ຄູ່ຮ່ວມງານຂອງອົງການກາແດງລາວ
1. ຄະນະກະມະການກາແດງສາກົນ
ຄະນະກຳມະການກາແດງ ແມ່ນອົງການມະນຸດສະທຳ ທີ່ມີລັກສະນະເອກະລາດ ໃຫ້ການຊ່ວຍເຫລືອ ທະຫານບາດ ເຈັບໃນສົງຄາມ, ຈາກຂໍ້ຂັດແຍ່ງສາກົນ ຫລື ພາຍໃນປະເທດ ນອກນັ້ນ ຍັງມີໜ້າທີ່ເຂົ້າຢ້ຽມຢາມ ນັກໂທດສົງຄາມ
ແລະ ຊອກຫາຍາດພີ່ນ້ອງ ທີ່ພັດພາກຈາກກັນອີກດ້ວຍ.
-
ສຳນັກງານໃຫຍ່ຕັ້ງຢູ່:
International Committee of the Red Cross
19 Avenue de la Paix, 1202 Geneva, Switzerland
T : + 41 22 734 6001
F : + 41 22 733 2057
www.icrc.org
2. ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ
ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ແມ່ນເປັນກະບອກສຽງ ໃຫ້ແກ່ບັນດາກາແດງແຫ່ງຊາດ
ແລະ ເປັນຕົວແທນທາງດ້ານສິດຜົນປະໂຫຍດລວມກັນຄຽງ ຂ້າງກັບບັນດາອົງການລະຫວ່າງລັດຖະບານ. ປະສານສົມທົບ
ແລະ
ຊີ້ນຳການຊ່ວຍເຫລືອ ລະດັບສາກົນໃນຂະນະທີ່ເກີດມີ ໄພພິບັດທຳມະຊາດ
ຫລືທາງດ້ານເຕັກ ໂນໂລຊີ
ເຊັ່ນ: ກໍລະນີມີຊາວອົບພະຍົບ, ຍ້າຍຖິ່ນຖານທີ່ຢູ່ນອກ ເຂດຂໍ້ຂັດແຍ່ງ. ພັດທະນາບັນດາກາແດງແຫ່ງຊາດ ພ້ອມທັງຊ່ວຍ ເສີມສ້າງໜ້າທີ່ ແລະ
ໂຄງການຂອງກາແດງ ແຫ່ງຊາດໃຫ້ດີຂື້ນ, ມີປະສິດທິພາບທາງການຊີ້ນຳ
ແລະ ການບໍລິ ຫານ.
-
ສຳນັກງານໃຫຍ່ຕັ້ງຢູ່:
Fédération Internationale des Sociétés de la
Croix-Rouge et du Croissant-Rouge
17, chemin des Crêts, Petit-Saconnex,
Case postale 372, CH-1211 Genève 19,
T : + 41 22 730 4222,
F : + 41 22 733 0395
www.ifrc.org
3.ອົງການກາແດງແລະຊີກວົງເດືອນແດງແຫ່ງຊາດ
ມີໜ້າທີ່ຊ່ວຍເຫລືອຜູ້ທີ່ໄດ້ຮັບເຄາະຮ້າຍຕ່າງໆທີ່ຄົນ ແລະ
ທຳມະຊາດສ້າງຂື້ນ
* ປະຕິບັດວຽກງານປະຖົມພະຍາບານ, ສຸຂະພາບຊຸມຊົນ ແລະ ການຮັກສາພະຍາ
ບານ.
* ປະຕິບັດວຽກງານສັງຄົມສົງເຄາະ,
ຝຶກອົບຮົມທາງດ້ານເຕັກນິກ.
* ຂົນຂວາຍຊອກຫາຜູ້ບໍລິຈາກເລືອດ ແລະ ໂຄສະນາເຜີຍແຜ່ກ່ຽວກັບ ກິດຈະກຳຂອງຂະບວນການກາແດງ, ກົດ
ໝາຍມະນຸດສະທຳສາກົນ ແລະ ບັນຫາອື່ນໆ.
ອົງການກາແດງແຫ່ງຊາດທີ່ເຮັດວຽກນຳອົງການກາແດງລາວແລະມີສຳນັກງານ ຕັ້ງຢູ່ ສປປ ລາວ ມີດັ່ງນີ້:

ກາແດງເນເທີແລນ

ກາແດງສະເປນ
4.
ອົງການຈັດຕັ້ງທັງພາກລັດ, ເອກະຊົນ ແລະ ອົງການສາກົນຕ່າງໆ
|