ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 ພາສາລາວ - ອັງກິດ
 ເວລາ:
 
 

ເຜີຍແຜ່ກົດໝາຍມະນຸດສະທຳສາກົນ ທີ່ວິທະຍາຄານປ້ອງກັນຄວາມສະຫງົບ
Work shop on International Humanitarian Law (IHL) for National Public Academy

       ເພື່ອປະຕິບັດຕາມມະຕິ VIII ຂອງສູນກາງພັກວ່າດ້ວຍການສ້າງລັດໃຫ້ເປັນລັດ ແຫ່ງກົດໝາຍ ແລະ ເພື່ອຮອງຮັບການນຳເອົາສົນທິສັນຍາສາກົນຫັນມາ ເປັນກົດໝາຍພາຍໃນຂອງ ສ ປ ປ ລາວ ແລະ ເພື່ອເປັນການ ເພີ່ມພູມຄວາມຮູ້ດ້ານກົດໝາຍໃຫ້ແກ່ນາຍ ແລະ ພົນຕຳ ຫຼວດເພື່ອໄປຮັບໃຊ້ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ສອດຄ່ອງ ຖືກຕ້ອງຕາມຫລັກການປະຊາ ທິປະໄຕປະຊາຊົນທີ່ແທ້ຈິງ...
       ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2009 ຜ່ານມາຄະນະກຳມະການ ກາແດງສາກົນ ICRC ປະຈຳ ພາກພື້ນສົມທົບກັບກອງຂົນຂວາຍການກຸສົນອົງການກາແດງລາວ ໄດ້ລົງເຜີຍແຜ່ກົດ ໝາຍມະນຸດສະທຳສາກົນ ຫຼື International Humanitarian Law ( IHL ) ຢູທີ່ວິທະຍາຄານປ້ອງກັນຄວາມສະງົບແຫ່ງຊາດດອນຕີ້ວພາຍໃຕ້ການ ເປັນປະທານຂອງ ທ່ານ  ພັນເອກ ມາລາ ວິລະຈິດ ຮອງອຳນວຍການ ວິທະຍາຄານປ້ອງກັນຄວາມສະງົບແຫ່ງຊາດ ພ້ອມດ້ວຍຄູອາຈານພົນຕຳຫຼວດເຂົ້າ ຮ່ວມທັງໝົດ 50 ທ່ານ, ຍິງ 6 ທ່ານ, ຫົວຂໍ້ທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີປະຫວັດ ຄວາມເປັນມາ ແລະ ພາລະບົດບາດ ຂອງອົງການກາແດງລາວ, ນຳສະເໜີໂດຍທ່ານ  ດຣ. ກາວິພອນ ສຸດທີ ຫົວໜ້າກອງຂົນຂວາຍການກຸສົນ ອົງການກາແດງລາວ, ກົດໝາຍມະນຸດສະທຳສາກົນ ( IHL ) ໂດຍທ່ານ ທີລະພັດ ອາສາວະວົງສິດ ຊ່ຽວຊານດ້ານກົດໝາຍຂອງ  ICRC  ປະຈຳພາກ ພື້ນ. ຊຶ່ງເປັນເທື່ອທຳອິດທີ່ນາຍ ແລະ ພົນນຕຳຫຼວດ ໄດ້ຮັບຟັງ ແລະ ເປັນຄັ້ງທີ III ໃນ ສ ປ ປ ລາວ ການເຜີຍແຜ່ເຮັດໃຫ້ອ້າຍເອື້ອຍນ້ອງນາຍ ແລະ ພົນຕຳຫຼວດຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບຂະບວນການກາແດງ ແລະ ກົດໝາຍມະນຸດສະທຳສາກົນຄວາມແຕກຕ່າງລະຫວ່າງກົດໝາຍ ມະນຸດສະທຳສາກົນ ແລະ ສິດທິມະນຸດ,​ ກົດໝາຍມະນຸດສະທຳສາກົນນຳໃຊ້ແນວໃດ ? ເຮັດໃຫ້ເຂົາເຈົ້າມີຄວາມຮູ້ ເພີ່ມເຕີມດ້ານກົດໝາຍຫຼາຍຂຶ້ນ.

  

 

 

 

 

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail