ກາແດງລາວອົງການກາແດງ ອົງການກາແດງ
 
   
 
ໜ້າປົກ
ການບໍລິການ
ກາແດງລາວ
ການບໍລິຈາກ
ຄູ່ຮ່ວມງານ
ຕິດຕໍ່ພວກເຮົາ
ຂ່າວ ແລະ ເຫດການ
ບັນທຶກເຫດການເດັ່ນ
ດາວໂລດ
ເວບໄຊທ໌ອື່ນໆ
ແຜນຜັງເວບໄຊທ໌

Join Mailling List

world red day
ບໍລິຈາກ
ປະມວນຮູບພາບ

 

 
 ເວລາ:
 
 

ແຜນຂອງວັນບໍລິຈາກເລືອດໂລກ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກກະລາດ ປະຊາທິປະໄຕ ເອກກະພາບ ວັດທະນາຖາວອນ
------0000------

ອົງການກາແດງລາວ  
ສູນບໍລິຈາກເລືອດ

ແຜນການຈັດຕັ້ງສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດໂລກ
ວັນທີ 14 ເດືອນ 6, ປີ 2007, ທີ່ນະຄອນຫລວງວຽງຈັນ.

1. ພາດຫົວບົດ:

"ເລືອດປອດໄພ ສາມາດຊ່ວຍຊີວິດຂອງຫລາຍໆຄົນໄດ້ " ຍັງມີຄົນເຈັບຫລາຍໆ ຄົນໃນທົ່ວໂລກ ທີ່ອາໃສການ ໃສ່ເລືອດ. ເພື່ອຄວາມຢູ່ລອດ, ແຕ່ວ່າບໍ່ມີເລືອດໃຫ້ເຂົາເຈົ້າຫລືວ່າມີເລືອດແຕ່ເລືອດພັດບໍ່ປອດໄພ. ໃນແຕ່ລະ ວິນາທີຂອງແຕ່ລະວັນ, ປະຊາກອນໃນທົ່ວໂລກ ໂດຍບໍ່ຈຳແນກອາຍຸ ແລະ ສາຂາວິຊາຊີບຕ່າງໆ ຕ້ອງການໃສ່ ເລືອດເພື່ອຄວາມຢູ່ລອດ, ເຫດຜົນໃນການໃສ່ເລືອດມີການປ່ຽນແປງໄປ ແຕ່ວ່າຄວາມຕ້ອງການເລືອດ  ຍັງມີຢູ່(ຕະຫລອດ) ແລະນັບມື້ນັບທະວີຄູນຂຶ້ນ ໄປເລື້ອຍໆຍ້ອນວ່າ:

  • ຈຳນວນ ອຸປະຕິເຫດ ແລະທີ່ຕ້ອງການປິ່ນປົວດ້ວຍເລືອດ ຢູ່ໃນໂລກ ມື້ນັບເພີ້ມຂຶ້ນ.
  • ບັນດາປະເທດທີ່ກຳລັງພັດທະນາ ຜະເຊີນຫນ້າກັບການຂາດເລືອດແບບຊ້ຳເຮື້ອ ຊຶ່ງມີຜົນກະທົບຕໍ່ເດັກນ້ອຍ ທີຂາດເລືອດ ຮຸນແຮງຍ້ອນ ໄຂ້ມາລາເຣຍ ຫລືຂາດ ສານອາຫານ ແລະ ແມ່ຍິງ ຊຶ່ງມີອາການສົນຈາກ ການຖືພາ ຫລື ການອອກລູກ.
  • ອີກດ້ານຫນຶ່ງ ປະເທດທີ່ກຳລັງພັດທະນາ ໄດ້ມີທາງເລືອກໃນການບົ່ງມະຕິພະຍາດ ແລະ ການປິ່ນປົວ ທີ່ກວ້າງ ຂວາງກວ່າເກົ່າ ເຊັ່ນ ການບົ່ງມະຕິມະເຣັງ ພະຍາດການວຸ້ນວາຍ ຕ່າງໆຂອງເລືອດດັ່ງນີ້ເປັນຕົ້ນ. ດັ່ງນັ້ນ ຄວາມຕ້ອງການເລືອດຈຶ່ງເພີ້ມຂຶ້ນ.
  • ເຕັກໂນໂລຊີທີ່ທັນສະໄຫມ ໃນບັນດາປະເທດ ອຸດສະຫະກຳມີບົດບາດ ເຮັດໃຫ້ລະບົບການ ປິ່ນປົວທາງດ້ານ  ການແບບໃຫມ່ ຊຶ່ງຕ້ອງການ ການໃສ່ເລືອດ ແມ່ນວ່າ ຄວາມຕ້ອງການເລືອດມີຢູ່ທົ່ວທຸກແຫ່ງຫົນແຕ່ການ
    ເຂົ້າເຖິງການບໍລິການເລືອດ ຂອງຜູ້ທີ່ຈຳເປັນ ໃສ່ເລືອດແມ່ນຍັງບໍ່ທົ່ວເຖິງໄດ້. ການສົ່ງເລືອດທີ່ປອດໄພ ສາມາດຊ່ວຍຊີວິດ ຫລາຍໆຄົນໄດ້ແຕ່ການສົ່ງ ເລືອດທີ່ບໍ່ປອດ ໄພເຮັດໃຫ້ຫລາຍໆ ຊີວິດສ່ຽງຕໍ່ການຕິດ ເຊື້ອພະຍາດ. ຜູ້ບໍລິຈາກເລືອດທີ່ເຕັມໃຈ ໃຫ້ເລືອດລ້າໆ ໂດຍບໍ່ຫວັງສິ່ງຕອບແທນໃດໆ ບໍ່ວ່າຈະເປັນເງິນ ຫລື ວັດຖຸຈິ່ງ ເປັນ ຂໍກຸນແຈສຳຄັນເພື່ອໃຫ້ມີເລືອດ ປອດໄພທີ່ສຸດ ເພື່ອຊ່ວຍຊີວິດຄົນເຈັບ ຜູ້ຖືກເຄາະຮ້າຍ ຕ້ອງການໃສ່ເລຶອດ ດັ່ງນັ້ນ ເຂົາເຈົ້າເຫລົ່ານີ້ ຖືວ່າ ຢູ່ໃນຖານະຕຳແຫນ່ງ ທີ່ພິເສດ ຊຶ່ງທຸກຄົນຄວນເຄົາ ລົບນັບຖືແລະເອົາໃຈໃສ່. ເຂົາ ເຈົ້າຄືຜູ້ທີ່ມີຄວາມສຳຄັນ ພິເສດ ຂອງຂັວນ ຫລື ສິ່ງທີ່ເຂົາເຈົ້າມອບໃຫ້  ຜູ້ອື່ນມີມູນຄ່າມະຫາສານ ແລະ ບໍ່ສາ ມາດຕີລາຄາເປັນເງິນເປັນຄຳໄດ້.

ເພື່ອລະລຶກ ເຖິງພາລະບົດບາດ ອັນລ້ຳຄ່າຂອງຜູ້ບໍລິຈາກເລືອດ ຊຶ່ງເປັນຄູ່ຮ່ວມງານຂອງສາຍວິຊາຊີບ ດ້ານການ
ແພດ ເພື່ອຊ່ວຍຊີວິດມະນຸດ, 4 ອົງການຈັດຕັ້ງ ລະດັບສາກົນ ປະກອບດ້ວຍ:ອົງການສາກົນ ດ້ານການສົ່ງເລືອດ ຫະພັນສາກົນ ອົງການຜູ້ບໍລິຈາກເລືອດ, ສະຫະພັນກາແດງແລະຊີກວົງເດືອນແດງສາກົນ ແລະ ອົງການອະນາໄມ ໂລກ ໄດ້ເປັນເອກກະພາບສະຖາປະນາວັນຜູ້ບໍລິຈາກເລືອດໂລກນີ້ຂຶ້ນ ຊຶ່ງແມ່ນ ວັນທີ ເດືອນມິຖຸນາ. ຢູ່ ສປປລາວ, ວຽກງານການບໍລິຈາກເລືອດໄດ້ ເລີ້ມຈັດຕັ້ງປະຕິບັດ ມາໄດ້ຫລາຍປີ ແລະ ມີທ່າຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ບໍ່ວ່າ ທາງດ້ານ ການຈັດຕັ້ງ ກໍຄື ດ້ານວິຊາການ ເຮັດໃຫ້ເປັນທີ່ຍອມຮັບຈາກລັດຖະບານ ແລະສັງຄົມທົ່ວໄປ ຜົນສຳເລັດ ດັ່ງກ່າວ ແມ່ນມາຈາກການປະກອບສ່ວນຂອງສັງຄົມທົ່ວໄປ ເວົ້າລວມ,ເວົ້າສະເພາະກໍແມ່ນຜູ້ບໍລິຈາກເລຶອດ ທັງຫມົດ ໃນທົ່ວປະເທດ. ສູນບໍລິຈາກ ເລືອດ ອົງການກາແດງລາວໃນນາມກອງເລຂາ ຄະນະກຳມະການສົ່ງເສີມການບໍລິ ຈາກເລືອດ -ສົ່ງເລືອດ ແຫ່ງຊາດ, ມີແຜນຈັດສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດໂລກໂດຍ ຈັດສ້າງຂະບວນ ການ ສຳຄັນເພື່ອຜູ້ບໍລິຈາກເລືອດຂຶ້ນ ໃນວັນທີ 14 ເດືອນ ມິຖຸນາ 2007.

2. ຈຸດປະສົງ:

-  ເພື່ອສືບຕໍ່ ສ້າງຂະບວນການ ເພີ້ມທະວີຈິດສຳນຶກ ຂອງມວນຊົນທົ່ວໄປກ່ຽວກັບ ຄວາມສຳຄັນຂອງການບໍລິຈາກ ເລືອດທີ່ປອດໄພ ແນໃສ່ໃຫ້ເຂົາເຈົ້າ ຫັນມາ ປະກອບສ່ວນບໍລິຈາກເລືອດ ແບບຕື່ນຕົວ ສະຫມັກໃຈ ແລະ ເຕັມໃຈ ບໍ່ຫວັງສິ່ງ ຕອບແທນໃດໆ ໃຫ້ຫລາຍຂຶ້ນກວ່າເກົ່າເພື່ອກ້າວໄປເຖິງການບໍລິການ ເລືອດ ປອດໄພທີ່ພຽງພໍ ແລະ ທັນການ
-  ເພື່ອຈັດຕັ້ງ ຍ້ອງຍໍຊົມເຊີຍ ຜູ້ບໍລິຈາກເລືອດ ແລະການຈັດຕັ້ງ ທີ່ໃຫ້ຄວາມຮ່ວມມື ໃນວຽກງານບໍ ລິຈາກເລືອດ ເວົ້າ ລວມເວົ້າສະເພາະ ກໍແມ່ນຜູ້ທີ່ບໍລິຈາກເລືອດ ຫລາຍເທື່ອດ້ວຍຄວາມຕື່ນຕົວ ສະຫມັກໃຈໃນໄລຍະຜ່ານມາ ເພື່ອສະແດງ ເຖິງການໃຫ້ກຽດ, ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຕໍ່ການເສຍສະຫລະອງເຂົາເຈົ້າ.
-  ເພື່ອປະກອບສ່ວນເຂົ້າໃນຂະບວນການໂລກ ກ່ຽວກັບການສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2007. 

3. ກິດຈະກຳ:

  • ໂຄສະນາ ເຜີຍແຜ່ ກ່ຽວກັບຄວາມສຳຄັນ ຂອງວັນຜູ້ບໍລິຈາກເລືອດ ຜ່ານສື່ ມວນຊົນຕ່າງໆ.
  • ຈັດຮັບບໍລິຈາກເລືອດ ກັບທີ່.
  • ຈັດປະທະກະຖາ ຜ່ານການຊຸມນຸມມິດຕິງ ແລະຈັດຍ້ອງຍໍຊົມເຊີຍ ຜູ້ບໍລິຈາກເລືອດ ແລະ ການຈັດຕັ້ງທີ່ບໍລິຈາກ ເລືອດທີ່ດີເດັ່ນ.
  • ຈັດສະແດງ ສິນລະປະ ວັນນະຄະດີ.

4. ວັນເວລາ: ວັນທີ14 ມິຖຸນາ 2007
5. ສະຖານທີ່: ຫໍວັດທະນະທຳ ແຫ່ງຊາດ
6. ຄາດຄະເນຜົນໄດ້ຮັບ:
- ຈະເຮັດໃຫ້ການຈັດຕັ້ງຕ່າງໆ ບໍ່ວ່າພາກລັດ ກໍຄື ເອກກະຊົນ ທຸກລະດັບມີຄວາມເຂົ້າໃຈ ກ່ຽວກັບການບໍລິຈາກເລືອດ ແລະ ເຂົ້າມາມີສ່ວນຮ່ວມ ໃນບົດບາດການບໍລິຈາກເລືອດ ແບບຕື່ນຕົວສະຫມັກໃຈຫລາຍຂຶ້ນ.
-  ຄຸນຄ່າ ຂອງຜູ້ບໍລິຈາກເລືອດ ຈະມີຄວາມໂດດເດັ່ນຂຶ້ນ ໃນສັງຄົມຫລາຍກວ່າເກົ່າ.
-  ຈະໄດ້ຮັບເລືອດບໍລິຈາກ ຢ່າງຕ່ຳບໍ່ຫລຸດຖົງສະສົມໄວ້ ເພື່ອບໍລິການແກ່ຄົນເຈັບຜູ້ຕ້ອງການ.
- ຈະເປັນການປະກອບສ່ວນຂອງການຈັດຕັ້ງ ທີ່ກ່ຽວຂ້ອງ ຂອງ ສປປລາວ ໃຫ້ແກ່ ວັນຜູ້ບໍລິຈາກ ເລືອດໂລກ.

7: ງົບປະມານ:
  • ຄ່າ ເຊົ່າ ຫໍວັດທະນະທຳ
  • ຄ່າ ອອກຂ່າວໂຄສະນາ
  • ຄ່າ ອອກອາກາດສົດ ທາງໂທລະພາບ
  • ຄ່າ ອາຫານທ່ຽງ:  (ຍັງບໍ່ພໍ)
  • ຄ່າ ເຄື່ອງດື່ມ:    (ຍັງບໍ່ພໍ)
  • ຄ່າ ໃບຍ້ອງຍໍຊົມເຊີຍ
  • ຄ່າ ສິນລະປະດົນຕີ
  • ຄ່າ ພິມເສື້ອ T-Shirt: (ຍັງບໍ່ພໍ)
  • ຄ່າ ປ້າຍຄຳຂັວນ
  • ຈ່າຍດ້ານບໍລິຫານຕ່າງໆ
  • ຄ່າ ພັກເຊົາຂອງຜູ້ເຂົ້າຮ່ວມຈາກສາຂາ ແລະຜູ້ບໍລິຈາກເລືອດຫລາຍເທື່ອມາແຕ່ໄກ
  • ຄ່າ ນ້ຳມັນລົດ(ລາຍລະອຽດ ແມ່ນຕິດຂັດມາພ້ອມນີ້)

8: ວິທີຈັດຕັ້ງປະຕິບັດ:
* ລຍະກະກຽມ:
-  ສຶກສາ ແຜນລະອຽດ ເພື່ອຄວາມເປັນເອກກະພາບ.
- ຈັດຕັ້ງຄະນະກຳມະການ ຮັບຜິດຊອບ ເພື່ອເຄື່ອນໄຫວຕາມພາລະຫນ້າທີ່.
-  ເກັບກຳຂໍ້ມູນຜູ້ບໍລິຈາກເລືອດ ແຕ່ 5 ເທື່ອ ຂຶ້ນໄປ ມາຮອດທ້າຍ ປີ 2006. ແລະ ຈັດລຽງລຳດັບ ການຍ້ອງຍໍປະ ເພດຕ່າງໆ ຕາມຄວາມເຫມາະສົມແລ້ວນຳສະເຫນີ ຕໍ່ສະຖາບັນຍ້ອງຍໍ.
-  ແຈ້ງການເຊີນຊວນ ຜູ້ເຂົ້າຮ່ວມ ພິທີມິດຕິງ ແລະຜູ້ບໍລິຈາກເລືອດ.
-  ສ້າງເນື້ອໃນ ປະທະກະຖາ.
- ລະດົມທຶນຮອນ ສຳລັບ ການໃຊ້ຈ່າຍຕ່າງໆ.
-  ຈັດຕັ້ງໂຄສະນາ ເຜີຍແຜ່ ກ່ຽວກັບ ວັນຜູ້ບໍລິຈາກເລືອດໂລກ ແລະການບໍລິຈາກເລືອດ.

* ໄລຍະປະຕິບັດ:
- ຈັດຕັ້ງ ຊຸມນຸມປະທະກະຖາ ໂດຍຜ່ານການຖ່າຍທອດສົດ ຜ່ານໂທລະພາບ.
-  ຈັດຍ້ອງຍໍຊົມເຊີຍ.
-  ຜູ້ບໍລິຈາກເລືອດ ຫລາຍເທື່ອ ມີຄຳເຫັນ.
- ຜູ້ຮັບເລືອດ ຫລາຍເທື່ອ ມີຄຳເຫັນ.
- ສະແດງສິນລະປະ.
-  ຮັບບໍລິຈາກເລືອດ ກັບທີ່.

ນະຄອນຫລວງວຽງຈັນ, ວັນທີ......./......./2007
ຫົວຫນ້າອຳນວຍການສູນບໍລິຈາກເລືອດ


 
 
      Supported by ICRC All Rights Reserved. © 2006 - 2008. LAO RED CROSS.
      Designed and Developed by CYBERIA, Vientiane - Lao PDR.                                                              Chack E-mail