| |
ເດືອນກັນຍາ 2007 ມີຜູ້ບໍລິຈາກເລືອດ ຊ່ວຍຊີວິດ

More Photos
ໂດຍສືບຕໍ່ໃຫ້ຄວາມຊ່ວຍເຫຼືອຕໍ່ຜູ້ດ້ອຍໂອກາດ ຂາດເລືອດ ທີ່ນອນປີ່ນປົວຢູ່ຕາມໂຮງໝໍຕ່າງໆ, ນັບແຕ່ຕົ້ນເດືອນ
ກັນ
ຍາ ປີ2007, ຜ່ານມານີ້ສູນບໍລິຈາກເລືອດ ອົງການກາແດງລາວ ໄດ້ສືບຕໍ່ລົງເຄື່ອນໄຫວປຸກລະດົມ ການບໍລິ ຈາກເລືອດ ຢູ່ຕາມສະຖານທີ່ຕ່າງໆ ຊື່ງມີສະຖານທີ່ຕ່າງໆ ເຂົ້າຮ່ວມ ແລະ ປະກອບສ່ວນບໍລິຈາກເລືອດດັ່ງລຸ່ມນີ້:
- ກອງພັນຈໍ 703 110 ທ່ານ, ພະນັກງານແພດ ໂຮງໝໍ103, 40ທ່ານ, ໂຮງຮຽນ ມສ ໂພນທອງ 39 ທ່ານ, ໂຮງຮຽນ ມປ ທົ່ງປົ່ງ 32 ທ່ານ, ໂຮງຮຽນ ມສ ທ່າພະບາດ 30 ທ່ານ, ຊາວໝຸ່ມສຳນັກງານ ນາຍຍົກລັດທະມົນຕີ
26 ທ່ານ, ໂຮງຮຽນ ມສ ສາລາຄຳ 24 ທ່ານ, ໂຮງຮຽນ ມສ ດອນໜູນ 22 ທ່ານ, ໂຮງຮຽນ ມປ ບ້ານຫ້ອມ 22 ທ່ານ, ໂຮງຮຽນ
ມສ ຮ່ອງຄ້າ 17 ທ່ານ, ໂຮງຮຽນ ມສ ທົ່ງມັ່ງ 15 ທ່ານ, ໂຮງຮຽນ ມສ ນາພອກ 13 ທ່ານ, ພະນັກງານແພດ
ໂຮງໝໍ109 13 ທ່ານ,ໂຮງຮຽນ ມສ ເວີນຄຳ 12 ທ່ານ, ໂຮງຮຽນ ມປ ທ່າເດືອ 11 ທ່ານ, ພະນັກງານແພດ ໂຮງໝໍເສດຖາທິລາດ 10 ທ່ານ, ໂຮງຮຽນ ມປ ອີ່ໄລ 09 ທ່ານ, ພະນັກງານແພດໂຮງໝໍແມ່ ແລະ ເດັກ 07 ທ່ານ, ໂຮງຮຽນ ມສ ໂພນງາມ 06 ທ່ານ, ບໍລິສັດອຸໄລເທັກເກີ 02 ທ່ານ ແລະ ມາບໍລິຈາກຢູ່ສູນ 168 ທ່ານ ລວມ 638 ທ່ານ.
ເລືອດທີ່ໄດ້ຮັບພາຍຫຼັງຜ່ານການກວດພະຍາດຕິດແປດ ທາງເລືອດປອດໄພແລ້ວ ໄດ້ສົ່ງໄປຊ່ວຍຊີວິດຄົນເຈັບ ຢູ່ຕາມໂຮງໝໍຕ່າງໆ ເປັນຈຳນວນຫຼວງຫຼາຍ.
ສູນບໍລິຈາກເລືອດໃນນາມຂອງ ເລຂາຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ - ສົ່ງເລືອດແຫ່ງຊາດ.
ຮຽກຮ້ອງມາຍັງທຸກທ່ານທີ່ໃຈບຸນ ຈົ່ງໄດ້ສ້າງບຸນກຸສົນ ດ້ວຍການບໍລິຈາກເລືອດ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງນະໂອກາດນີ້.
|
|