ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 ພາສາລາວ - ອັງກິດ
 ເວລາ:
 
 

ສະເຫຼີມສະຫຼອງວັນກາແດງສາກົນ
Ceremony on World Red Cross Day

ໃນ​ວັນ​ທີ 8 ​ພຶດສະພາ 2009 ຢູ່ທີ່ສູນບໍລິຈາກເລືອດອົງການກາແດງລາວ ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ ວັນກາ​ແດງ​ສາກົນ ຄົບຮອບ 150 ປີ ທີ່​ຫມູນວຽນ​ມາຄົບຮອບ​ອີກວາ​ລະ​ຫນື່ງ
     ເປັນ​ກຽດ​ເຂົ້າ​ຮ່ວມ​​ເປັນປະທານ​ແມ່ນ ດຣ ສ​ນິວຸຣັຊ ສຣະ​ມາ​ນີ ປະທານ​ອົງການ​ກາ​ແດງ​ລາວ, ມີພະນັກງານ,  ນັກຮຽນ, ​ນັກສຶກສາ, ຄູ​ອາຈານ ແລະ ອາສາ​ສະໝັກຊາວໜຸ່ມ​ກາ​ແດງ ​ເຂົ້າ​ຮ່ວມ​ຈຳນວນ 400 ກ່ວາຄົນ. ໃນ​ພິທີ ທ່ານ​ ດຣ. ສນິວຸຣັຊ ສຣະມະນີ ​ ໄດ້​ຂຶ້ນ​ກ່າວທົບ​ທວນ​ປະຫວັດ​ຄວາມ​ເປັນ​ມາຂອງຂະບວນການກາແດງສາກົນ,
ປະຫວັດການສ້າງຕັ້ງອົງການກາແດງລາວ  ຈາກ​ນັ້ນທ່ານ​ຍັງ​ຕີ​ລາຄາ​ຄືນ​ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ກາ​ແດງ​ລາວ ​ໃນ​ໄລຍະ​ໜື່ງປີຜ່ານມາ​ເຊິ່ງ​ມີ​ຫລາຍ​ດ້ານ​ທີ່​ພົ້ນ​ເດັ່ນ ​ເປັນ​ຕົ້ນ​ກໍ່​ແມ່ນ​:  ວຽກ​ງານ​ບັນ​ເທົາ​ທຸກ​​​ຊ່ວຍ​ເຫລືອ​ປະຊາຊົນ​ທີ່​ຖືກ ນ້ຳ​ຖ້ວມ  ​ແລະ ​ຜູ້​ທຸກ​ຍາກ​ໃນ​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ໃນ​ທົ່ວປະ​ເທດການບໍລິຈາກ​ເລືອດ ເພື່ອ​ຊ່ວຍ​ປະຊາຊົນ​ທີ່​ນອນ​ປິ່ນປົວຢູ່​ຕາມ​ໂຮງໝໍ​ຕ່າງໆ ການຈັດ​ຫາ​ນ້ຳ​ສະອາດ​ເພື່ອ​ຫລຸດຜ່ອນ​ການ​ແບກ​ຫາບ​ ແລະ​ການນຳໃຊ້ແຮງງານແມ່ຍິງ ແລະ ເດັກນ້ອຍ ຮັບ​ປະກັນທາງ​ດ້ານຊີວິດ ​ແລະ ສຸຂະພາບ, ການໂຄສະນາຂ່າວສານເຜີຍແຜ່ພາລະບົດບາດ ອົງການກາແດງອອກສູ່ສັງຄົມຢ່າງກວ້າງຂວາງ.
     ນອກ​ຈາກ​ນັ້ນຍັງ​ມີ​ການວາງສະ​ແດງ​ຮູບ​ພາບ​ການ​​ເຄື່ອນ​ໄຫວ​ຂອງ​ອົງການ​ກາ​ແດງ​ລາວ  ການສະ​ແດງ​ລະຄອນ​ຈາກ​ກຸ່ມ​ອາສາ​ສະໝັກຊາວໜຸ່ມຈາກໂຮງຮຽນ ມໍປາຍ ສີໂຄດ, ມໍປາຍ ທົງປົ່ງ, ມໍປາຍ ບໍໂອ, ມໍສໍ ຮ່ອງຄ້າ ແລະ ມໍສໍ ເພຍວັດ ມີກິດຈະກຳການ​ຮ້ອງ​ເພງ, ຟ້ອນ, ການຫລິ້ນເກມ ຖາມຕອບຄວາມຮູ້ກ່ຽວກັບໂລກເອດ, ການຮັບບໍລິຈາກເລືອດແບບບໍ່ຮຽກຮ້ອງສິ່ງຕອບແທນໄດ້ ເລືອດທັງໝົດ 265 ຖົງ ລື່ນຄາດໜາຍ 115 ຖົງ ແລະ ການ​ຊອກ​ຫາ​ແຫ​ລ່ງທຶນກິດຈະກຳໄດ້ດຳ ເນີນເປັນເວລາໜຶ່ງວັນເຕັມຈຶ່ງສຳເລັດລົງ.

 

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail