| |
ມອບຈັກເຮືອ ໃຫ້ບ້ານເປົ້າໝາຍໂຄງການຫ້າງຫາກະກຽມ ໄພພິບັດຊຸມຊົນ
 |
ໂຄງການຫ້າງຫາກະກຽມຕອບໂຕ້ໄພພິບັດຊຸມຊົນຂອງອົງການກາແດງລາວ ໂດຍໄດ້ ຮັບທຶນສະໜັກສະໜູນຈາກສະພາກາແດງຍິ່ປຸ່ນໂດຍແມ່ນຈັດຕັ້ງປະຕິບັດຢູ່ເມືອງມະຫາໄຊ ແລະ ເມືອງຫີນບູນ ແຂວງຄຳມ່ວນ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດເນື່ອງຈາກວ່າ ເມືອງດັ່ງກ່າວມີຄວາມສ່ຽງສູງ ຕັ້ງຢູ່ຕາມລຽບນ້ຳປະກັນ, ນ້ຳຫີນບູນ ແລະ ນ້ຳເຊບັ້ງໄຟພໍເຖີງ ລະດູຝົນນ້ຳມັກຖ້ວມ. ດັ່ງນັ້ນທາງໂຄງການຈຶ່ງໄດ້ລົງໄປສ້າງອາສາສະໝັກຂັ້ນບ້ານ (ບ້ານລະ 5 ຄົນ) ເພື່ອເຕື່ອນໄພ ແລະ ຊ່ວຍເຫຼືອສຸກເສີນເວລາມີໄພພິບັດ. ເພື່ອສືບຕໍ່ໂຄງການດັ່ງກ່າວ ໃນວັນທີ 8 ຫາ 12 ກັນຍາ 2008 ຜ່ານນີ້ ທ່ານ ດຣ. ບຸນເຖິງ ແມນວິໄລ ຫົວໜ້າກອງຄຸ້ມ ໄພພິບັດອົງການກາແດງລາວຜູ້ບໍລິຫານໂຄງການ |
| ໄດ້ນຳເອົາຈັກເຮືອຈຳນວນ 9 ເຄື່ອງ ແລະຕູ້ຢາປະຈຳບ້ານຈຳນວນ 3 ຕູ້ ແລະ 2 ແກ໋ດໄປມອບໃຫ້ບ້ານນາກຽວ (ຈັກ 2 ເຄື່ອງ) ຂອງ ເມືອງມະຫາໄຊ, ບ້ານນາໂພ, ບ້ານທ່າແຄມ, ຄອນແກ້ວ (ບ້ານລະ 1 ເຄື່ອງ ແລະ ຢາບ້ານ ລະຕູ້) ແລະ ບ້ານວົງຫົວປາ (ຕູ້ຢາ, ເສື້ອ, ໝວກໃຫ້ ອສບ) ຂອງເມືອງຫີນບູນ ແຂວງຄຳ ມ່ວນ. ນອກນັ້ນຍັງມອບຈັກເຮືອໃຫ້ບ້ານສະກອງ ແລະ ຜັກເຜື້ອ (ບ້ານລະ 2 ເຄື່ອງ) ເມືອງ ໄຊບູລີ ແຂວງສະຫວັນນະເຂດໂດຍຊ້ອງໜ້າ ຫົວໜ້າຫ້ອງການແຂວງ, ນາຍບ້ານອຳນາດ ການປົກຄອງ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ຄິເປັນມູນຄ່າ 40.572.000 ກີບ |
 |
ເພື່ອໃຫ້ປະຊາຊົນບ້ານດັ່ງກ່າວປະກອບໃສ່ເຮືອລວມຂອງບ້ານໄວ້ໃຊ້ຂົນ ສົ່ງປະຊາຊົນ, ສັດສາວາສິ່ງ ແລະເຄື່ອງຂອງທີ່ຈຳເປັນໃນເວລາ ເກີດມີນ້ຳຖ້ວມສຸກເສີນຂ່າວຍັງຮູ້ຕື່ມວ່າໃນຕົ້ນປີ 2008 ຜ່ານມາທາງທີມງານຍັງໄດ້ລົງມອບເຄື່ອງສຽງ ແລະ ໂທລະໂຄ່ງໃຫ້ເປົ້າໝາຍຂອງໂຄງການດັ່ງກ່າວມູນຄ່າ 27.802.000 ກີບ ແລະໄລຍະຜ່ານມາ ທີມງານຂອງໂຄງການຍັງໄດ້ສ້າງສະອາສາສະໝັກຕອບໂຕ້ໄພພິບັດຂັ້ນບ້ານຂອງແຕ່ລະບ້ານ, ບ້ານລະ 5 ຄົນ, ທາງທີມງານຍັງປະເມີນຜົນຄວາມກ້າວໜ້າຂອງໂຄງການ ແລະ ຍັງຕີລາຄາ ໃນດ້ານດີ - ດ້ານອ່ອນໃນໄລຍະຜ່ານມາ. |
|
|