ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

ຕ້ອງການຊ່ວຍເຫຼືອ
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ຈັດຊຸດອົບຮົມຄູຝຶກ ການປຸກລະດົມການບໍລິຈາກເລືອດທົ່ວປະເທດຄັ້ງທີ່1
(National Training of Trainer  Workshop on Blood Donor  Recruitment )
       Laung prabang from 24-28 September 2007

ຈັດຊຸດອົບຮົມຄູຝຶກ  ການປຸກລະດົມການບໍລິຈາກເລືອດທົ່ວປະເທດ

More Photos

ກອງປະຊຸມອົບຮົມຄູຝືກ ປຸກລະດົມການບໍລິຈາກເລືອດ ທົ່ວປະເທດໄດ້ຈັດຂື້ນແຕ່ວັນທີ່ 24-28 ກັນຍາ ປີ2007, ທີ່ ໂຮງແຮມ ນາວຽງຄຳ ແຂວງ ຫລວງພະບາງ, ຊື່ງມີນັກສຳມະນາກອນ ທີ່ມາຈາກສາຂາກາແດງ ທົ່ວປະເທດ ເຂົ້າຮ່ວມ 39 ທ່ານ, ສູນບໍລິຈາກເລືອດ 03ທ່ານ, ມະຫາວິທະຍາໄລແຫ່ງຊາດ 01ທ່ານ, ໂຮງຮຽນ ວິທະຍາການ ສາທາລະນະ ສຸກ 01 ທ່ານ, ວິທະຍຸກະຈາຍສຽງ 01 ທ່ານ ແລະ ຜູ້ບໍລິຈາກເລືອດຫຼາຍຄັ້ງ ໃນນາມອາສາສະໝັກ 01 ທ່ານ ລວມ 45 ທ່ານ, ໃນນັ້ນມາຈາກສາຂາກາແດງ ແຂວງ ຫລວງພະບາງ 11 ທ່ານ.

ພາຍໃຕ້ການສະໜັບສະໜູນທືນ ສະຫະພັນກາແດງ ແລະ ຊີກວົງເດືອນແດງ ສາກົນ. ຈຸດປະສົງຂອງກອງປະຊຸມ ເພື່ອ ເຮັດໃຫ້ຜູ້ເຂົ້າຮ່ວມທັງໝົດໄດ້ຮຽນຮູ້ ແລະ ເຂົ້າໃຈພື້ນຖານຂອງຄວາມຮູ້ ກ່ຽວກັບການ ເປັນນັກປຸກລະດົມ ຂົນຂວາຍ ຜູ້ບໍລິຈາກເລືອດ ແບບສະໝັກໃຈບໍຮຽກຮ້ອງສີ່ງຕອບແທນ. ພາຍຫຼັງຈົບແລ້ວ ຜູ້ເຂົ້າຮ່ວມທຸກທ່ານ ຈະໄດ້ນຳເອົາເນື້ອ ໃນຈິດໃຈດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍຢູ່ພາຍໃນແຂວງ ຂອງຕົນ ໂດຍຈັດຝືກອົບຮົມໃຫ້ແກ່ ເປົ້າໝາຍທີ່ຕົນມີຢູ່ຕໍ່ ໄປ, ແນໃສ່ໃຫ້ມີນັກຂົນຂວາຍຜູ້ບໍລິຈາກເລືອດ ໃຫ້ຫຼາຍຂື້ນ. ເນື້ອໃນຂອງການອົບຮົມມີ 5 ບົດຄື:

- ການບັນລຸ 100% ຂອງການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສີ່ງຕອບແທນ
- ການໃຫ້ຄວາມຮູ້ການປຸກລະດົມ ແລະ ຂັດເລືອກຜູ້ບໍລິຈາກເລືອດ
- ການບໍລິການລູກຄ້າ, ຜູ້ບໍລິຈາກເລືອດ ແລະ ອື່ນໆ
- ການຈັດຕັ້ງປະຕິບັດ

:: ຜົນຂອງກອງປະຊຸມ:
ແຕ່ລະແຂວງ ກໍ່ຄືພາກສ່ວນຕ່າງໆ ທີ່ເຂົ້າຮ່ວມໄດສ້າງແຜນການຂອງຕົນ ຂື້ນມາ ເພື່ອນຳສະເໜີຂັ້ນເທີ່ງຂອງຕົນ ແລະ ເປັນຕົວຊີ້ວັດຂອງການເຄື່ອນໄຫວໃນຕໍ່ໜ້າ.

 

 

 

 

 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail