖົມ ພະຍາບານ.

ທ່ານ ຄຣາຊ ໂລ *ກ່າວວ່າ “ ການເພີ່ມຂຶ້ນຢ່າງກ້ວາງຂວາງ ຂອງ ວຽກງານການ ປະຖົມພະຍາບານນີ້ ແມ່ນ ອີງ​ຕາມ ແຜນນະ ໂຍບາຍລະດັບ​ໂລກ  ເພື່ອ ​ໃຫ້​ປະສົບ​ຜົນສຳເລັດ ຂັ້ນຕ່ຳສຸດ ຄື ໃນຄອບຄົວໜຶ່ງ ​ໃຫ້​ມີ ໜຶ່ງຄົນ ​ໄດ້ຮັບການຝຶກອົບຮົມ ການປະຖົມພະຍາບານ ຂັ້ນພື້ນຖານ ​ໃຫ້້​ໄດ້ ຫຼາຍປະເທດ​ເທົ່າໃດ​ຍິ່ງ​ດີ.” ” ທຸກໆຄົນໃນໂລກນີ້ ແມ່ນມີຄວາມສາມາດ ທີ່ຈະຊ່ວຍຮັກສາຊີວິດຄົນ - ນີ້ແມ່ນ ການສະ​ແດງ​ອອກ​ໂດຍ​ສັນຊາດ​ຕະຍານ ທີ່​ສຳຄັນ ​ແລະ​    ຈຳ​ເປັນ ອັນ​ໝາຍ ​ເຖິງຄວາມ ສະໝານ​ສາມ​ັກຄີ ຮ່ວມແຮງຮ່ວມໃຈ”. ການສຶກສາ ກ່ຽວ​ກັບການປະຖົມພະຍາບານ ຄວນ ໄດ້ເຂົ້າເຖິງທຸກໆ​ຊັ້ນຄົນ ໂດຍປາສະຈາກ ການຈຳແນກ ເຊື້ອຊາດ ຫຼື ຊົນຊັ້ນວັນນະ.

ຈຳນວນເປີເຊັນຂອງຜູ້ໄດ້ຮັບການຝຶກອົບຮົມວຽກງານການປະຖົມພະຍາບານໃນຫຼາຍໆປະເທດກໍ່ໄດ້ເພີ່ມຂຶ້ນ.  ເຖິງແມ່ນວ່າຕົວເລກຈະມີການປ່ຽນແປງກໍ່ຕາມ,  ​ໂດຍ ອີງຕາມການເກັບກຳ ຂໍ້ມູນຂອງ ສູນຂໍ້ມູນ ການ​ສຶກສາ​ກ່ຽວ​ກັບ​ການ​ປະຖົມພະຍາບານ ປະຈຳເອີຮົບ ຂອງ ສະຫະພັນກາແດງ, ຊຶ່ງ ກາ​ແດງຝລັ່ງຢູ່ ປາຣີ ​ເປັນ​ເຈົ້າພາບ​ນັ້ນ,   ບາງປະເທດກໍ່ໄດ້ຮັບຜົນສຳເລັດ ຢ່າງໜ້າເພິ່ງພໍໃຈ ດັ່ງເຊັ່ນ ປະ​ເທດ ນອກ​ແວ (ປະມານ 90% ຂອງພົນລະເມືອງ ໄດ້ຮັບການຝຶກອົບຮົມ ປະຖົມພະຍາບານ), ອ໋ອສເຕຼຍ ແລະ ເຢຍລະມັນ, ພົນລະເມືອງຂອງ ​ແຕ່ລະ​ປະ​ເທດ​ດັ່ງກ່າວນີ້ ກໍ່ໄດ້ຮັບການ ຝຶກອົບຮົມປະມານ 80%. ມາດຕະການ ເພື່ອ​ໃຫ້​ໄດ້ຜົນ​ສຳ​ເລັດ​ດັ່ງກ່າວ​ນີ້ ກໍ​ແມ່ນ ການ​ນຳ​ເອົາ ການສຶກສາ ດ້ານປະຖົມພະຍາບານ ​ເຂົ້າ​ໃນ​ພາກ​ບັງຄັບ ​ໃນ​ການ​ເສັງ​ເອົາ ໃບຂັບຂີ່ ຫຼື ການສິດສອນໃຫ້ ເດັກນ້ອຍໃນໂຮງຮຽນ ຫຼື ຮຽກຮ້ອງ ໃຫ້ຄູອາຈານໄດ້ຮັບການຝຶກອົບຮົມ.

ສະຫະພັນກາແດງ ແລະ ຊີກວົງເດືອນແດງໄດ້ປະກາດ​ ວັນປະຖົມພະຍາບານສາກົນ ​ເລີ່​ມປີ 2000 ​ເປັນຕົ້ນ​ມາ.  ອົງການກາແດງ ແລະ ຊີກວົງເດືອນແດງ ​ແຫ່ງ​ຊາດ ຫຼາຍກວ່າ 100 ປະ​ເທດ ໃນທົ່ວໂລກໄດ້ຮ່ວມກັນ ຈັດງານ ແລະ ສະເຫຼີມສະຫຼອງວັນດັ່ງກ່າວ ໃນວັນເສົາ ອາທິດທີ່ສອງ ຂອງເດືອນ ກັນຍາ ຂອງ ທຸກໆປີ, ເຊິ່ງປີນີ້ກົງກັບວັນທີ່ 13 ກັນຍາ,  ເພື່ອສ້າງ​ຈິດ​ສຳນຶກ ໃຫ້​ແກ່ ສາທາລະນະຊົນ ​ໃຫ້​ຮູ້​ວ່າ  ການປະຖົມ ພະຍາບານສາມາດຊ່ວຍຮັກສາ ຊີວິດຄົນ ທັງໃນຊີວິດປະຈຳວັນ  ແລະ ທັງໃນສະຖານະການສຸກເສີນໄດ້.

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail