|
1. |
ຄວາມມີມະນຸດສະທຳ |
| |
ກາແດງຖືກກຳເນີດຂຶ້ນມາ ເພື່ອການຊ່ວຍເຫຼືອບັນເທົາທຸກເພື່ອນມະນຸດ
ມີຈຸດປະສົງຄື ການປ້ອງກັນຊີວິດ
ແລະ ສຸຂະພາບການເຄົາລົບ
ໃນສິດຂອງມະນຸດ ຮ່ວມທັງການສົ່ງເສີມ ສຳພັນທະພາບ
ຄວາມຮ່ວມມື ເພື່ອສັນຕິສຸກທີ່ຢຶນຍົງ
ຂອງມວນມະນຸດ.
|
|
2 |
ຄວາມບໍລຳອຽງ
ບໍ່ມີຊັ້ນວັນນະ |
| |
ກາແດງບໍ່ໄດ້ຈຳແນກເຊື້ອຊາດ, ສາດສະໜາ, ຊົນຊັ້ນ ແລະ ລັດທິການເມືອງມີໜ້າທີ່ ຊ່ວຍເຫຼືອເພື່ອນມະນຸດ ດ້ວຍກັນ ຕາມຄວາມຕ້ອງການທີ່ຈຳເປັນ ຄວາມຮີບດ່ວນຂອງບັນຫາ
ເພື່ອປ້ອງກັນຊີວິດ ແລະ ສຸຂະພາບ.
|
|
3 |
ຄວາມເປັນກາງ |
| |
ກາແດງບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ບໍ່ເຂົ້າໄປມີສ່ວນຮ່ວມ
ໃນການຂັດແຍ່ງ ທາງການເມືອງ, ເຊື້ອຊາດ,
ສາດສະ
ໜາ
ຫຼືຄວາມຄິດເຫັນແນວໃດໆ ບໍ່ວ່າເວລາໃດກໍຕາມ.
|
|
4 |
ຄວາມເປັນອິດສະຫຼະ |
| |
ກາແດງເປັນອົງກອນອິດສະຫຼະ ໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳ
ໂດຍບໍ່ຂຶ້ນກັບ ລັດຖະບານ
ແຕ່ຕ້ອງປະຕິ
ບັດຕາມ
7 ຫຼັກການພື້ນຖານຂອງຂະບວນການກາແດງ
ແລະລະບຽບກົດໝາຍຂອງລັດຖະບານຢູ່ສະເໝີ.
|
|
5 |
ບໍລິການດ້ວຍຄວາມສະມັກໃຈ |
| |
ກາແດງເປັນອົງກອນສາທາລະນະກຸສົນ ເຮັດວຽກດ້ວຍຄວາມສະໝັກໃຈ ເຕັມໃຈ ແລະ
ບໍ່ຄິດຫັວງສິ່ງຕອຍແທນ
ຈາກການກະທຳ ໜ້າທີ່ໃຫ້ການບໍລິການຕ່າງໆ.
|
|
6 |
ຄວາມເປັນເອກະພາບ |
| |
ແຕ່ລະປະເທດ ມີສະພາກາແດງ ຫຼື ສະພາຊີກວົງເດືອນແດງ ໄດ້ພຽງແຕ່ສະພາດຽວ
ເຮັດໜ້າທີ່ ບໍລິການດ້ານ
ມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ຜູ້ປະສົບໄພຕ່າງໆ ໃນທົ່ວປະເທດ.
|
|
7 |
ຄວາມມີນ້ຳໃຈສາກົນ |
| |
ສະພາກາແດງ ຫຼື ຊີກວົງເດືອນແດງ ເປັນອົງກອນ ທີ່ມີຢູ່ໃນໂລກ ມີຖານະ
ຄວາມຮັບຜິດຊອບ ແລະ
ໜ້າທີ່ໃນ
ການໃຫ້ຄວາມຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ແລະ ເທົ່າທຽມກັນ
|
|
|