ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ມອບຫຼຽນກາແຮງງານໃຫ້ມູນນິທິເຄື່ອງນຸ່ງຫົ່ມ ໂອຊາກະ.

ມອບຫຼຽນກາແຮງງານໃຫ້ມູນນິທິເຄື່ອງນຸ່ງຫົ່ມ ໂອຊາກະ.ໃນວັນທີ 8 ຕຸລາ 2007 ນີ້. ອົງການກາແດງ ລາວ ໄດ້ຈັດພິ ທີປະດັບຫຼຽນກາແຮງງານ ຂອງລັດຖະບານ ໃຫ້ແກ່ມູນນິທິ ເຄື່ອງນຸ່ງຫົ່ມ ໂອຊາກາແຫ່ງ ປະເທດ ຍີ່ປຸ່ນ ຂື້ນ.

 

 

 

ເປັນກຽດປະດັບຫຼຽນຄັ້ງນີ້ໂດຍທ່ານ ດຣ. ສນິວຸຣັຊ ສຣະມະນີເປັນກຽດປະດັບຫຼຽນຄັ້ງນີ້ໂດຍທ່ານ ດຣ. ສນິວຸຣັຊ ສຣະມະນີ ປະທານອົງການກາແດງລາວ ໃຫ້ແກ່ ທ່ານກາຊູໂອ ກາຊູກະ ປະທານມູນນິທິເຄື່ອງນຸ່ງຫົ່ມ ໂອຊາກາ ປະເທດ ຍີ່ປຸ່ນ ທີ່ມີຄຸນ ງາມຄວາມດີປະກອບສ່ວນຊ່ວຍເຫຼືອ ສປປລາວ ນັບແຕ່ປີ 1993 ເຖິງປະຈຸບັນ. ໄດ້ໃຫ້ການຊ່ວຍເຫຼືອເຄື່ອງນຸ່ງຫົ່ມ ແລະ ເກີບຈຳ ນວນໜື່ງແກ່ກາແດງລາວ, ເພື່ອມອບໃຫ້ແກ່ປະຊາຊົນ ຜູ້ທຸກ ຍາກຂາດເຂີນ ແລະ ຜູ້ປະສົບໄພພິບັດຕ່າງໆ ເຊີ່ງລວມມີມູນ ຄ່າການຊ່ວຍເຫຼືອຫຼາຍກ່ວາ 350 000 ໂດລາສະຫະລັດ, ໃນການຮ່ວມມືດັ່ງກ່າວ ອົງກາກາແດງລາວ ສູນກາງ ແລະ 14 ສາຂາແຂວງ  ຍັງໄດ້ສົມທົບທຶນ ໃນດ້ານຄ່າຂົນສົ່ງ ຄິດເປັນ ມູນຄ່າ ກວ່າ 150 ລ້ານກີບ, ເພື່ອນຳສົ່ງເຄື່ອງນຸ່ງຫົ່ມ ທີ່ໄດ້ ຮັບການສະໜັບ ສະໜູນ ຈາກມູນນິທິ ດັ່ງກ່າວ ລົງໄປແຈກ ຢາຍໃຫ້ເຖິງພໍ່ແມ່ປະຊາຊົນ ຜູ້ດ້ອຍໂອກາດ ແລະ ປະສົບໄພພິບັດ ຢູ່ທ້ອງຖີ່ນພື້ນຖານ ຫ່າງໄກສອກຫຼີກ.



ພາບາສີ ສູ່ຂວັນ ເພື່ອຕ້ອນ ຮັບ ແລະ ອ່ວຍໄຊໃຫເພື່ອປະຕິບັດຕາມຮີດຄອງປະເພນີ ອັນດີງາມຂອງລາວອົງ ການກາແດງລາວ ຍັງໄດ້ຈັດ ພາບາສີ ສູ່ຂວັນ ເພື່ອຕ້ອນ ຮັບ ແລະ ອ່ວຍໄຊໃຫ້ພອນໃຫ້ແກ່ ຄະນະຜູ້ແທນຂອງມູນນິທິ ດັ່ງ ກ່າວ. ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມ ຢາມລາວ ໃນຄັ້ງນີ້ ກໍ່ຍັງໄດ້ເດີນທາງໄປ ເມືອງ ວັງວຽງ ແຂວງ ວຽງຈັນ ເພື່ອມອບເຄື່ອງນຸ່ງຫົ່ມໃຫ້ປະຊາຊົນ 3 ບ້ານ. ທີ່ຢູ່ເຂດ ຫ່າງໄກສອກຫຼີກ ຂອງເມືອງວັງວຽງອີກດ້ວຍ.

 

 

 

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail