ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 ພາສາລາວ - ອັງກິດ
 ເວລາ:
 
 

ເຜີຍແຜ່ພາລະບົດບາດຂອງກາແດງ ທີ່ແຂວງຫຼວງນ້ຳທາ
Dissemination on Red Cross and Red Crescent
role and function in Luangnamtha branch

       ອົງການກາແດງລາວ ໃນນາມສະມາຊິກຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ມີໜ້າທີ່ໂຄສະນາພາລະບົດບາດຂອງຂະບວນການ ກາແດງສາກົນ ອອກ ສູ່ສັງຄົມໃຫ້ກວ້າງຂວາງ.
       ໃນວັນທີ 4 ມິຖຸນາ 2009 ນີ້ ທ່ານ ພອນຄຳ ແກ້ວວິໄລ ຫົວໜ້າພະແນກໂຄສະນາ ​- ຂ່າວສານ ຂອງອົງການກາແດງລາວສູນກາງ ໄດ້ລົງໄປສົມທົບກັບຫ້ອງການກາແດງ ສາຂາແຂວງ ໄດ້ຈັດກອງ ປະຊຸມເຜີຍແຜ່ພາລະບົດບາດຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ພັນທອງ ພິດທຸມມາ ຄະນະພັກແຂວງ, ຮອງເຈົ້າແຂວງ, ທ່ານ ດຣ. ອິນທາ ວັນສະຫວັດ ຮອງ ປະທານ, ຫົວໜ້າຫ້ອງການກາແດງສາຂາແຂວງຫຼວງນ້ຳທາ ແລະ ຄະນະກຳມະການ ກາແດງແຂວງ, ພະນັກງານພະແນກການອ້ອມຂ້າງແຂວງຕາງໜ້າ 5 ເມືອງຄື: ມ. ສິງ, ມ.  ນາແລ, ມ. ລອງ, ມ. ວຽງພູຄາ ແລະ ນ້ຳທາ. ທະຫານ ຕຳຫຼວດ, ຄູອາຈານ, ນັກຮຽນ ມັດທະຍົມປາຍ ໃນເທດສະບາຍແຂວງລວມທັງໝົດ 150 ທ່ານ, ຍິງ 43 ທ່ານ, ຫົວຂໍ້ທີ່ນຳມາເຜີຍແຜ່ໃນຄັ້ງນີ້ແມ່ນ: ປະຫວັດ ຄວາມເປັນມາຂອງຂະບວນ ການກາແດງສາກົນ, ເຄື່ອງໝາຍກາແດງ ແລະ ການນຳໃຊ້ເຄື່ອງໝາຍ, ປະຫວັດກາແດງລາວ, ປະຫວັດ ແລະ ພາລະບົດບາດຂອງກາແດງສາຂາ ແຂວງ ຫຼວງນ້ຳທາ ເຮັດໃຫ້ພະນັກງານທະຫານຕຳຫຼວດ ແລະ ນັກຮຽນນັກສຶກສາ ຮັບຮູ້ເຂົ້າໃຈ ແລະ ມີຄວາມສົນໃຈຕໍ່ວຽກງານມະນຸດສະທຳຂອງກາແດງຫຼາຍຂຶ້ນ.

  

 

 

 

 

 

 

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail