| |
ສະເຫລີມສະຫລອງວັນຜູ້ບໍລິຈາກເລືອດສາກົ
World Blood donor Day
“ເລືອດແມ່ນຂອງຂວັນເພື່ອຊີວິດ “ ເປັນຄຳຂວັນຂອງວັນຜູ້ບໍລິຈາກເລືອດໂລກ ໃນປີນີ້ ເພື່ອເປັນການສະເຫຼີມສະຫຼອງວັນ ດັ່ງກ່າວ ໃນຕອນເຊົ້າວັນທີ 12 ມີຖຸນາ 2009 ຜ່ານມານີ້ ສູນບໍລິຈາກເລືອດ ອົງການກາແດງລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດສາກົນຂຶ້ນ ຢ່າງເປັນທາງການ ທີ່ສູນການຄ້າລາວ -ໄອເຕັກ ຄົບຮອບ 5 ປີ ວັນທີ 14 / 6 / 2004 - 14 / 6 / 2009 ທີ່ຫມູນວຽນມາຄົບຮອບອິກວາລະໜຶ່ງ ໂດຍການເປັນ ປະທານຂອງທ່ານ ທອງຈັນ ພອນຄຳມາ ຄະນະກຳມະການ ຈັດຫາເລືອດ ແລະ ສົ່ງເລືອດແຫ່ງຊາດ, ທ່ານ ດຣ. ກິແດງ ທຳມະລັງສີ ເລຂາທີການໃຫຍ່ ອົງການກາແດງລາວ, ທ່ານ ດຣ ເຕ ທຳມະວົງ ຜູ້ອຳນວຍ ການສູນບໍລິຈາກເລືອດ ອົງການກາແດງລາວ,ມີພະນັກງານ, ທະຫານ, ຕ່ຳຫລວດ, ນັກທຸລະກິດ,ນັກຮຽນນັກສຶກສາ, ຄູອາຈານ ແລະ ອາສາສະໝັກຊາວໜຸ່ມກາແດງ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຈຳນວນ 972 ກ່ວາຄົນ ໃນພິທິ ທ່ານ ທອງຈັນ ໄດ້ຂື້ນກ່າວທ່ົບທວນປະຫວັດຄວາມເປັນມາການກຳເນີດຂອງວັນຜູ້ບໍລິຈາກເລືອດໂລກ ຊື່ງເປັນວັນທີ່ມີຄວາມໝາຍຍິ່ງຂອງມວນມະນຸດ ທີ່ໄດ້ເສຍສະຫລະເລືອດ ແລະ ນ້ຳໃຈໃນການປະກອບສ່ວນເພື່ອຊາດເພື່ອປະຊາຊົນທັງຊາດ ຈາກນັ້ນເພື່ອເປັນການຂອບອົກຂອບໃຈ ຕ ໍ່ກັບບັນທ່ານທີ່ໄດ້ບໍລິຈາກຜ່ານມານັ້ນນັບວ່າເປັນຜົນງານອັນຍິ່ງໃຫຍ່ ຂອງປະຊາຊົນລາວພວກເຮົາ ທີ່ໄດ້ຊ່ວຍເຫລືອເຊິ່ງ ກັນ ແລະ ກັນອັນນັ້ນມັນເປັນຜົນງານທີ່ມີກຽດສະງ່າງາມເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດໃຫ້ເຕັມໄປດ້ວຍຜົນງານອັນຍີ່ງໃຫຍ່. ນອກຈາກນັ້ນທ່ານຍັງໄດ້ຮຽກຮ້ອງມາເຖິງ ບັນດາອ້າຍນ້ອງ ພະນັກງານ ທະຫານຕຳຫລວດ ນັກທຸລະກິດ ນັກຮຽນນັກສຶກສາອາສາສະໝັກ ທີ່ຜູ້ໃດບ່ໍທັນໄດ້ບໍລິຈາກ ຖ້າຫາກວ່າທ່ານມາບໍລິຈາກແລ້ວ ທ່ານຈະຮູ້ກ່ຽວກັບຂະບວນການບໍລິຈາກເລືອດ ແລະຈະຮູ້ກ່ຽວກັບຫມວດເລືອດຂອງທ່ານ ວ່າມັນຈະຢູ່ໃນໝວດໃດ ແລະ ທ່ານມີເຊື້ອພະຍາດໃດ ທ່ີສູນບໍລິຈາກເລືອດໄດ້ກຳນົດໄວ້ນັ້ນ . ໃນພິທີຍັງໄດ້ຊົມການ ສະແດງສິນລະປະ ຂອງອາສາສະໝັກກາແດງ, ລະຄອນທີ່ໄດ້ສ່ອງແສງເຖິງການບໍລິຈາກເລືອດການຮ້ອງເພງ ຂອງ ນັກສີລະປິນ ຂອງ ວົງໂອເວີ້ແດນ ທີ່ມາກ່ອມອາລົມຢ່າງມ່ວນຊື່ນຕະຫລອດງານ. ໃນງານດັ່ງກ່າວຍັງມີການ ຮັບບໍລິຈາກ ເລືອດແບບບໍ່ຮຽກຮ້ອງສິ່ງຕອບແທນ ແລະ ໄດ້ຮັບເລືອດທັງໝົດ 370 ຖົງ, ເລືອດ ດັ່ງກ່າວແມ່ນຈະນຳໄປຮັບໃຊ້ຕາມໂຮງໝໍ ແຫຼ່ງຕ່າງໆ ໃນນະຄອນຫຼວງວຽງຈັນ.
 |
|
 |
|
|