ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 ພາສາລາວ - ອັງກິດ
 ເວລາ:
 
 

ບົດ​ກ່າວ​ເປີດ​ພິທີ
​ວັນສະ​ເຫລີ​ມສະຫລອງ​  ວັນ​ກາ​ແດງ ​ແລະ ​ກາ​ຊີກ​ວົງ​ເດືອນ​ແດງ​ສາກົນ
ວັນ​ທີ 8 ພຶດສະພາ 2010 ຄົບຮອບ 151 ປີ (8/5/1859 - 8/5/2010)

ຮຽນ : ທ່ານ ສະໝານ ວິ​ຍະ​ເກດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ຊີ້​ນຳ​ວຽກງານ​ແນວ​ຄິດ, ທິດ​ສະ​ດີ​ ແລະ ​ວັດທະນາ​ທຳ​ສູນ​ກາງ, ປະທານກິດຕິມະສັກ ອົງການ​ກາ​ແດງ​ລາວ ທີ່ນັບຖື.
     - ທ່ານ​ແຂກ​ທີ່​ມີ​ກຽດ ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຮັກ​ແພງ​ທັງຫລາຍ.
     - ທ່ານ​ຍິງ ​ແລະ ທ່ານ​ຊາຍ.
     - ບັນດາສະມາຊິກ​ອາສາ​ສະໝັກ​ກາ​ແດງ.

ມື້​ນີ້,​ໃນ​ທ່າມກາງບັນຍາກາດ​ທີ່​ທົ່ວ​ພັກ ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ບັນດາ​ເຜົ່າ ​ໄດ້​ພ້ອມ​ກັນຈັດ​ຕັ້ງ​ປະຕິບັດ​ ແລະ ​ຜັນ​ຂະຫຍາຍ​​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII​​ ຂອງ​​ພັກ​ ​ເປັນ​ຕົ້ນ​ແມ່ນ​​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ດອ້ຍພັດທະນາ ພ້ອມນີ້​ກໍ​ເປັນ​ການ​ສ້າງຂະ​ບວນການ​ກຽມ​ໃສ່ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IX ຂອງ​ພັກທີ່​ຈະ​ມາ​ເຖີງ​ໃນ​ຊຸມ​ປີໜ້າ​ນີ້.

- ທ່ານ ​ແຂກ​ທີ່​ມີ​ກຽດ.
- ທ່ານ​ ຍິງ ​ແລະ ທ່ານ​ຊາຍ ທີ່​ຮັກ​ແພງ​.

ຄຳ​ຂວັນ​ຂອງ​ວັນ​ທີ 8 ພຶດສະພາ, ວັນ​ກາ​ແດງ​ແລະ​ຊີກ​ວົງ​ເດືອນ​ແດງ​ສາກົນ ປີ 2010 ຄື : ** ການ​ຂະຫຍາຍຕົວ​ຢ່າງ​ວອງ​ໄວ​ຂອງ​ຕົວ​ເມືອງ ​ເປັນ​ກຸນ​ແຈ ​ແລະ ຮູບ​ແບບ​ຕົວ​ຈິງ - ​ໂລກ​ຂອງ​ພວກ​ເຮົາ​ຂຶ້ນ​ກັບ​ການ​ກະທຳ​ຂອງ​ທ່ານ ** ກໍາລັງ​ເກີດ​ຂຶ້ນ​ໃນ​ອານາຄົດ...

ກ: ທີ່​ພັກ​ອາ​ໃສ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່ ຫຼື ມະຫາ​ນະຄອນ​ເຮັດ​ໃຫ້​ມີ​ຜູ້​ຄົນ​ກວ່າ​ເຄີ່ງ​ໜຶ່ງ​ຂອງ​ພົນລະ​ເມືອງ​ລວມຂອງ​ໂລກ​ປະຈຸ​ບັນ.
     ðສູນ​ກາງ​ໃນ​ຕົວ​ເມືອງ​ໃຫຍ່ ຫຼື ມະຫາ​ນະຄອນ​ ເປັນ​ທີ່​ພັກ​ອາ​ໃສຂອງ​ພົນລະ​ເມືອງ​ໂລກ​ເຄິ່ງໜື່ງ(ປະມານ 3 ຕື້​ຄົນ),ບັນດາ​ສູນ​ກາງຂອງ​ຕົວ​ເມືອງ​ໃຫຍ່​ດັ່ງກ່າວ​ເປັນ​ເຄື່ອງ​ຂັບ​ເຂື່ອນ​ຂອງ​ສັງຄົມ​ມັ້ງຄັ້ງ,ສະ​ແດງ​ອອກ​ທາງ​ວັດທະນາ​ທຳ,ຄວາມ​ຫຼາກ​ຫຼາຍ​ແລະ​ເສດຖະກິດ​ຂະຫຍາຍຕົວ​ແຮງ ​ແຕ່​ມັນ​ກໍ​ມີ​ດ້ານ​ລົບ​ຊຶ່ງ​ພວກ​ເຮົາ​ຮູ້​ກັນ​ດີ​ຄື:

  • ມົນ​ລະ​ພິດ​ທາງ​ອາກາດ, ຄວາມ​ຮຸ່ນ​ແຮງ, ອາດຊະຍາ​ກຳ​ທຸກ​ປະ​ເພດ, ຢາ​ເສບ​ຕິດ, ຂາດ​ອະນາ​ໄມ, ​ແລະ ການ​ເຊື່ອມ​ໂຊມ​ດ້ານ​ສິ່ງ​ແວດ​ລອ້ມ, ຄວາມທຸກ​ຍາກ​ຂາດ​ເຂີນ ​ແລະ ຖືກ​ປັດ​ໄຈ​ອື່ນ​ຈາກ​ສັງຄົມ ພ້ອມ​ທັງ​ເພີ້​ມຄວາມ​ສ່ຽງ​ຂອງ​ມະນຸດ.
  • ຮອດ​ປີ 2030 ​ເພີ່ນ​ໄດ້​ຄິດ​ການ​ປະມານ​ໄວ້​ວ່າ : ຈະ​ມີ​ພົນລະ​ເມືອງ 4 ຕື້ 900 ລ້ານ​ຄົນ ດຳ​ລົງ​ຊີວິດ​ຢູ່​ໃນ​ສະພາບ​ແວດ​ລອ້ມຂອງ​ຕົວ​ເມືອງ​ດັ່ງກ່າວ( ຫລາຍ​ກວ່າ 60 ສວ່ນຮ້ອຍ​ຂອງ​ພົນລະ​ເມືອງ​ໂລກ) ( UN-HABITAT )​.
  • ​ໃນ​​ໂລກປະຈຸ​ບັນນີ້, ​ຕົວ​ເມືອງ​ໃຫຍ່ ຫລື ມະຫາ​ນະຄອນຕ່າງໆ ​ແມ່ນ​ເກີດ​ຂື້ນ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕໍ່າ ຫລື ລາຍ​ຮັບ​ປານ​ກາງ.
  • ບັນດາ​ຕົວ​ເມືອງ​ໃຫຍ່​ຂອງ​ໂລກ​ທີ່​ກຳລັງ​ພັດທະນາ, ອາດ​ມີ​ເຖີງ 95 ສວ່ນຮອ້ຍຂອງ​ການ​ຄິດ​ປະ​ເມີນ​ລວມ​ໄວ້​ທີ່​ຈະ​ຂະຫຍາຍຕົວ​ໃນ 2 ທົດ​ສະຕະຫວັດໜ້າ ( UNFPA ).
  • ອາ​ຟຣິກກາ​ອາດ​ສາມາດ​ສູງ​ເຖີງ 15 ສວ່ນຮອ້ຍ ຕໍ່​ການ​ຂະຫຍາຍຕົວ​ຂອງ​ພົນລະ​ເມືອງ​ໂລກ, ຢູ່​ໃນ​ຕົວ​ເມືອງ​ໃຫຍ່​ເມື່ອ​ຮອດ​ປີ 2030 ( ສຳລັບ ອາຊີ : ມີ​ປະມານ 55 ສວ່ນຮ້ອຍ ).

ð ສອງ​ສວ່ນສາມ​ຂອງ​ພົນລະ​ເມືອງ​ໂລກ​ທີ່​ດຳລົງ​ຊີວິດ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່ ຫລື ມະຫາ​ນະຄອນ​ຕ່າງໆ 10,5 ລ້ານ​ຄົນ ​ເປັນ​ຄົນ​ອົບ​ພະ​ຍົກ ( UNHCR ).

ຂ: ຄວາມ​ສ່ຽງ​ຂອງ​ພົນລະ​ເມືອງ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່​ມີ​ຄື :

  • ປະມານ 1 ຕື້​ຄົນ, ດໍາລົງ​ຊີວິດ​ຢູ່​ໃນ​ຄວາມທຸກ​ຍາກ​ຂາດ​ເຂີນ, ຄຸນ​ນະພາ​ບຕໍ່າ, ​ເຮືອນ​ຊານ​ໜາ​ແໜ້ນ, ແອ​ອັດຢູ່​ອ້ອມ​ຮອບ​ຂອງ​ຕົວ​ເມືອງ​ໃຫຍ່ ກາຍ​ເກີດ​ເປັນ ** ສະ​ລຳ ** ຫລື​ພົນລະ​ເມືອງ​ມາ​ຕັ້ງ​ຖິ່ນ​ຖານ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ, ບັນດາ​ພົນລະ​ເມືອງ​ດັ່ງກ່າວ​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ເປັນ​ພະຍາດ​ຕ່າງໆ ຄື : ພະຍາດ​ໂລກ​ເອດ, ວັນນະ​ໂລກ ​ແລະ ອື່ນໆ, ພົນລະ​ເມືອງ​ໂລກ​ໃນ ** ສະ​ລໍາ ** ດັ່ງກ່າວ​ອາດ​ຂະຫຍາຍຕົວ​ສູງ ​ເຖີງ 1,5 ຕື້ ຄົນ, ພາຍ​ໃນ ປີ 2020 ( UN-Habitat ).
  • 680.000.000 ຄົນ ທີ່​ພັກ​ອາ​ໃສ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່, ຂາດ​ເຂີນ​ນ້ຳ​ສະອາດ​ໃຊ້​ປະຈຳ​ວັນ( UN-Habitat ).
  • 1 ສວ່ນຮອ້ຍຂອງ​ຄົວ​ເຮືອນ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕໍ່າ ຊຶ່ງ​ມີ​ຄວາມ​ຫລົ້ມ​ເຫ​ລວທາງ​ດ້ານ​ການ​ປະກັນ​ໄພ, ​ເມື​ອ່ສົມ​ທຽບ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ເຖີງ 30 ສວ່ນຮອ້ຍ.
  • ທະວີບອາຊີ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ຕໍ່​ການ​ເກີດ​ລົມ​ພະຍຸ​ຝົນ​ຂຶ້ນ ​ເຮັດ​ໃຫ້​ເກີດ​ນ້ຳ​ຖວ້ມ​ໃນ​ປະຈຸ​ບັນ ​ແລະ ​ໃນ​ອານາ​ຄົດ, ​ໃນ 20 ຕົວ​ເມືອງ​ໃຫຍ່​ທີ່​ມີ​ພົນລະ​ເມືອງ​ອາ​ໃສ​ຢູ່ຢ່າງ​ໜາ​ແໜ້ນ​ນັ້ນ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ຕໍ່​ການ​ປະ​ເຊີນ​ໜ້າ​ກັບ​ນ້ຳ​ທະ​ເລ​ສູງ​ຂື້ນ ​ແລະ ລົມ​ພະຍຸ​ຝົນ​ທະ​ລົມ, ຢູ່​ໃນ​ປີ 2005 ນັ້ນ ​ເຄິ່ງໜື່ງຂອງ​ບັນດາ​ຕົວ​ເມືອງ​ດັ່ງກ່າວ ​ແມ່ນ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕໍ່າ ​ແລະ ລາຍ​ຮັບ​ປານ​ກາງຂອງ​ບັນດາ​ປະ​ເທດ​ໃນ​ທະວີບອາຊີ ( OECD ).
  • ບັນດາ​ຊຸມ​ຊົນ​ໃນ​ສະ​ລຳ ​ເປັນ​ເຂດ​ທີ່ຢູ່​ອາ​ໃສ ທີ່​ມີ​ຄວາມ​ສ່ຽງ​​ໄພ​ເລື້ອຍໆ ​ເຊັ່ນ​ຕົວຢ່າງ: ​ເກີດ​ໄພ​ທຳ​ມະ​ຊາດ​ນ້ຳ​ຖວ້ມ, ອັກຄີ​ໄພ, ລົມ​ພະຍຸ​ພັດ​ຜ່ານ ດັ່ງ​ນີ້​ເປັນ​ຕົ້ນ. ​ແລະ ກໍ​ເປັນ​ຊຸມ​ຊົນ​ທີ່​ບໍ່​ມີ​ສິດທິ​ເປັນ​ເຈົ້າ​ຂອງ​ທີ່​ດິນ​ທີ່​ຕົນ​ເອງ​ອາ​ໃສ​ຢູ່.
  • ຄວາມ​ຮູ່ນ​ແຮງ - ການຈັດ​ຕັ້ງ​ກໍ່​ອາດ​ສະ​ຍາ​ກຳ ​ແມ່ນ​ໜຶ່ງ​ໃນ​ການ​ທ້າ​ທາຍ​ອັນ​ຍິ່ງ​ໃຫຍ່​ຢູ່​ໃນ​ຕົວ​ເມືອງ​ໃຫຍ່ ຫລື ມະຫາ​ນະຄອນ.
  • ການ​ເກີດ​ຄວາມ​ຮຸ່ນ​ແຮງ​ຂຶ້ນ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່, ສວ່ນຫລາຍ​ແມ່ນ​ມາ​ຈາກ​ຊາວ​ໜຸ່ມ​ທີ່​ມີ​ອາຍຸ​ກະສຽນ​ລະຫວ່າງ 15 ຫາ 25 ປີ ( UN-Habitat / WHO ).

 

ຍ້ອນ​ມວນ​ມະນຸດ​​ເຮົາ​ດຳລົງ​ຊີວິດ​ແບບ​ບໍ່​ມີ​ການ​ຄຳນຶງ​ເຖີງສິ່ງ​ແວດ​ລ້ອມ ບໍ່​ມີ​ແຜນການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ທຳ​ມະ​ຊາດ ເຊັ່ນ​: ດິນ​ຟ້າ​ອາກາດມີ​ການ​ປ່ຽນ​ແປງ​ພາ​ໃຫ້​ເກີດພາວະ​ໂລກ​ຮ້ອນ, ການ​ຈູດ​ໄມ້​ທຳລາຍ​ປ່າ, ​ເກີດສະພາວະ​ແລ້ງ​ແຫ້ງ ສິ່ງ​ແວດ​ລ້ອມ​ເຊື່ອມ​ໂຊມ …​ ເຮັດ​ໃຫ້ ຄາບ​ອນ​ໄດ​ອອກ​ຊາຍ (CO2) ​ໄປ​ທຳລາຍ ​ຊັ້ນ​ບັນຍາກາດ ​ໂອ​ໂຊນ ( O2) ​ເຮັດ​ໃຫ້​ເກີດ​ປະກົດ​ການ ​ເຮື​ອນ​ແກ້ວ, ​ໂລກ​ຮ້ອນ​ຂຶ້ນ, ພູມ​ອາກາດ​ມີ​ການ​ປ່ຽນ​ແປງ, ພາ​ໃຫ້​ເກີດ​ມີ​ພະຍຸ​ໄຕ້​ຝຸ່ນ, ​ເກີດ​ມີ​ນ້ຳ​ຖວ້ມຮ້າຍ​ແຮງ, ເກີດມີ​ແຜ່ນດິນ​ໄຫວຮຸ່ນ​ແຮງ​ ແລະ ​ຖີ່​ຂຶ້ນ, ພູ​ໄຟ​ລະ​ເບີດ, ຄື້ນຍັກ​ຊຸ​ນາ​ມີ ​ແລະ ອື່ນໆ ກໍ່​ໃຫ້​ເກີດ​ມີ​ໄພພິບັດ​ອັນ​ໃຫຍ່​ຫລວງ​ທີ່​ກະທົບ​ໂດຍ​ກົງຕໍ່​ຊີວິດ​ແລະ​ຊັບ​ສິນ​ຂອງ​ມວນ​ມະນຸດ​ໃນ​ໂລກ​ນີ້. ອີກ​ຢ່າງ​ໜຶ່ງ ​ຊາວ​ໂລກ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ມະ​ຫັນ​ຕະ​ໄພ​ຈາກ​ຜູ້​ກໍ່​ການ​ຮ້າຍ​ ຫລື ຂໍ້​ຂັດ​ແຍ້​ງລະຫວ່າງ​ມະນຸດ​ດວ້ຍກັນ ​ອັນ​ນຳ​ໄປ​ສູ່​ສົງຄາມລະ ຫວ່າງ​ປະ​ເທດ ພາ​ໃຫ້​ເກີດ​ມີ​ການ​ສູນ​ເສຍ​ຢ່າງ​​ໃຫຍ່ຫລວງ, ທຸກ​ຢ່າງ​ທີ່​ກ່າວ​ມາ​ນັ້ນລວ້ນ​ແຕ່​ເກີດ​ຈາກ​ນ້ຳ​ມືຂອງ​ມະນຸດ. ສະນັ້ນ ຄະນະ​ກຳມະການ​ກາ​ແດງ​ສາກົນ (ICRC) ຮວ່ມກັບ​ສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​​ເດືອນ​ແດງ​ສາກົນ (IFRC) ຈຶ່ງ​ຮັບ​ພາລະ​ໜ້າ​ທີ່​ອັນ​ໜັກ​ໜວ່ງນີ້ ​ແລະ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢູ່​ໃນ​ປະຈຸ​ບັນ.

​ມື້ນີ້ ກໍນັບວ່າເປັນອີກວັນໜື່ງຊຶ່ງຂະບວນການກາແດງແຫ່ງໂລກ ຫຼື ເວົ້າຢ່າງໜຶ່ງກໍແມ່ນແຕ່ລະປະເທດ ທີ່ ເປັນສະມາຊິກຂອງຄະນະກຳມະການກາແດງສາກົນ ແລະ ສະມາຊິກຂອງສະຫະພັນກາແດງ ແລະ ຊີກ ວົງເດືອນແດງສາກົນ ໄດ້ພ້ອມພຽງຮຽງໜ້າກັນ ຈັດການສະເຫຼີມສະຫຼອງ ວັນທີ 8 ພຶດສະພາ ຊຶ່ງຖືກັນວ່າ ເປັນວັນກໍ່ຕັ້ງອົງການກາແດງສາກົນ ແລະ ກໍເປັນອົງການມະນຸດສະທຳທີ່ໃຫຍ່ທີ່ສຸດຂອງໂລກຂຶ້ນນະທີ່ນີ້.
ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ “ ການຂະຫຍາຍຕົວຢ່າງວອງໄວຂອງຕົວເມືອງ ​ເປັນ​ກຸນ​ແຈ ​ແລະ ຮູບ​ແບບ​ຕົວ​ຈິງ - ໂລກຂອງພວກເຮົາຂຶ້ນກັບການກະທໍາຂອງທ່ານ” ຂະ​ບວນການກາແດງມີການເຄື່ອນໄຫວ ທີ່ເປັນຕົນ ເອງແບບ ເອກະລາດແລະເປັນກາງ ໂດຍໄດ້ມີເຄື່ອງ ໝາຍສະເພາະເປັນຮູບກາກະບາດສີແດງບົນ ພື້ນສີຂາວ  ແລະ  ໄດ້ຖືກຈັດໃຫ້ມີຂຶ້ນຕາມສົນທິສັນຍາເຊີແນວ ເມື່ອປີ 1864 (ເປັນສະບັບທຳ ອິດ),  ກາກະບາດດັ່ງກ່າວນີ້ບໍ່ແມ່ນເຄື່ອງ ໝາຍທາງສາສະໜາໃດໆທັງສິ້ນ ແຕ່ຊີ້ບອກເຖີງການສະແດງ ຄວາມເຄົາລົບ ນັບຖືຕໍ່ປະເທດ ສະວິດເຊີແລນ ຊຶ່ງທຸງຊາດ ຂອງປະເທດນີ້ ແມ່ນມີກາກະບາດສີຂາວ ບົນພື້ນທຸງສີແດງ ຍ້ອນເຫດວ່າ ທ່ານ ຮັງ​ຣີ ດຸຍນັງ ( Henry Dunant ) ເປັນ​ຊາວ​ສະ​ວິດ​ເຊີ​ແລນ, ເພື່ອ​ຈາລຶກ​ເຖີງຄຸນງາມ​ຄວາມ​ດີ ຂອງ ທ່ານ ຮັງ​ຣີ ດຸຍນັງ ( Henry Dunant ) ຊຶ່ງເປັນ​ຜູ້​ກໍ່​ຕັ້ງ​ກາ​ແດງ ບິດາ​ຂອງ​ຜູ້​ມີ​ນ້ຳ​ໄຈ​ມະນຸດສະທຳ ຜູ້​ທຳ​ອິດ​ຂອງ​ໂລກ, ​ເພິ່ນ​ຈຶ່ງ​ໄດ້​ກຳນົດ​ເອົາ​ວັນ​ເກີດ​ຂອງ​ທ່ານ ວັນ​ທີ 8 ​ເດືອນ​ພຶດສະພາ ​ເປັນ​ວັນ​ສ້າງ​ຕັ້ງ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ, ກອງປະຊຸມກາແດງສາກົນຄັ້ງທີ 1 ປີ 1867 ໄດ້ຈັດຂຶ້ນຢູ່ ປາຣີ ປະເທດຝຣັ່ງເສດ ແລະ ສີ່ປີຕໍ່ມາພາຍຫຼັງໄດ້ກໍ່ຕັ້ງຄະນະກຳມະການກາ ແດງສາກົນຂື້ນ ຫຼື (ICRC) ແລະ ສະພາກາແດງແຫ່ງຊາດ ຕ່າງໆ ໃນກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາ ຄະນະ ກຳມະການກາແດງສາກົນ ແລະ ສະພາກາແດງແຫ່ງ ຊາດຕ່າງໆ 16 ປະເທດ ແລະ ມີຜູ້ຕາງໜ້າລັດຖະບານ 9 ປະເທດຂອງເອີຣົບ​ເຂົ້າ​ຮ່ວມ, ໃນປີ1876 ຫລາຍປະເທດ ທີ່ ນັບຖືສາດສະໜາອິດສະລາມໄດ້ປ່ຽນ ເຄື່ອງໝາຍກາກະບາດ ສີແດງມາເປັນກາຊີກວົງເດືອນແດງ ໂດຍເລີ້ມຈາກປະເທດຕວກກີ, ອີຢິບ ​ແລະ ອື່ນໆ.

ອົງການ​ກາ​ແດງ​ລາວ ​​ໄດ້​ສ້າງ​ຕັ້ງ​ຂຶ້ນ​​ເມື່ອ ​ວັນ​ທີ 1 ມັງກອນ 1955 ໄດ້​ຖືກ​ຮັບ​ຮູ້​ຈາກ​ຄະນະ​ກຳມະການ​ກ​າ ແດງສາກົນ ​ແລະ ໃນ​ນາມ​ເປັນ​ສະມາຊິກ​ຂອງສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ ຊຶ່ງປະຈຸ​ບັນມີ​ຈໍານວນ​ສະມາຊິກ​ທັງ​ໝົດ 187 ປະ​ເທດ​ໃນ​ທົ່ວ​ໂລກ, ອົງການກາແດງລາວ ເປັນອົງການຈັດຕັ້ງ ທາງ ສັງຄົມໜຶ່ງຊຶ່ງມີພາລະບົດບາດຊວ່ຍໜູນລັດຖະບານໃນການຈັດຕັ້ງປະຕິບັດໜ້າທີ່ທາງດ້ານມະນຸດສະ ທໍາຕໍ່ປະຊາຊົນບັນດາເຜົ່າທີ່ດອ້ຍໂອກາດໃນການພັດທະນາຕົນເອງ​ທີ່ດຳລົງຊີວິດຢູ່ເຂດຫ່າງໄກສອກ ຫຼີກ  ແລະ ຜູ້ທີ່ມີຄວາມສ່ຽງໄພສູງຕໍ່ໄພພິບັດທາງທຳມະຊາດ ແລະ ມະນຸດສ້າງຂຶ້ນ. ຕະຫຼອດໄລຍະ 1 ປີ ທີ່ຜ່ານມາອົງການກາແດງລາວໂດຍອີງໃສ່ການຕອບສະໜອງດ້ານງົບປະມານຈາກລັດຖະບານ ແລະ ການອູ້ມຊູຊວ່ຍເຫຼືອຂອງກາແດງປະ​ເທດເພື່ອນມິດ ແລະ ການລະດົມທຶນຮອນຢູ່ພາຍໃນປະເທດ ດວ້ຍຫຼາຍ ຮູບການແຕ່ກໍຍັງຢູ່ໃນຂອບເຂດຈຳກັດນັ້ນ, ໄດ້ຈັດຕັ້ງປະຕິບັດກິດຈະກຳຕາມພາລະບົດບາດ ໃຫ້ການ ຊວ່ຍເຫຼືອບັນເທົາທຸກແກ່ຊຸມຊົນ ທີ່ສ່ຽງ​ໄພສູງແລະຢູ່ເຂດຫ່າງໄກສອກຫຼີກ ເຊັ່ນ:  ການປະຕິບັດໂຄງການຮັກສາສຸຂະພາບຂັ້ນພື້ນຖານຢູ່ 5 ແຂວງພູດອຍພາກເໜືອ ກວມເອົາ 13 ​ເມືອງ ມີ 154 ບ້ານ, ມີການຈັດຫານ້ຳສະອາດ(ນ້ຳລິນ 112 ​ແຫ່ງ,ນ້ຳ​ບາ​ດານ​ 7 ບໍ່ ແລະ ນ້ຳສ້າງ 26 ບໍ່​),ວິດຖ່າຍ, 6.701 ຂຸມ ການປັບປຸງແລະສ້າງໂຮງຮຽນ ປະຖົມຂອງບ້ານ 43 ຫຼັງ, ສ້າງ​ຫໍ​ພັກ​ໂຮງຮຽນ 7 ຫັຼງ, ການ ປະກອບອຸປະກອນການສອນສິດສອນ ​ແລະ ​ໂຄສະນາ ,ປ່ອຍ​ທຶນ​ສິນ​ເຊື່ອ​ຂະໜາດ​ນ້ອຍໃຫ້ຊາວບ້ານ ​ໄດ້ 40 ບ້ານ, ສ້າງອາສາສະໝັກກາແດງປະຖົມພະຍາບານ, ສ້າງໝໍ​ຕຳ​ແຍ​ຊວ່ຍ​ເກີດ​ລູກ, ໂຄງການໂຄສະ ນາຕ້ານເອດໃຫ້ແກ່ຊາວໜຸ່ມ, ໃຫ້ຄວາມສຳຄັນແລະເບິ່ງແຍງດູແລຜູ້ທີ່ຕິດເຊື້ອ​ໂດຍ​ຈັດ​ຕັ້ງ​ເປັນ​ກຸ່ມ​ຜູ້​ຕິດ
​ເ​ຊື້​ອຢູ່ 11 ສາຂາ​ແຂວງ, ໂຄງການຈັດຫາຜູ້ບໍລິຈາກເລືອດແບບສະມັກໃຈໂດຍບໍ່ຮຽກຮ້ອງສິ່ງຕອບແທນ ກວມ​ເອົາ 14 ສາຂາ​ແຂວງ​ໃນ​ທົ່ວ​ປະ​ເທດ (ສະ​ເພາະນະຄອນຫຼວງ​ວຽງ​ຈັນ, ​ແຂວງ​ວຽງ​ຈັນ ​ແລະ ບໍລິ​ຄຳ​ໄຊ​ແມ່ນ​ມີການ​ເຄື່ອນ​ໄຫວ​ຂອງ​ສູນ​ບໍລິຈາກ​ເລືອດ​ແຫ່ງ​ຊາດ) ນອກ​ນັ້ນ​ຍັງ​ຂະຫຍາຍ​ຕາໜ່າງ​ເກັບ​ຮັກສາ​ຖົງ​ເລືອດ​ຢູ່ 9 ສາຂາ​ຂັ້ນ​ເມືອງຕື່ມ.

  • ບັນດາທ່ານທີ່ຮັກແພງ

ການສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກາ​ແດງ​ແລະ​ກາ​ຊີກ​ວົງ​ເດືອນ​ແດງ​ສາກົນ ກໍ​ຄື​ວັນ​ທີ 8 ພຶດສະພາ 2010 ປີນີ້ແມ່ນ​ພໍດີ​ຄົບຮອບ 151 ປີ.
ມື້​ນີ້​, ອົງການ​ກາ​ແດງ​ລາວ ​ພ້ອມ​ດວ້ຍບັນດາ​ທ່ານ​ທີ່​ມີ​ກຽດ ກໍ​ໄດ້​ພ້ອມພຽງ​ກັນ​ສະ​ເຫຼີ​ມສະຫຼອງ​ວັນ​ສຳຄັນ​ທາງ​ປະຫວັດສາດ​ດັ່ງກ່າວ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ ນີ້ ຄື ວັນ​ທີ 8 ພຶດສະພາ ​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ຮູ້ ​ແລະ ​ເອົາ​ໃຈ​ໃສ່​ໃນ​ຕໍ່ໜ້າ, ​ເຊິ່ງມັນ​ໄດ້​ບົ່ງ​ບອກ​ເຖີງອຸດົມ​ການ​ ແລະ ​ຄວາມ​ມຸ້ງ​ໝາຍ ທີ່​ໄດ້​ຖື​ເອົາ​ມື້​ນີ້​ເປັນ​ວັນ​ສຳຄັນ​ຂອງ​ວັນ​ກາ​ແດງ​ ແລະ​ ຊີກ​ວົງ​ເດືອນ​ແດງ​ສາກົນ ​ໂດຍ​ປະຕິບັດ​ຕາມ 7 ຫຼັກການ​ພື້​ນຖານ​ຂອງ​ຂະ​ບວນການ​​ກາ​ແດງ​ສາກົນ​ວາງ​ອອກຄື: ຄວາມ​ມີ​ນ້ຳ​​ໃຈ​ມະນຸດສະທໍາ ຄວາມ​ທ່ຽງ​ທຳ, ຄວາມ​ເປັນກາງ, ຄວາມ​ເປັນ​ເອກະລາດ, ຄວາມ​ເປັນ​ເອກະ​ພາບ, ຄວາມ​ສະໝັກ​ໃຈ ​ແລະ ຄວາມ​ມີ​ນໍ້າ​ໃຈ​​ສາກົນ. ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ​ ​ແລະ ສຳຄັນກໍ​ຄືການ​ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ​ມວນ​ມະນຸດ​ຊຶ່ງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ປະ​ເຊີນ​ຢູ່​ຂ້າງ​ໜ້າ ​ເຊັ່ນ: ການ​ກໍ່​ການ​ຮ້າຍ, ​ການລະບາດ​ຂອງ​ພະຍາດ ​ແລະ ໄພພິບັດຕ່າງໆ. ເພື່ອ​ເປັນ​ການ​ລໍ້າ​ລຶກ​ເຖີງການ​ກໍ່​ຕັ້ງ​ອົງການ​ຈັດ​ຕັ້ງ​ມະນຸດສະທຳ ທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ກວ້າງຂວາງ​ແລະ​ແຜ່​ຫລາຍ​ໃນ​ໂລກ ​ ​​ໃນປີນີ້ ຢູ່​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ມື້ນີ້ ​ໄດ້ມີ​ການ​ ** ຢ່າງ​ເພື່ອ​ສຸຂະພາບ ​ແລະ ຂະ​ບວນ ການ​ປຸກລະດົມ​ຂົນຂວາຍ​ຜູ້​ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ​ບໍ່​ຮຽກຮ້ອງ​ສິ່ງ​ຕອບ​ແທນ​ຢູ່​ສູນ​ບໍລິຈາກ​ເລືອດ​ແຫ່ງ​ຊາດ ** ​​ ກໍ​ໄດ້​ພ້ອມພຽງ​ກັນ​ສະ​ເຫຼີ​ມສະຫຼອງ​ວັນ​ສຳຄັນ​ດັ່ງກ່າວ​ນີ້​ຂຶ້ນ​ຢ່າງ​ເບີກບານ​ມວ່ນຊື່ນ ​ແລະ ຟົດ​ຟື້ນ, ສຳລັບ ບັນດາ​ສາຂາ​​ກາ​ແດງ​​ແຕ່ລະແຂວງ​ໃນ​ທົ່ວ​ປະ​ເທດ​ກໍ​ໄດ້​ມີ​ການຈັ​ດຕັ້ງ​ປະຕິບັດ​ການສະ​ເຫຼີ​ມສະຫຼອງວັນ​ດັ່ງ​ກ່າວຕາມ​ສະພາບຄວາມສາມາດ​ຕົວຈິງ ແລະ ເງື່ອນ​ໄຂຂໍ້​ສະດວກ​ຂອງ​ແຕ່​ລະ​ສາຂາ​ອີກ​ດວ້ຍ.

- ທ່ານ ​ແຂກ​ທີ່​ມີ​ກຽດ.
- ທ່ານ​ ຍິງ ​ແລະ ທ່ານ​ຊາຍ ທີ່​ຮັກ​ແພງ​.

ຂ້າພະເຈົ້າ, ໃນນາມປະທານອົງການກາແດງລາວ ຂໍເປີດພິທີນີ້ຢ່າງເປັນທາງການ ນັບແຕ່ວິນາທີ​ເປັນ​ຕົ້ນ​ໄປ.
ຂໍຂອບໃຈ
                    
ທີ່, ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 8 ພຶດສະພາ 2010
ປະທານ​ອົງການ​ກາ​ແດງ​ລາວ
ດຣ. ສນິວຸຣັຊ ສຣະມານີ.

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail